ຂະແໜງການທີ່ກ່ຽວຂ້ອງຂອງນະຄອນຫລວງ​ວຽງ​ຈັນ ກຳລັງເລັ່ງແກ້​ໄຂບັນຫາ​ ຄົນ​ຕ່າງປະ​ເທດທີ່​ເຄື່ອນ​ໄຫວ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ

10:45 | 08/07/2019

ທ້າຍອາທິດທີ່ຜ່ານມາ, ທີ່ພະ​ແນ​ກ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ນະຄອນຫລວງ​ວຽງ​ຈັນ, ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ຮ່ວມ​ກັບ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໄດ້​ຫາລື​ກັນກ່ຽວ​ກັບການ​​ແກ້​ໄຂ​ ບັນຫາຄົນ​ຕ່າງປະ​ເທດ​ ທີ່​ເຄື່ອນ​​ໄຫວ​ ບໍ່​ຖືກຕ້ອງ​ຕາມ​ກົດໝາຍຂອງ ສປປ ລາວ ຢູ່​ນະຄອນຫລວງ​ວຽງ​ຈັນ, ​ເພື່ອສືບ​ຕໍ່​ແກ້​ໄຂ ​ໂດຍ​ການຫັນ​ເອົາ​ຄົນ​ຕ່າງປະ​ເທດ​ທີ່​ມາ​ເຄື່ອນ​ໄຫວ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ​ ​ໃຫ້​ຫັນ​​ເຂົ້າ​ສູ່​ການ​ຄຸ້ມ​ຄອງ​ຕາມ​ກົດໝາຍ ​ແລະ ກົດ​ລະບຽບ​ ຂອງ​ແຕ່ລະ​ຂະ​ແໜງ​ການ​ຢ່າງ​ເຂັ້ມ​ງວດ, ພ້ອມ​ທັງ​ໃຫ້​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ, ອົງການ​ປົກຄອງ​ທ້ອງ​ຖິ່ນ​ທຸກ​ຂັ້ນ ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບຕາມ​ພາລະ​ບົດບາດ-ໜ້າ​ທີ່​ຂອງ​ຕົນ.

ໃນ​ວັນ​ທີ 5 ກໍລະກົດ 2019 ທີ່ພະ​ແນ​ກ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ນະຄອນຫລວງ​ວຽງ​ຈັນ, ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ຮ່ວມ​ກັບ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໄດ້​ຫາລື​ກັນກ່ຽວ​ກັບການ​​ແກ້​ໄຂ​ ບັນຫາ ຄົນ​ຕ່າງປະ​ເທດ​ ທີ່​ເຄື່ອນ​​ໄຫວ​ ບໍ່​ຖືກຕ້ອງ​ ຕາມ​ກົດໝາຍຂອງ ສປປ ລາວ ຢູ່​ນະຄອນຫລວງ​ວຽງ​ຈັນ, ​ເພື່ອສືບ​ຕໍ່​ແກ້​ໄຂ ​ໂດຍ​ການຫັນ​ເອົາ​ຄົນ​ຕ່າງປະ​ເທດ​ທີ່​ມາ​ເຄື່ອນ​ໄຫວ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ​ ​ໃຫ້​ຫັນ​​ເຂົ້າ​ສູ່​ການ​ຄຸ້ມ​ຄອງ​ຕາມ​ກົດໝາຍ ​ແລະ ກົດ​ລະບຽບ​ ຂອງ​ແຕ່ລະ​ຂະ​ແໜງ​ການ​ຢ່າງ​ເຂັ້ມ​ງວດ, ພ້ອມ​ທັງ​ໃຫ້​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ, ອົງການ​ປົກຄອງ​ທ້ອງ​ຖິ່ນ​ທຸກ​ຂັ້ນ ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບຕາມ​ພາລະ​ບົດບາດ-ໜ້າ​ທີ່​ຂອງ​ຕົນ. ນ​ອກຈາກ​ນີ້, ກໍ​ເພື່ອ​ເຮັດ​ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ​ ໃນ​ການຈັດ​ຕັ້ງ​ປະຕິບັດການ​ບັງຄັບ​ໃຊ້​ກົດໝາຍ ​ແລະ ລະບຽບ​ການ​ຂອງ​ແຕ່ລະ​ຂະ​ແໜງ​ການ ​ແລະ ​ເພື່ອ​ເຮັດ​ໃຫ້​ທຸກ​ພາກສ່ວນ​ມີ​ສ່ວນ​ຮ່ວມ ​ໃນ​ການ​ແກ້​ໄຂ​ບັນຫາ​ຊ້ຳ​ເຮື້ອ​ມາຍາ​ວນານ, ​ໂດຍ​ນຳ​ໄປ​ສູ່​ການສະ​ເໜີ​ປັບປຸງ​ກົດໝາຍ, ລະບຽບ​ການ​ຕາມ​ຂັ້ນ​ຕອນ ​ໃຫ້​ເໝາະ​ສົມກັບ​ສະພາບ​ການ​ ​ແລະ ​ເງື່ອນ​ໄຂ​ຂອງ​ປະ​ເທດ.

ຂະແໜງການທີ່ກ່ຽວຂ້ອງຂອງນະຄອນຫລວງ​ວຽງ​ຈັນ ກຳລັງເລັ່ງແກ້​ໄຂບັນຫາ​ ຄົນ​ຕ່າງປະ​ເທດທີ່​ເຄື່ອນ​ໄຫວ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ

ທ່ານ ພັນ​ເອກ ຄຳ​ພອນ ​ເທບ​ພະ​ວົງ ຮອງ​ຫົວໜ້າ​ກອງ​ບັນຊາ​ການປ້ອງ​ກັນ​ຄວາມ​ສະຫງົບ ນະຄອນຫລວງ​ວຽງ​ຈັນ.

ທ່ານ ພັນ​ເອກ ຄຳ​ພອນ ​ເທບ​ພະ​ວົງ ຮອງ​ຫົວໜ້າ​ກອງ​ບັນຊາ​ການປ້ອງ​ກັນ​ຄວາມ​ສະຫງົບ ນະຄອນຫລວງ​ວຽງ​ຈັນ ​​ກ່າວ​ວ່າ: ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ດັ່ງກ່າວ, ນັບ​ແຕ່​ເດືອນ​ກັນຍາ 2018 ຫາ ​ເດືອນ​ພຶດສະພາ 2019 ສາມາ​ດ​ແກ້​ໄຂ​ບັນຫາ​ປະກົດ​ການ​ຫຍໍ້​ທໍ້ ​ໃນ​ຂົງ​ເຂດ​ຄົນ​ຕ່າງປະ​ເທດ ແລະ ​ໄດ້​ດຳ​ເນີນ​ມາດ​ຕະການ​ຕໍ່​ຄົນ​ຕ່າງປະ​ເທດ ທີ່​ລະ​ເມີດ​ກົດໝາຍ, ລະບຽບ​ການ​ທັງ​ໝົດ 1.142 ຄົນ, ຍິງ 394 ຄົນ, ​ເຊິ່ງ​ໄດ້​ຈັດ​ສົ່ງ​ກັບ​ຄືນ​ປະ​ເທດ​ເດີມ 402 ຄົນ, ຍິງ 124 ຄົນ ​ແລະ ສະ​ເໜີ​​ເອົາ​ເຂົ້າບັນຊີ​ຫ້າມ​ເຂົ້າ ສປປ ລາວ 339 ຄົນ, ຍິງ 97 ຄົນ ​ແລະ ກຳລັງ​ຈະ​ສົ່ງ​ກັບ​ຄືນ​ປະ​ເທດ​ໃນ​ໄວໆ​ນີ້​ຕື່ມ​ອີກ​ 22 ຄົນ. ສໍາລັບການຈັດ​ຕັ້ງ​ປະຕິບັດ ​ໃນ​ໄລຍະຕົ້ນ​ເດືອນ​ມິຖຸນາ​ ​ເຖິງ​ປັດຈຸ​ບັນ​ ສາມາດ​ກວດ​ພົບ​ເຫັນ​ຄົນ​ຕ່າງປະ​ເທດ ​ລະ​ເມີດ​ກົດ​ລະບຽບ​ການ ​ແລະ ​ໄດ້​ນຳ​ໃຊ້​ມາດ​ຕະການ​ທາງ​ກົດໝາຍ ​ແລະ ວິຊາ​ສະ​ເພາະ​ໄດ້​ 302 ຄົນ, ຍິງ 112.

ທ່ານ​ ພັນ​ເອກ ຄຳ​ພອນ ​ເທບ​ພະ​ວົງ ກ່າວ​ຕື່ມ​ວ່າ: ການຈັດ​ຕັ້ງ​ປະຕິບັດ​​ໃນ​ໄລຍະ​ຜ່ານ ກໍ​ຍັງ​ພົບ​ຄວາມ​ຫຍຸ້ງຍາກ​ຫລາຍ​ປະການ​ ເປັນ​ຕົ້ນ ການ​ປະຕິບັດ​ກົດໝາຍ​ ຍັງ​ບໍ່​ທັນ​ເປັນ​ເອກະ​ພາບ​, ບໍ່​ທັນ​ເຂັ້ມ​ງວດ ​ແລະ ​ເດັດຂາດ ​ຕໍ່​ບາງ​ກໍລະນີຂອງ​ການລະ​ເມີດ​ກົດໝາຍ​ຂອງ​ຄົນ​ຕ່າງປະ​ເທດ. ພ້ອມ​ກັນ​ນີ້, ການ​ປະສານ​ລະຫວ່າງ ​ກອງ​ສອບ​ສວນ-​ແກ້​ໄຂ​ຄົນ​ຕ່າງປະ​ເທດ ກັບ​ບັນດາ​ກົມ​ທີ່​ກ່ຽວຂ້ອງຍັງ​ບໍ່​ທັນ​ກົມກຽວ ​ແລະ ຕໍ່​ເນື່ອງ. ນອກຈາກ​ນີ້, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ​ເຈົ້າ​ໜ້າ​ທີ່ ຢູ່​ບາງ​ບ່ອນ​ຍັງ​ປົກ​ປິດ​ຂໍ້​ມູນ​ສະຖິຕິ ​ແລະ ບຸກຄົນ​ຕ່າງປະ​ເທ​ດທີ່​ພັກ​ເຊົາ​ໃນ​ເຂດ​ຮັບຜິດຊອບ​ຂອງ​ຕົນ, ຄົນ​ຕ່າງປະ​ເທດ​ຈຳນວນ​ໜຶ່ງຍັງ​ມີ​ລັກສະນະ​ດື້​ດ້ານຕໍ່​ລະບຽບ​ກົດໝາຍ ​ໂດຍ​ສະ​ເພາະ​ ຄົນ​ທີ່​ໄດ້​ຖືກ​ຈັດ​ສົ່ງ​ກັບ​ຄືນ​ປະ​ເທດ​​ເດີມແລ້ວ ພັດ​ບໍ່​ຍອມ​ກັບ ​ແລະ ກັບ​ເຂົ້າ​ມາລາວ​ອີກ.

ຂະແໜງການທີ່ກ່ຽວຂ້ອງຂອງນະຄອນຫລວງ​ວຽງ​ຈັນ ກຳລັງເລັ່ງແກ້​ໄຂບັນຫາ​ ຄົນ​ຕ່າງປະ​ເທດທີ່​ເຄື່ອນ​ໄຫວ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ

ທ່ານ ນາງລຳພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ.

ກ່າວຄຳເຫັນໃນກອງປະຊຸມປຶກສາຫາລື ດັ່ງກ່າວ, ທ່ານ ນາງລຳພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ໄດ້ກ່າວໃນກອງປະຊຸມວ່າ: ການແກ້ໄຂຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ ແມ່ນມີການແບ່ງໜ້າທີ່ກັນຢ່າງລະອຽດໂດຍມອບໃຫ້ຂະແໜງແຮງງານ, ກອງບັນຊາການ ປກສ ແລະ ຂະແໜງອຸດສາຫະກຳ ແລະ ການຄ້າ ເປັນຜູ້ຮັບຜິດຊອບ ແລະ ແກ້ໄຂຕາມລະບຽບກົດໝາຍຂອງແຕ່ລະພາກສ່ວນ ເຊັ່ນ: ຂະແໜງປ້ອງກັນຄວາມສະຫງົບເປັນເຈົ້າການຮັບຜິດຊອບຄົນຕ່າງປະເທດໃນການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວຊຶ່ງເປັນບຸກຄົນ, ນິຕິບຸກຄົນທີ່ເຄື່ອນໄຫວລະເມີດກົດໝາຍເຊັ່ນ: ຫາບ, ຫິ້ວ, ຍູ້ລໍ້, ບັນທຸກໃສ່ຍານພາຫະນະ ເພື່ອຂາຍສິ່ງຂອງຕາມສະຖານທີ່ຕ່າງໆ ແລະ ອື່ນໆ.

ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ຮັບຜິດຊອບຄົນຕ່າງປະເທດໃນການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວວຽກຊົ່ວຄາວ ເປັນບຸກຄົນຜູ້ອອກແຮງງານຕ່າງປະເທດທັງໝົດ ເຊັ່ນ: ເຮັດວຽກນຳຫົວໜ່ວຍແຮງງານ, ໂຄງການເສດຖະກິດພິເສດ, ຫ້າງຮ້ານຕ່າງໆ ແລະ ອື່ນໆ. ຂະແໜງອຸດສາຫະກຳ ແລະ ການຄ້າ ຮັບຜິດຊອບຄົນຕ່າງປະເທດໃນການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວຊຶ່ງເປັນຄົນຜູ້ທີ່ລົງທຶນເພື່ອຄ້າຂາຍ, ສ້ອມແປງ, ດຳເນີນທຸລະກິດການບໍລິການຮ້ານອາຫານ, ເຮືອນພັກ, ໂຮງແຮມ ແລະ ການລົງທຶນປະເພດອື່ນໆ.

ທ່ານ ນາງລຳພອຍ ຍັງໄດ້ກ່າວຕື່ມອິກວ່າ ນັບແຕ່ປີ 2016 ຫາ 2017 ສາມາດຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດທີ່ມາເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບ ແລະ ກົດໝາຍຂອງ ປະເທດລາວ ຢູ່ ນະຄອນຫຼວງວຽງຈັນໄດ້ທັງໝົດ 6,671 ຄົນ. ຂໍ້ຫຍຸ້ງຍາກໃນການຕິດຕາມ ແລະ ກວດສອບຄົນຕ່າງປະເທດດັ່ງກ່າວ ແມ່ນມີຫຼາຍເຊັ່ນ: ສ່ວນຫຼາຍພໍ່ແມ່ປະຊາຊົນໄດ້ອຳນວຍຄວາມສະດວກໃຫ້ຄົນຕ່າງປະເທດມາເຊົ່າເຮືອນ ຫຼື ຫ້ອງແຖວໂດຍບໍ່ໄດ້ແຈ້ງເຈົ້າໜ້າທີ, ເອກກະສານພັກເຊົາໝົດອາຍຸ ແຕ່ເຈົ້າຂອງສະຖານທີ່ບໍ່ໄດ້ແຈ້ງ ຕໍ່ອຳນາດການປົກຄອງ, ຄົນຕ່າງປະເທດມີການບ່າຍບຽງ ການຂຶ້ນທະບຽນ, ເຈົ້າຂອງສະຖານທີ່ ທີ່ໃຫ້ຄົນຕ່າງປະເທດພັກເຊົາຍັງມີບາງຈຳພວກຍັງບໍ່ໄດ້ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ ແລະ ອື່ນໆ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.