ເພີ່ມທະວີການຮ່ວມມືຊາວໜຸ່ມ ຫວຽດນາມ - ກຳປູເຈຍ

08:07 | 25/10/2022

ເນື່ອງໃນໂອກາດນີ້, ສະຫະພັນຊາວໜຸ່ມ 2 ປະເທດໄດ້ລົງນາມໃນຂໍ້ຕົກລົງຮ່ວມມືໄລຍະ 2022 – 2027.

ປັບປຸງ ແລະ ພັດທະນາສາຍພົວພັນບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານ ຫວຽດນາມ - ກຳປູເຈຍ ປັບປຸງ ແລະ ພັດທະນາສາຍພົວພັນບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານ ຫວຽດນາມ - ກຳປູເຈຍ
ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ ແລະ ກຳປູເຈຍ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ ແລະ ກຳປູເຈຍ
ສະຫະພັນຊາວໜຸ່ມ 2 ປະເທດໄດ້ລົງນາມໃນຂໍ້ຕົກລົງຮ່ວມມື (ພາບ: thanhnien.vn)
ສະຫະພັນຊາວໜຸ່ມ 2 ປະເທດໄດ້ລົງນາມໃນຂໍ້ຕົກລົງຮ່ວມມື (ພາບ: thanhnien.vn)

ວັນທີ 24 ຕຸລາ, ຢູ່ຮ່າໂນ້ຍ, ທ່ານເລຂາຜູ້ປະຈຳການສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຫງວຽນງອັກເລືອງ, ປະທານສະຫະພັນຊາວໜຸ່ມ ຫວຽດນາມ ແລະ ທ່ານຫົວໜ້າກຳມາທິການສຶກສາ, ຊາວໜຸ່ມ, ກິລາ, ວັດທະນະທຳ, ສາສະໜາ ແລະ ທ່ອງທ່ຽວສະພາແຫ່ງຊາດ ກຳປູເຈຍ Hun Many, ປະທານສະຫະພັນຊາວໜຸ່ມ ກຳປູເຈຍ ໄດ້ເປັນປະທານຮ່ວມການພົບປະເຈລະຈາຂັ້ນສູງລະຫວ່າງ 2 ສະຫະພັນ.

ທີ່ການພົບປະເຈລະຈາ, ທ່ານ ຫງວຽນງອັກເລືອງ ສະເໜີບາງເນື້ອໃນເພື່ອແນໃສ່ໂຄສະນາການຮ່ວມມືລະຫວ່າງຊາວໜຸ່ມຂອງ 2 ປະເທດໃນໄລຍະຈະມາເຖິງຢ່າງມີປະສິດທິຜົນ, ໃນນັ້ນ, ມີເລື່ອງຜັດປ່ຽນກັນແລກປ່ຽນຄະນະຜູ້ແທນຂັ້ນສູງ, ພົບປະມິດຕະພາບຊາວໜຸ່ມ; ເພີ່ມທະວີວຽກງານສຶກສາຊາວໜຸ່ມກ່ຽວກັບສາຍພົວພັນບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານລະຫວ່າງ 2 ປະເທດ.

ສ່ວນທ່ານ Hun Many, ປະທານສະຫະສະມາຄົມຊາວໜຸ່ມ ກຳປູເຈຍ ສະແດງຄວາມເຫັນດີຕໍ່ບັນດາຂໍ້ສະເໜີຮ່ວມມືຊາວໜຸ່ມ, ໂດຍສະເພາະແມ່ນການຮ່ວມມືລະຫວ່າງບັນດາແຂວງຕິດກັບເຂດຊາຍແດນຂອງ 2 ປະເທດ; ພ້ອມທັງສະເໜີເປີດກວ້າງໄປສູ່ຂົງເຂດຮ່ວມມືເຍົາວະຊົນອະນຸຊົນລະຫວ່າງ ຫວຽດນາມ - ກຳປູເຈຍ.

ເນື່ອງໃນໂອກາດນີ້, ສະຫະພັນຊາວໜຸ່ມ 2 ປະເທດໄດ້ລົງນາມໃນຂໍ້ຕົກລົງຮ່ວມມືໄລຍະ 2022 – 2027.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.