VUFO ໜູນ​ຊ່ວຍ​ກ່າ​ເມົາ ​ລະດົມ​ການ​ອຸປະຖໍາບໍ່ຂຶ້ນກັບລັດຖະບານ​ຕ່າງປະ​ເທດ

10:11 | 03/12/2022

ທ່ານ ຫງວຽນ​ມີງລວນ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກ່າ​ເມົາ ​ໄດ້​ສະເໜີ​ໃຫ້ VUFO ​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ ​ແລະ ແນະ​ນຳ ກ່າ​ເມົາ ກ່ຽວ​ກັບ​ຮູບ​ແບບ​ການກົງຈັກຂອງ​ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ແຂວງ, ບົດຮຽນ​​ການ​​ລະດົມ​ການ​ອຸປະຖໍາບໍ່ຂຶ້ນກັບລັດ ຖະບານ​ຕ່າງປະ​ເທດ.

ຮອງ​ນາຍົກ​ລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ​ພົບ​ປະການ​ນໍາ ​ແລະ ລັດຖະມົນຕີ​ການ​ຕ່າງປະ​ເ​ທດບັນດາ​ປະ​ເທດ ​ເຂົ້າ​ຮ່ວມ​ວາລະ​ປະຊຸມ​ປຶກສາ​ຫາລື​ເປ ຮອງ​ນາຍົກ​ລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ​ພົບ​ປະການ​ນໍາ ​ແລະ ລັດຖະມົນຕີ​ການ​ຕ່າງປະ​ເ​ທດບັນດາ​ປະ​ເທດ ​ເຂົ້າ​ຮ່ວມ​ວາລະ​ປະຊຸມ​ປຶກສາ​ຫາລື​ເປ
ຂະແໜງການທີ່ກ່ຽວຂ້ອງຂອງນະຄອນຫລວງ​ວຽງ​ຈັນ ກຳລັງເລັ່ງແກ້​ໄຂບັນຫາ​ ຄົນ​ຕ່າງປະ​ເທດທີ່​ເຄື່ອນ​ໄຫວ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ ຂະແໜງການທີ່ກ່ຽວຂ້ອງຂອງນະຄອນຫລວງ​ວຽງ​ຈັນ ກຳລັງເລັ່ງແກ້​ໄຂບັນຫາ​ ຄົນ​ຕ່າງປະ​ເທດທີ່​ເຄື່ອນ​ໄຫວ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ

ຫວ່າງແລ້ວນີ້, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ ຫງວຽນ​ເຟືອງ​ງາ, ປະທານ​ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ ຫວຽດນາມ (VUFO) ​ໄດ້​ມີ​ການ​ພົບ​ປະ​ກັບ​ຄະນະ​ຜູ້​ແທນ​ຄະນະກໍາມະການປະຊາຊົນ​ແຂວງ ​ແລະ ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ແຂວງ ກ່າ​ເມົາ ​, ​ແລກປ່ຽນກ່ຽວ​ກັບ​ວຽກ​ງານ​ການ​ທູດ​ກັບ​ປະ​ຊາ​ຊົນ, ​ການເຄື່ອນໄຫວລະດົມ​ການ​ອຸປະຖໍາບໍ່ຂຶ້ນກັບລັດຖະບານ​ຕ່າງປະ​ເທດ...

VUFO hỗ trợ Cà Mau vận động viện trợ phi chính phủ nước ngoài

ບັນຍາກາດທີ່ການເຮັດວຽກ. ພາບ: thoidai.com.vn

ທີ່​ການ​ພົບ​ປະ, ທ່ານ ຫງວຽນ​ມີງລວນ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກ່າ​ເມົາ ​ໄດ້​ສະເໜີ​ໃຫ້ VUFO ​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ ​ແລະ ແນະ​ນຳ ກ່າ​ເມົາ ກ່ຽວ​ກັບ​ຮູບ​ແບບ​ການກົງຈັກຂອງ​ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ແຂວງ, ບົດຮຽນ​​ການ​​ລະດົມ​ການ​ອຸປະຖໍາບໍ່ຂຶ້ນກັບລັດ ຖະບານ​ຕ່າງປະ​ເທດ.

ທ່ານນາງ​ປະທານ VUFO ຫງວຽນ​ເຟືອງ​ງາ ​ໄດ້​ແບ່ງປັນ​ບັນດາ​ຂໍ້​ມູນ​ກ່ຽວ​ກັບ​ການຈັດ​ຕັ້ງກົງຈັກ​ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ຂັ້ນ​ແຂວງ, ນະຄອນ​ໃນ​ປະຈຸ​ບັນ. ພ້ອມ​ກັນ​ນັ້ນ, VUFO ກໍອາດແນະນຳ​ບາງ​ຮູບ​ແບບ​ໃຫ້​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ ກ່າ​ເມົາ ພິຈາລະນາ​ ແລະ ເປັນເຈົ້າການສະ​ເໜີ​ສ້າງ​ໂຄງ​ປະກອບກົງຈັກ.

Các đại biểu chụp ảnh kỷ niệm (Ảnh: Thành Luân).

ບັນດາຜູ້ແທນຖ່າຍຮູບລວມ.ພາບ: thoidai.com.vn

ກໍ່ໃນການເຮັດວຽກ, ທ່ານ ຫງວຽນ​ດົ່ງເຂີຍ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ກ່າ​ເມົາ ​ໄດ້ກ່າວສັງເຂບໝາກຜົນວຽກ​ງານ​ການ​ທູດ​ປະຊາຊົນ ​ແລະ ​ໂຄງການ​​ລະດົມ​ການ​ອຸປະຖໍາບໍ່ຂຶ້ນກັບລັດຖະບານ​ຕ່າງປະ​ເທດ​ຂອງ​ແຂວງ ກ່າ​ເມົາ; ຄວາມຫຍຸ້ງຍາກ ແລະ ຂໍ້ຕິດຂັດກ່ຽວກັບກົງຈັກ ແລະ ການເຄື່ອນໄຫວຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ.

ກ່ຽວກັບການ​​ລະດົມ​ການ​ອຸປະຖໍາບໍ່ຂຶ້ນກັບລັດຖະບານ​ຕ່າງປະ​ເທດ, ທ່ານ ຟານ​ແອງ​ເຊີນ, ຮອງ​ປະທານ, ​ເລຂາທິການ VUFO ຢືນຢັນ​ວ່າ VUFO ຈະ​ຄົ້ນຄວ້າລາຍການ​ບັນດາ​ໂຄງການທີ່​ຮຽກຮ້ອງ​ການ​​​ລະດົມ​ການ​ອຸປະຖໍາບໍ່ ຂຶ້ນກັບລັດຖະບານ​ຕ່າງປະ​ເທດ​ ໄລຍະ 2022 – 2025 ​ຂອງ​ແຂວງ ກ່າ​ເມົາ, ຜ່ານ​ນັ້ນ ກໍໃຫ້ຄໍາປຶກສາ​ເພື່ອ​ຊ່ວຍ​ໃຫ້​ແຂວງ​ບັນລຸ​ໄດ້​ໝາກຜົນ​ດີ​ທີ່​ສຸດ.

ບູນມີ

Tags: VUFO
ເຫດການ
302 Found

Found

The document has moved here.