ເດີນທາງການພົບປະມິດຕະພາບ ແລະ ການຮ່ວມມືປະຊາຊົນຫວຽດນາມ - ກຳປູເຈຍ ຄັ້ງທີ 5

06:38 | 11/11/2022

ຍສໝ - ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ກຳປູ​ເຈຍ ​ແລະ ປີ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ 2022, ​ແຕ່​ວັນ​ທີ 5 – 8 ພະຈິກ 2022, ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ, ສະຫະພັນ​ບັນດາ​ອົງການ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ແຂວງ ບີ່ງເຟືອກ ​ແລະ ​ແຂວງ ດັກ​ນົງ ໄດ້ສົມທົບ​ກັບ​ສະມາຄົມ​ມິດຕະພາບ​ກຳປູ​ເຈຍ - ຫວຽດນາມ ຈັດ​ຕັ້ງ​ການພົບປະ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ປະຊາຊົນ​ຫວຽດນາມ - ກຳປູ​ເຈຍ ຄັ້ງ​ທີ 5.

ຊຸກຍູ້ການລົງທຶນ ແລະ ການຄ້າ ຫວຽດນາມ - ກຳປູເຈຍ ຊຸກຍູ້ການລົງທຶນ ແລະ ການຄ້າ ຫວຽດນາມ - ກຳປູເຈຍ
ເພີ່ມທະວີການຮ່ວມມືຊາວໜຸ່ມ ຫວຽດນາມ - ກຳປູເຈຍ ເພີ່ມທະວີການຮ່ວມມືຊາວໜຸ່ມ ຫວຽດນາມ - ກຳປູເຈຍ

ຄະ​ນະ​ຜູ້​ແທນ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ກຳ​ປູ​ເຈຍ ມີ 55 ທ່ານ, ນຳພາຄະນະໂດຍ​ທ່ານ​ນາງ ຫງວຽນ​ທິ​ແທງ, ກຳມະການຄະນະບໍລິຫານງານສູນກາງພັກ, ກຳມະການ​ຄະນະປະຈຳ​ສະ​ພາ​ແຫ່ງ​ຊາດ, ຫົວໜ້າກຳມາທິການວຽກງານສະມາຊິກສະພາແຫ່ງຊາດ, ຮອງຫົວໜ້າຄະນະຈັດຕັ້ງສູນກາງ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ ເປັນຫົວໜ້າຄະນະເຂົ້າຮ່ວມໃນການພົບປະ. ຄະນະ​ຜູ້​ແທນ​ສະມາຄົມ​ມິດຕະພາບ​ກຳປູ​ເຈຍ - ຫວຽດນາມ ປະກອບມີ 55 ທ່ານ​ ໂດຍ​ທ່ານ​ນາງ Men Sam An - ຮອງ​ປະທານ​ພັກ​ປະຊາຊົນ​ກຳປູ​ເຈຍ, ຮອງ​ນາຍົກລັດຖະມົນຕີ ກຳປູ​ເຈຍ, ປະທານ​ສະມາຄົມ​ມິດຕະພາບ​ກຳປູ​ເຈຍ - ຫວຽດນາມ ນຳ​ໜ້າ.

ກ່ອນ​ໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ທີ 5 ພະຈິກ, ຢູ່​ເຂດ​ດ່ານ​ຊາຍ​ແດນ​ສາກົນ ຮ່ວາ​ລື (​ເມືອງ ລົກ​ນິງ, ​ແຂວງ ບິ່ງ​ເຟືອກ) ​ກໍໄດ້​ດຳ​ເນີນ​ພິທີ​ຕ້ອນຮັບ​ຄະນະ​ຜູ້​ແທນ​ປະຊາຊົນ​ກຳປູ​ເຈຍ ​ໂດຍ​ທ່ານ​ນາງ Men Sam An ນຳ​ໜ້າ.

ເດີນທາງການພົບປະມິດຕະພາບ ແລະ ການຮ່ວມມືປະຊາຊົນຫວຽດນາມ - ກຳປູເຈຍ ຄັ້ງທີ 5
ເດີນທາງການພົບປະມິດຕະພາບ ແລະ ການຮ່ວມມືປະຊາຊົນຫວຽດນາມ - ກຳປູເຈຍ ຄັ້ງທີ 5
ທ່ານ​ນາງ ຫງວຽນ​ທິ​ແທງ, ກຳມະການຄະນະບໍລິຫານງານສູນກາງພັກ ແລະ ທ່ານ​ນາງ Men Sam An - ຮອງ​ປະທານ​ພັກ​ປະຊາຊົນ​ກຳປູ​ເຈຍ

ຄະນະ​ຜູ້​ແທນ​ໄດ້​ດຳ​ເນີນ​ການຕ້ອນຮັບ ​ຢື້ຢາມຖາມຂ່າວ, ມອບ​ດອກ​ໄມ້ ​ແລະ ຖ່າຍຮູບ​ທີ່​ລະນຶກ​ຢູ່​ເຂດ​ດ່ານ​ຊາຍ​ແດນ​ສາກົນຮ່ວາ​ລື. ຫຼັງ​ຈາກ​ນັ້ນ, ຄະ​ນະ​ຜູ້​ແທນ​ໄດ້​ໄປ​ຢ້ຽມ​ຢາມ​ ກຸ່ມ​ກິດຈະການທີ່ລະ​ນຶກ​ເຖິງ​ການ​ເດີນ​ທາງກູ້ຊາດ ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hun Sen ຢູ່​ເຂດ X16 ຢູ່​ໝູ່​ບ້ານແທັງໄຕ່, ຕາ​ແສງ ລົກເຕິນ, ເມືອງ ລົກນິງ.

ຄະນະ​ຜູ້​ແທນ​ສອງ​ປະ​ເທດ​ ໄດ້​ຖະຫວາຍ​ທູບ​ທຽນ​ບູຊາ ​ຢູ່ຫໍບູຊາກຳປູ​ເຈຍ, ​ໄປ​ຢ້ຽມຢາມ​ສະຖານ​ທີ່​ລີ້ເກັບເຊື່ອງອາວຸດ, ຈຸດ​ພົບ​ປະ​ຂອງທະຫານປະຊາຊົນ ​ແລະ ປະຊາຊົນ ຫວຽດນາມ, ຈຸດ​ເຮັດ​ວຽກ​ຂອງ​ຕາ​ແສງ ລົກເຕິນ (ປະຈຸ​ບັນ​ແມ່ນ​ຫໍ​ວັດທະນະທຳ​ຂອງຕາແສງລົກແທັງ, ​ເມືອງ​ລົກ​ນິງ)...

ຕອນ​ບ່າຍ​ວັນ​ທີ 6 ພະຈິກ, ກ່ອນ​ພິທີ​ເປີດການພົບປະ​ມິດ​ຕະ​ພາບ ​ແລະ ການ​ຮ່ວມ​ມື​ປະຊາຊົນ​ຫວຽດນາມ - ກຳປູ​ເຈຍ ຄັ້ງທີ 5, ທ່ານ ຟ້າ​ມບິ່ງ​ມິ​ງ ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ ​ໄດ້​ໃຫ້ການ​ຕ້ອນຮັບ ​ທ່ານ​ນາງ Men Sam An, ຮອງ​ປະທານພັກປະຊາຊົນ​ກຳປູ​ເຈຍ, ຮອງ​ນາຍົກລັດຖະມົນຕີ ກຳປູ​ເຈຍ, ປະທານສະ​ມາ​ຄົມ​ມິດ​ຕະ​ພາບ​ກຳ​ປູ​ເຈຍ - ຫວຽດ​ນາມ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ປະ​ຊາ​ຊົນ​ກຳ​ປູ​ເຈຍ ໃນ​ໂອ​ກາດ​ທີ່​ຄະ​ນະ​ຜູ້​ແທນ​ສະ​ມາ​ຄົມ​ມິດ​ຕະ​ພາບ ກຳ​ປູ​ເຈຍ - ຫວຽດ​ນາມ ເຂົ້າ​ຮ່ວມການພົບປະ​ມິດ​ຕະ​ພາບ ຢູ່ ຫວຽດ​ນາມ.

ເດີນທາງການພົບປະມິດຕະພາບ ແລະ ການຮ່ວມມືປະຊາຊົນຫວຽດນາມ - ກຳປູເຈຍ ຄັ້ງທີ 5

ພິທີ​ເປີດ​ເປີດລາຍການພົບປະ​ມິດ​ຕະ​ພາບ ​ແລະ ການ​ຮ່ວມ​ມື​ປະຊາຊົນ​ຫວຽດນາມ - ກຳປູ​ເຈຍ ​ຄັ້ງ​ທີ 5 ​ ໄດ້​ຈັດ​ຂຶ້ນ​ຢູ່​ແຂວງ ບິ່ງ​ເຟືອກ - ​ເຊິ່ງ​ເປັນສະຖານທີ່​ຂີດ​ໝາຍ​ປະຫວັດສາດ​ແຫ່ງ​ການ​ເດີນທາງກູ້ຊາດ​ຂອງ​ທ່ານ​ນາຍົກລັດຖະມົນຕີ Hun Sen, ກ່ຽວກັບຄວາມມິດຕະພາບ, ຄວາມ​ສາມັກຄີ, ສະໜິດຕິດແໜ້ນ ​ລະຫວ່າງ 2 ປະ​ເທດ. ທ່ານ ຟ້າ​ມບິ່ງ​ມິ​ງ ກຳມະການ​ກົມ​ການ​ເມືອງ, ​ຮອງ​ນາຍົກລັດຖະມົນຕີ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ປາ​ໄສ. ທ່ານ​ນາງ ຫງວຽນ​ທິແທງ ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ ​ເນັ້ນ​ໜັກ​ວ່າ: ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ - ກຳປູ​ເຈຍ ​ໄດ້​ກາຍ​ເປັນ​ຊັບ​ສົມບັດອັນ​ລ້ຳ​ຄ່າ ​ແລະ ສັກສິດ​ຂອງ​ສອງ​ປະ​ເທດ, ບໍ່​ພຽງ​ແຕ່​ສຳລັບ​ຄົນ​ລຸ້ນ​ໃນ​ປະຈຸ​ບັນ​ເທົ່າ​ນັ້ນ ຫາກ​ຍັງ​ສຳລັບ​​ລຸ້ນຄົນໃນອະນາຄົດນຳອີກ.

ເດີນທາງການພົບປະມິດຕະພາບ ແລະ ການຮ່ວມມືປະຊາຊົນຫວຽດນາມ - ກຳປູເຈຍ ຄັ້ງທີ 5
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​​ ໄດ້​ຕ້ອນ​ຮັບ​ທ່ານ​ນາງ Men Sam An, ຮອງ​ປະ​ທານ​ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ກຳ​ປູ​ເຈຍ - ຫວຽດ​ນາມ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ປະ​ຊາ​ຊົນ ກຳ​ປູ​ເຈຍ.

ທ່ານ​ນາງ​ຢືນຢັນ​ວ່າ, ການ​ພົບ​ປະ​ຄັ້ງ​ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ຜູ້​ແທນ​ປະຊາຊົນ​ສອງ​ປະ​ເທດ​ ໄດ້ຫວນຄືນ ​ແລະ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່​ບັນດາ​ຄຸນງາມຄວາມດີ​ຂອງ​ການ​ນຳ​ຂັ້ນສູງ​ຂອງ​ພັກ ​ແລະ 2 ປະ​ເທດ ​ແລະ ການ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຂອງ​ປະຊາຊົນ​ຫວຽດນາມ - ກຳປູ​ເຈຍ. ດ້ວຍ​ເຫດ​ນັ້ນ, ​ຈຶ່ງ​ມີ​ຄວາມ​ຮັບ​ຮູ້ ​ແລະ ມີ​ຄວາມ​ຮັບຜິດຊອບ​ສູງ​ກວ່າ​ໃນ​ການ​ປົກ​ປັກ​ຮັກສາ, ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ອັນ​ດີງາມ​ຂອງ​ຄວາມ​ສາມັກຄີ ​ແລະ ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ, ທ່ານນາງ​ປະທານ​ສະມາຄົມ​ມິດຕະພາບ ກຳປູ​ເຈຍ - ຫວຽດນາມ Men Sam An ປາດ​ຖະໜາ​ວ່າ ສະມາຄົມ​ມິດຕະພາບ 2 ປະ​ເທດ​ເວົ້າ​ລວມ ​ແລະ ສະມາຄົມ​ມິດຕະພາບ​ບັນດາ​ທ້ອງ​ຖິ່ນ​ເວົ້າ​ສະເພາະ, ພິ​ເສດ​ແມ່ນ​ບັນດາ​ແຂວງ​ຊາຍ​ແດນ ຈົ່ງສືບ​ຕໍ່​ຮ່ວມ​ມື​ຮັກສາ​ຄວາມມິດຕະພາບ ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ​ແລະ ສະກັດ​ກັ້ນ​ການ​ເຄື່ອນ​ໄຫວ​ໂຄສະນາ​ຍຸແຍ່ຊວນ​ເຊື່ອ​ຂອງ​ບັນດາ​ກຳລັງ​ສັດຕູ ​ເພື່ອ​ແນ​ໃສ່​ທຳລາຍ​ສາຍ​ພົວພັນ​ມິດຕະພາບ​ຫວຽດນາມ - ກຳປູ​ເຈຍ.

ລາຍການ​ພົບ​ປະ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ຫຼາຍ​ການ​ເຄື່ອນ​ໄຫວ ​ຄື: ສະຫຼຸບ 10 ປີ​ແຫ່ງ​ການ​ເຄື່ອນ​ໄຫວ ປູກລ້ຽງຄວາມ​ມິດຕະພາບ, ​ແບ່ງປັນ​ບັນດາ​ການ​ເຄື່ອນ​ໄຫວ​ມິດຕະພາບ​ຂອງ 2 ສະມາຄົມ​ຢູ່ ບິ່ງ​ເຟືອກ (ວັນ​ທີ 6 ພະຈິກ), ພົບປະ​ແລກປ່ຽນ​ກັບ​ບັນດາ​ນັກຮົບ​ອາສາ​ສະໝັກ, ອະດີດ​ນັກ​ຊ່ຽວຊານ, ທະຫານ​ປ້ອງ​ກັນ​ຊາຍແດນ, ຄະນະຊາວໜຸ່ມແຂວງ ດັກນົງ (7 ພະຈິກ).

ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້ 2 ສະມາຄົມ ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແບ່ງປັນ​ປະສົບ​ການ, ສະ​ເໜີ​ຂໍ້​ລິ​ເລີ່​ມ ​ແລະ ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື, ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ​ເຜີຍ​ແຜ່, ສຶກສາ​ໃຫ້​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຢູ່​ແຕ່ລະ​ປະ​ເທດ​ ກ່ຽວ​ກັບ​ໃູນເຊື້ອຄວາມ​ສາມັກຄີ. ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ກຳປູ​ເຈຍ; ເປັນເຈົ້າການ​ຕໍ່ສູ້​ຕ້ານ​ການ​ຖະ​ແຫຼ​ງການ​ໂຄສະນາ​ເຜີຍ​ແຜ່​ທີ່ບິດ​ເບືອນ ​ເພື່ອ​ແນ​ໃສ່​ແບ່ງແຍກສາຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ເດີນທາງການພົບປະມິດຕະພາບ ແລະ ການຮ່ວມມືປະຊາຊົນຫວຽດນາມ - ກຳປູເຈຍ ຄັ້ງທີ 5
ການພົບປະມິດຕະພາບ ແລະ ການຮ່ວມມືປະຊາຊົນຫວຽດນາມ - ກຳປູເຈຍ ຄັ້ງທີ 5

ຕາມ​ບົດ​ລາຍ​ງານ​ສັງ​ລວມ 10 ປີ​ແຫ່ງ​ການ​ເຄື່ອນ​ໄຫວປູກລ້ຽງຄວາມ​ມິດຕະພາບຂອງ​ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ, ການ​ປູກລ້ຽງຄວາມ​ມິດຕະພາບ ​ແມ່ນ​ໂຄງການ​ທີ່ເຕັມໄປດ້ວຍຄວາມມະນຸດສະທຳ, ​ເຂັ້ມຂຸ້ນໄປດ້ວຍ​ວັດທະນະທຳ​ຂອງ 2 ຊາດ ​ແລະ ມີກຳລັງແຜ່ຂະຫຍາຍຢ່າງກວ້າງຂວາງ. ໂດຍເລີ່ມຈາກ 12 ຄອບຄົວອາສາສະໝັກ ເພື່ອໜູນຊ່ວຍນັກຮຽນ 34 ຄົນທີ່ພວມຮ່ຳຮຽນຢູ່ຮ່າໂນ້ຍ ແລະ ໄທບິ່ງ, ນັບແຕ່ນັ້ນມາ, ໂຄງການດັ່ງກ່າວໄດ້ຂະຫຍາຍໄປເຖິງບັນດາແຂວງ, ນະຄອນທີ່ນັກຮຽນ ກຳປູເຈຍ ພວມຮ່ຳຮຽນ, ດ້ວຍກວ່າ 100 ຄອບຄົວ, ອົງການຈັດຕັ້ງ, ສ່ວນບຸກຄົນໄດ້ອຸປະຖຳໜູນຊ່ວຍນັກຮຽນເກືອບ 500 ຄົນ.

ຄຽງ​ຄູ່​ກັບ​ການ​ເຄື່ອນ​ໄຫວອຸປະຖຳໂດຍ​ກົງ, ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ ແລະ ​ສະ​ໜັບ​ສະ​ໜູນ​​ນັກ​ສຶກ​ສາ ​ກໍ່​ໄດ້​ດຳ​ເນີນ​ໄປ​ຢ່າງ​ຕັ້ງ​ໜ້າ​ຢູ່​ທຸກ​ຂັ້ນ​ຂອງ​ສະ​ມາ​ຄົມ. ​ໃນ 10 ປີຜ່ານມາ, ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ຫຼາຍ​ອົງການ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະຫາຊົນ, ທ້ອງ​ຖິ່ນ, ວິ​ສາ​ຫະກິດ, ອົງການ​ກຸສົນ​ສັງຄົມ ​ແລະ ຄົນໃຈສັດທາ, ສະມາຄົມ​ທຸກ​ຂັ້ນ​ໄດ້​ສົມທົບ​ກັນ​ຢ່າງ​ຕັ້ງໜ້າ​ກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໃນ​ທຸກ​ຂັ້ນ ​ໄດ້​ຈັດ​ຕັ້ງ​ນັບ​ຮ້ອຍ​ລາຍການ​ໜູນ​ຊ່ວຍ ນັກສຶກສາຫລາຍພັນຄົນ ໃນຮູບແບບ ຄື: ມອບລາງວັນ, ຂອງຂວັນ ແລະ ມອບທຶນການສຶກສາ; ຈັດ​ຕັ້ງ​ການ​ພົບ​ປະ, ແລກ​ປ່ຽນ​ມິດ​ຕະ​ພາບ, ການ​ຢ້ຽມ​ຢາມທັດສະນະ, ຮຽນ​ຮູ້​ຕົວ​ຈິງ; ສະໜອງອຸປະກອນ, ເຄື່ອງໃຊ້ທີ່ຈຳເປັນ... ປະກອບສ່ວນຢ່າງແທດຈິງຊ່ວຍໃຫ້ນັກສຶກສາມີຄວາມອຸ່ນອຽນໃຈໃນການຮ່ຳຮຽນ ແລະ ປັບປຸງຊີວິດດ້ານວັດທະນະທຳຈິດໃຈ.

ຜ່ານ​ການ​ເຄື່ອນ​ໄຫວ​ຂອງ​ໂຄງການ, ການ​ພົວພັນ​ລະຫວ່າງ​ບັນດາ​ໝູ່ຄະນະ, ຄອບຄົວ, ຜູ້​ອຸປະຖຳ ​ແລະ ບຸກຄົນ ​ແລະ ນັກຮຽນ​ນັບ​ມື້​ນັບ​ແໜ້ນ​ແຟ້ນກ່ວາ​ອີກ. ຜົນສຳເລັດເບື້ອງຕົ້ນຂອງໂຄງການ ແມ່ນນັກຮຽນສ່ວນຫຼາຍມີຄວາມໝັ້ນໃຈ ແລະ ມີຜົນການຮຽນດີ, ບັນລຸໄດ້ຄະແນນດີ ໃນການສອບເສັງຈົບຊັ້ນ; ບັນດາ​ນັກຮຽນ ​ທີ່​ກັບ​ເມືອ​ບ້ານ​ລ້ວນ​ແຕ່​ມີ​ວຽກ​ເຮັດ​ງານ​ທຳ​ທີ່​ໝັ້ນຄົງ, ເໝາະ​ສົມ​ກັບ​ວິຊາ​ສະເພາະ ​ແລະ ມີ​ໂອກາດ​ພັດທະນາ, ​ນັກຮຽນບາງຄົນ ​ໄດ້​ຮຽນຕໍ່​ລະດັບ​ປະລິນຍາ​ໂທ ​​ຫຼື ປະລິນຍາ​ເອກ ​ແລະ ຍັງ​ຄົງ​ຮັກສາ​ຄວາມ​ຊົງ​ຈຳ​ອັນ​ດີງາມ​ຂອງ​ຊີວິດ​ນັກ​ສຶກສາ​ຢູ່ ຫວຽດນາມ. ໝາກຜົນ​ຂອງ​ໂຄງການ​ໄດ້​ຮັບ​ການ​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ຈາກ​ການ​ນຳ​ຂັ້ນ​ສູງ ​ແລະ ປະຊາຊົນ​ສອງ​ປະ​ເທດ.

ເດີນທາງການພົບປະມິດຕະພາບ ແລະ ການຮ່ວມມືປະຊາຊົນຫວຽດນາມ - ກຳປູເຈຍ ຄັ້ງທີ 5
ທ່ານ Vann Pha - ທີ່​ປຶກສາ​ທ່ານ​ນາຍົກລັດຖະມົນຕີ Hun Sen, ຮອງ​ປະທານ​ສະມາຄົມ​ມິດຕະພາບ​ກຳປູ​ເຈຍ-ຫວຽດນາມ ​ໄດ້ທວນຄືນ​ປະຫວັດສາດ ​ແລະ ຮີດຄອງ​ປະ​ເພນີ​ແຫ່ງ​ຄວາມ​ສາມັກຄີ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ ກຳປູ​ເຈຍ ​ແລະ ຫວຽດນາມ.

ກ່າວ​ຄຳ​ເຫັນ​ທີ່​ການ​ປິດລາຍການ, ທ່ານ ​ເລ​ຮົ່ງ​ລຽມ, ຮອງ​ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ກຳປູ​ເຈຍ ​ໃຫ້​ຮູ້​ວ່າ: 2 ສະມາຄົມ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ຕໍ່​ມິດຕະພາບ, ​ເຊື່ອມ​ຕໍ່​ປະຊາຊົນ, ນັກ​ທຸລະ​ກິດ, ຊາວ​ໜຸ່ມ​ຂອງ​ສອງ​ປະ​ເທດ. ​ເພື່ອ​ໃຫ້​ປະຊາຊົນ​ທັງ​ສອງ​ປະ​ເທດ​ຮ່ວມ​ແຮງຮ່ວມໃຈກັນ​ປະກອບສ່ວນ​ປົກ​ປັກ​ຮັກສາ, ບຳລຸງ​ສ້າງ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ກຳປູ​ເຈຍ.

ເດີນທາງການພົບປະມິດຕະພາບ ແລະ ການຮ່ວມມືປະຊາຊົນຫວຽດນາມ - ກຳປູເຈຍ ຄັ້ງທີ 5

​ໃນ​ຂອບ​ເຂດ​ການ​ພົບ​ປະ, ຄະນະ​ຜູ້​ແທນ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ - ກຳປູ​ເຈຍ ​ໄດ້​ໄປ​ຢ້ຽມຢາມ​ໂຮງງານ​ Alumin Nhan Co ​ຂອງ​ບໍລິສັດ​ Alumin ດັກນົງ - TKV (ດັກ​ລັກ, ດັກ​ນົງ), ​ແລະ ​ໄດ້​ຮັບ​ຟັງ​ກ່ຽວ​ກັບການແນະນຳ ແລະ ເຄື່ອນໄຫວຂອງໂຮງງານ.

ຕອນ​ເຊົ້າ​ວັນ​ທີ 8 ພະຈິກ, ການ​ນຳ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ ​ໄດ້​ສົ່ງຄະນະ​ຜູ້​ແທນ​ປະຊາຊົນ​ກຳປູ​ເຈຍ ກັບ​ເມືອ​ປະ​ເທດ, ສິ້ນ​ສຸດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ຢ່າງ​ສຳ​ເລັດ​ຜົນ.

ເດີນທາງການພົບປະມິດຕະພາບ ແລະ ການຮ່ວມມືປະຊາຊົນຫວຽດນາມ - ກຳປູເຈຍ ຄັ້ງທີ 5
ການ​ນຳ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ ​ໄດ້​ສົ່ງຄະນະ​ຜູ້​ແທນ​ປະຊາຊົນ​ກຳປູ​ເຈຍ ກັບ​ເມືອ​ປະ​ເທດ
ເດີນທາງການພົບປະມິດຕະພາບ ແລະ ການຮ່ວມມືປະຊາຊົນຫວຽດນາມ - ກຳປູເຈຍ ຄັ້ງທີ 5

ຜົນສຳເລັດ​ຂອງ​ກອງ​ປະຊຸມ​ ໄດ້​ສ້າງ​ກຳລັງ​ແຮງ​ໃໝ່​ອັນ​ສຳຄັນ ​ເພື່ອ​ຊ່ວຍ​ໃຫ້​ສອງ​ສະມາຄົມ​ປະສົບ​ຜົນສຳ​ເລັດ​ຕາມ​ບົດ​ບັນທຶກ​ຊ່ວຍ​ຈຳ​ທີ່​ໄດ້​ລົງ​ນາມ​ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ທີ່ແທດ​ຈິງ ​ຄື: ຕັ້ງໜ້າ​ແລກປ່ຽນ​ຄະນະ​ຜູ້​ແທນ, ຈັດ​ຕັ້ງ​ການ​ພົບ​ປະ​ມິດຕະພາບ, ​ແລກປ່ຽນ​ວັດທະນະທຳ ​ແລະ ການ​ເຄື່ອນ​ໄຫວ​ຊຸມ​ຊົນ​ລະຫວ່າງ​ສະມາຄົມ​ທຸກ​ຂັ້ນຂອງສອງປະເທດ; ສືບ​ຕໍ່​ຊຸກຍູ້​ໂຄງການ​ປູກລ້ຽງຄວາມ​ມິດຕະພາບ ​ແລະ ​ເບິ່ງ​ແຍງ​ດູ​ແລ​ນັກ​ສຶກສາ ກຳປູ​ເຈຍ ທີ່​ພວມ​ຮໍ່າຮຽນ​ຢູ່​ຫວຽດນາມ; ຈັດຕັ້ງໂຄງການຝຶກອົບຮົມການນໍາຮຸ່ນໜຸ່ມ ແລະ ເຊື່ອມຕໍ່ກັນສ້າງຊຸດຝຶກອົບຮົມວິຊາຊີບ ໃຫ້ແກ່ໄວໜຸ່ມຢູ່ບັນດາແຂວງທີ່ມີຊາຍແດນຕິດຈອດກັນ ເພື່ອແນໃສ່ຮັດແໜ້ນຄວາມສາມັກຄີມິດຕະພາບລະຫວ່າງຊາວໜຸ່ມສອງປະເທດ; ສົມທົບ​ກັນ​ຊຸກຍູ້​ການ​ເຄື່ອນ​ໄຫວ​, ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ ເປີດ​ກວ້າງ​ການ​ຮ່ວມ​ມື​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ໃຫ້ນັບ​ມື້​ນັບ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ.

ເດີນທາງການພົບປະມິດຕະພາບ ແລະ ການຮ່ວມມືປະຊາຊົນຫວຽດນາມ - ກຳປູເຈຍ ຄັ້ງທີ 5

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.