ແຂວງ ບິ່ງເຢືອງ ແລະ ແຂວງ Yamaguchi (ຍີ່ປຸ່ນ) ເພີ່ມທະວີການຮ່ວມມື ແລະ ສົ່ງເສີມການລົງທຶນ
ຍສໝ - ຫວ່າງແລ້ວນີ້, ຢູ່ສູນການປົກຄອງແຂວງ ບິ່ງເຢືອງ, ທ່ານ ຫວໍວັນມິນ, ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ໄດ້ມີການພົບປະກັບຄະນະຜູ້ແທນຂັ້ນສູງແຂວງ Yamaguchi (ຍີ່ປຸ່ນ) ນຳໂດຍທ່ານ Muraoka Tsugumasa, ເຈົ້າແຂວງ Yamaguchi, ເປັນຫົວໜ້າຄະນະ, ພ້ອມດ້ວຍວິສາຫະກິດຍີ່ປຸ່ນຈຳນວນໜຶ່ງ. ນະທີ່ນີ້, ທ່ານ ຫວໍວັນມິນ ຢືນຢັນວ່າ ແຂວງ ບິ່ງເຢືອງ ກໍ່ແມ່ນສະຖານທີ່ ທີ່ດຶງດູດໃຈ ແລະ ເຊື່ອຖືໄດ້ຂອງບັນດານັກລົງທຶນໃນທົ່ວໂລກ.
 |
ປະທານຄະນະກຳມະການປະຊາຊົນແຂວງ ບິ່ງເຢືອງ ທ່ານ Vo Van Minh (ຂວາ) ແລະ ທ່ານ Muraoka Tsugumasa, ເຈົ້າແຂວງ Yamaguchi ທີ່ກອງປະຊຸມເຮັດວຽກໃນວັນທີ 14 ພະຈິກ 2022. |
ມາຮອດວັນທີ 31 ຕຸລາ, ແຂວງມີເກືອບ 4.100 ໂຄງການລົງທຶນຂອງວິສາຫະກິດທີ່ມາຈາກ 65 ປະເທດ ແລະ ເຂດແຄ້ວນ ດ້ວຍຍອດຈຳນວນທຶນຈົດທະບຽນກວ່າ 39,6 ຕື້ USD. ໃນນັ້ນ, ບັນດາວິສາຫະກິດ ຍີ່ປຸ່ນ ໄດ້ລົງທຶນເຂົ້າໃນ 339 ໂຄງການ ດ້ວຍຍອດຈຳນວນທຶນເກືອບ 6 ຕື້ USD. ທ່ານ Muraoka Tsugumasa ໃຫ້ຮູ້ວ່າ: Yamaguchi ມີທ່າແຮງໃນການພັດທະນາອຸດສາຫະກຳ, ໂດຍສະເພາະ ແມ່ນການອຸດສາຫະກຳໜູນຊ່ວຍ, ອຸດສາຫະກຳການປະດິດ ແລະ ອຸດສາຫະກຳຜະລິດຊິ້ນສ່ວນລົດຍົນ. ນີ້ກໍແມ່ນບ່ອນທີ່ມີວິສາຫະກິດຂະໜາດນ້ອຍ ແລະ ກາງຫຼາຍແຫ່ງເຕົ້າໂຮມກັນ, ເໝາະສົມກັບຮູບແບບການພັດທະນາເສດຖະກິດຂອງຫວຽດນາມ ເວົ້າລວມ ແລະ ນະໂຍບາຍຮຽກຮ້ອງດຶງດູດນັກລົງທຶນ ຍີ່ປຸ່ນ ຂອງແຂວງ ບິ່ງເຢືອງ ເວົ້າສະເພາະ.
 |
ແຂວງ ບິ່ງເຢືອງ ແລະ ແຂວງ Yamaguchi (ຍີ່ປຸ່ນ) ເພີ່ມທະວີການຮ່ວມມື ແລະ ສົ່ງເສີມການລົງທຶນ. |
ຄຳຮຸ່ງ