ຮອງ​ນາຍົກ​ລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ​ພົບ​ປະການ​ນໍາ ​ແລະ ລັດຖະມົນຕີ​ການ​ຕ່າງປະ​ເ​ທດບັນດາ​ປະ​ເທດ ​ເຂົ້າ​ຮ່ວມ​ວາລະ​ປະຊຸມ​ປຶກສາ​ຫາລື​ເປ

16:15 | 11/01/2020

ວັນທີ 9 ມັງກອນ, ຢູ່ສໍານັກງານ ສປຊ ຢູ່ ນິວຢອກ, ອາເມລິກາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ມີການພົບປະກັບທ່ານ Urmas Reinsalu ລັດຖະມົນຕີການຕ່າງປະເທດ Estonia, ທ່ານ Peter Szijjarto ລັດຖະມົນຕີການຕ່າງປະເທດ Hungary, ທ່ານ Michelle Muntefering ລັດຖະມົນຕີການຕ່າງປະເທດ ເຢຍລະມັນ; ທ່ານ Ralph Gonsalves ນາຍົກລັດຖະມົນຕີຂອງປະເທດເກາະ Saint Vincent ແລະ Grenadines.

ຮອງ​ນາຍົກ​ລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ​ພົບ​ປະການ​ນໍາ ​ແລະ ລັດຖະມົນຕີ​ການ​ຕ່າງປະ​ເ​ທດບັນດາ​ປະ​ເທດ ​ເຂົ້າ​ຮ່ວມ​ວາລະ​ປະຊຸມ​ປຶກສາ​ຫາລື​ເປ

ວາລະປະຊຸມປຶກສາຫາລືເປີດ ຂັ້ນລັດຖະມົນຕີ ຂອງສະພາຄວາມໝັ້ນຄົງ ສປຊ (ພາບ: TTXVN)

ໃນການຕ້ອນຮັບຄັ້ງຕ່າງໆ, ການນໍາ ແລະ ລັດຖະມົນຕີການຕ່າງປະເທດບັນດາປະເທດ ຕ່າງກໍຢັ້ງຢືນເຖິງຖືເປັນສໍາຄັນ ແລະ ເພີ່ມທະວີການພົວພັນກັບ ຫວຽດນາມ, ຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດກັບຫວຽດນາມໃນເວທີປາໄສ ສປຊ ໃຫ້ຫຼາຍກວ່າອີກ; ເພີ່ມທະວີການຮ່ວມມືໃນບັນດາຂົງເຂດ ເຊິ່ງຫວຽດນາມ ແລະ ບັນດາປະເທດມີທ່າແຮງ.

ສ່ວນທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ປາດຖະໜາຢາກສືບຕໍ່ເພີ່ມທະວີການສົມທົບກັບປະເທດ Estonia, Hungary, ເຢຍລະມັນ, ປະເທດເກາະ Saint Vincent ແລະ Grenadines ຕື່ມອີກ ເພື່ອແນໃສ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາວຽກງານຂອງ ສປຊ ໃນຂົງເຂດສ້າງສັນຕິພາບ ແລະ ຄວາມໝັ້ນຄົງ. ສະເພາະ Estonia, Hungary, ເຢຍລະມັນ, ທ່ານ ຟ້າມບິ່ງມິງ ປາດຖະໜາຢາກເພີ່ມທະວີການພົວພັນທາງການຄ້າ - ການລົງທຶນ ໂດຍສະເພາະແມ່ນບັນດາກາລະໂອກາດ ເມື່ອ ສັນຍາການຄ້າເສລີ ຫວຽດນາມ - ອີຢູ ແລະ ສັນຍາ ອາລັກຂາການລົງທຶນ ຫວຽດນາມ - ອີຢູ ໄດ້ຮັບການຮັບຮອງເອົາ.

(ແຫຼ່ງ​ຂໍ້​ມູນ​: vovworld.vn)

ເຫດການ
302 Found

Found

The document has moved here.