ຫຼົງໄຫຼກັບຮອຍຍິ້ມຮ່າຢາງທ່າມກາງທົ່ງດອກໂຊບະຍາມທ້າຍລະດູໃບໄມ້ຫຼົ່ນ

17:08 | 12/11/2022

ຍ​ສ​ໝ - ດອກ​​ໂຊບະ (Buckwheat) ​ເລີ່ມ​ບານ​ສະພັ່ງ​ຢູ່​ຮ່າ​ຢາງ, ດຶງ​ດູດ​ແຂກ​ທ່ອງ​ທ່ຽວທົ່ວທຸກ​ສາ​ລະ​ທິດ. ອາ​ກາດ​ປອດ​ໂປ່ງ​, ໜາວ​ໜ້ອຍ​ໜຶ່ງ, ທິ​ວ​ທັດ​ທຳ​ມະ​ຊາດ​ທີ່​ມີ​ຄວາມ​ປະ​ທັບ​ໃຈ ແລະ ປະ​ຊາ​ຊົນທີ່​ຮັກ​ແພງ​ແຂກ​ຄົນ ໄດ້​ເຮັດ​ໃຫ້​ເຂດ​ດິນ​ແດນ​ແຫ່ງ​ນີ້​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ບໍ່​ຄວນ​ພາດ ​ສຳລັບ​ຜູ້​ຫຼົງໄຫຼໃນ​ການ​ຄົ້ນ​ຫາ.

ລະດູໃບໄມ້ຫຼົ່ນຮ່າໂນ້ຍ ສວຍງາມທີ່ສຸດແມ່ນຢູ່ໃນບັນດາລົດຂາຍດອກໄມ້ ລະດູໃບໄມ້ຫຼົ່ນຮ່າໂນ້ຍ ສວຍງາມທີ່ສຸດແມ່ນຢູ່ໃນບັນດາລົດຂາຍດອກໄມ້
ບັກກ້ານ: ຈັດງານບຸນ “ສີສັນລະດູໃບໄມ້ຫຼົ່ນຢູ່ ໜອງບາເບ໋” ຄັ້ງທຳອິດ ບັກກ້ານ: ຈັດງານບຸນ “ສີສັນລະດູໃບໄມ້ຫຼົ່ນຢູ່ ໜອງບາເບ໋” ຄັ້ງທຳອິດ
ຫຼົງໄຫຼກັບຮອຍຍິ້ມຮ່າຢາງທ່າມກາງທົ່ງດອກໂຊບະຍາມທ້າຍລະດູໃບໄມ້ຫຼົ່ນ
ໃນຊຸມວັນທ້າຍເດືອນຕຸລາ, ຕົ້ນເດືອນພະຈິກ, ດອກໂຊບະຈີ່ງເລີ່ມບານສະພັ່ງຢູ່ຮ່າຢາງ, ດຶງດູດແຂກທ່ອງທ່ຽວທົ່ວທຸກສາລະທິດ. ແຂກທ່ອງທ່ຽວມາແຫ່ງນີ້ເພື່ອລົງພຶດຕິກຳຕົວຈິງບັນຍາກາດໜາວເຢັນຂອງລະດູໃບໄມ້ຫຼົ່ນ, ຮັບຊົມທົ່ງດອກໄມ້ຂາວປະສົມກັບສີບົວຢູ່ທົ່ວທຸກແຫ່ງຂອງເຂດພູສູງ.
ຫຼົງໄຫຼກັບຮອຍຍິ້ມຮ່າຢາງທ່າມກາງທົ່ງດອກໂຊບະຍາມທ້າຍລະດູໃບໄມ້ຫຼົ່ນ
ຫວ່າງມໍ່ໆມານີ້, ທ້າວ ເຈືອງກວາງວິງ (ອາຍຸ 21 ປີ, ບ້ານເກີດ ວິງຟຸກ), ຮົ່ງງອກ (ຮ່າໂນ້ຍ) ພ້ອມກັບໝູ່ເພື່ອນສະໜິດຂອງຕົນ ມີການເດີນທາງໄປທ່ຽວຮ່າຢາງເປັນເວລາ 3 ວັນ 2 ຄືນ.
ຫຼົງໄຫຼກັບຮອຍຍິ້ມຮ່າຢາງທ່າມກາງທົ່ງດອກໂຊບະຍາມທ້າຍລະດູໃບໄມ້ຫຼົ່ນ
ທັງກຸ່ມໄດ້ມາຢ້ຽມຢາມຫຼັກໝາຍເລກ 0, ທຳນຽບຂອງຕະກຸນ ເວືອງ, ພູພຽງຫີນດົ່ງວັນ, ໝູ່ບ້ານເກົ່າ ທຽນເຮືອງ, ມ໊າຟີແລັງ. “ມູມໃດຂອງຮ່າຢາງກໍ່ງາມທີ່ສຸດ ດັ່ງນັ້ນ ເມື່ອໄປບ່ອນໃດງາມໆ, ທັງກຸ່ມ ກໍຢຸດລົດຊົມວິວຢ່າງລະອຽດ, ຖ່າຍຮູບເປັນທີ່ລະນຶກ. ເຖິງວ່າ ມາຮ່າຢາງເປັນເວລາ 3 ຄັ້ງແລ້ວ ແຕ່ເຮົາເອງ ກໍຍັງຫຼົງໄຫຼກັບທຳມະຊາດຢູ່ແຫ່ງນີ້”, ຮົ່ງງອກ ແບ່ງປັນ.
ຫຼົງໄຫຼກັບຮອຍຍິ້ມຮ່າຢາງທ່າມກາງທົ່ງດອກໂຊບະຍາມທ້າຍລະດູໃບໄມ້ຫຼົ່ນ
ກວາງວິງມັກຊົມ ແລະ ບັນທຶກຮ້ອຍຍິ້ມຂອງເດັກນ້ອຍຢູ່ດິນແດນຮ່າຢາງ
ຫຼົງໄຫຼກັບຮອຍຍິ້ມຮ່າຢາງທ່າມກາງທົ່ງດອກໂຊບະຍາມທ້າຍລະດູໃບໄມ້ຫຼົ່ນ
ອາກາດຢູ່ຮ່າຢາງມີການປ່ຽນແປງຢ່າງຕໍ່ເນື່ອງ ໃນຈຸດເວລາຕ່າງໆຂອງວັນ.
ຫຼົງໄຫຼກັບຮອຍຍິ້ມຮ່າຢາງທ່າມກາງທົ່ງດອກໂຊບະຍາມທ້າຍລະດູໃບໄມ້ຫຼົ່ນ
ແມ່ນ້ຳຍໍເກ໊ ເບິ່ງຈາກບ່ອນສູງເທິງກິ່ວ ມ໊າຟີແລ່ງ.
ຫຼົງໄຫຼກັບຮອຍຍິ້ມຮ່າຢາງທ່າມກາງທົ່ງດອກໂຊບະຍາມທ້າຍລະດູໃບໄມ້ຫຼົ່ນ
ກຸ່ມເພື່ອນມາຢ້ຽມຢາມສະຫະກອນ ແລັງລຸ່ງຕ໊າມ (ກວານບະ, ຮ່າຢາງ). ຕ່ຳແຜ່ນແລັງ ແມ່ນອາຊີບພື້ນເມືອງຂອງຫຼາຍຄອບຄົວຊາວເຜົ່າມົ້ງ ຢູ່ຕາແສງເຂດພູສູງນີ້. ບັນດາເພື່ອນໜຸ່ມກໍ່ຮູ້ສຶກຕື່ນຕົກໃຈທີ່ສຸດ ເມື່ອໄດ້ຮູ້ວ່າ ເພື່ອໃຫ້ມີຜະລິດຕະພັນແລັງ ທີ່ມີເຄື່ອງໝາຍແລ້ງລຸງຕ໊າມ ຕ້ອງຜ່ານ 41 ຂັ້ນຕອນ.
ຫຼົງໄຫຼກັບຮອຍຍິ້ມຮ່າຢາງທ່າມກາງທົ່ງດອກໂຊບະຍາມທ້າຍລະດູໃບໄມ້ຫຼົ່ນ
ສະຖານທີ່ກຸ່ມເພື່ອນນິຍົມທີ່ສຸດໃນການເດີນທາງແມ່ນໝູ່ບ້ານເກົ່າແກ່ຮ້ອຍປີ ທຽນເຮືອງ. ໝູ່ບ້ານທຽນເຮືອງ (ຫຼືຍັງໄດ້ເອີ້ນວ່າໝູ່ບ້ານ ມ໊າປັງ) ຫ່າງຈາກໃຈກາງເທດສະບານ ດົ່ງວັນ ໂດຍໃຊ້ເວລາເດີນທາງ 30 ນາທີ. ເຮືອນຂອງພໍ່ແມ່ພີ່ນ້ອງຢູ່ແຫ່ງນີ້ໄດ້ກໍ່ສ້າງຕາມສະຖາປັດຕະຍາກຳເກົ່າແກ່ ດ້ວຍການມຸງຫຼັງຄາດິນຂໍເຮັດເປັນຮ່ອງຫຼຸບໂນນ ແລະ ເຮັດຝາດ້ວຍດິນ.
ຫຼົງໄຫຼກັບຮອຍຍິ້ມຮ່າຢາງທ່າມກາງທົ່ງດອກໂຊບະຍາມທ້າຍລະດູໃບໄມ້ຫຼົ່ນ
ກຸ່ມເພື່ອນຜ່ານຜ່າເສັ້ນທາງປ່າເພື່ອໄປຍັງຈອມໂນນພູ - ເພື່ອຮັບຊົມທິວທັດທຳມະຊາດຂອງໝູ່ບ້ານຮ້ອຍປີນີ້.
ຫຼົງໄຫຼກັບຮອຍຍິ້ມຮ່າຢາງທ່າມກາງທົ່ງດອກໂຊບະຍາມທ້າຍລະດູໃບໄມ້ຫຼົ່ນ
ທິວທັດທຳມະຊາດທີ່ສະຫງົບສຸກຍາມຄ່ຳຄືນຢູ່ຮ່າຢາງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.