ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນ WTM 2022 ຢູ່ ອັງກິດ

08:18 | 10/11/2022

ຍສໝ - ພາຍຫຼັງ 2 ປີ​ທີ່ຢຸດການຈັດ​ຕັ້ງ​ຍ້ອນຜົນສະທ້ອນ​ຂອງ​ໂລກ​ລະ​ບາດ ໂຄວິດ-19, ງານ​ຕະຫຼາດ​ນັດ​ການ​ທ່ອງ​ທ່ຽວ​ສາ​ກົນ WTM ຫາກໍ່ໄດ້​ຈັດ​ຂຶ້ນຄືນໃໝ່.

ຫວຽດ​ນາມ ມີ 10 ແຂ​ວງ​ນະ​ຄອນ​ຕິດ​ກັບ​ລາວ, 10 ຄູ່​ດ່ານ​ຊາຍ​ແດນ​ສາ​ກົນ, ແຕ່​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ແຂວງ​ເຂດ​ຊາຍ​ແດນ​ຍັງ​ບໍ່​ທັນ​ພັດ​ທະ​ນາ​ຢ່າງ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ຫວຽດ​ນາມ ມີ 10 ແຂ​ວງ​ນະ​ຄອນ​ຕິດ​ກັບ​ລາວ, 10 ຄູ່​ດ່ານ​ຊາຍ​ແດນ​ສາ​ກົນ, ແຕ່​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ແຂວງ​ເຂດ​ຊາຍ​ແດນ​ຍັງ​ບໍ່​ທັນ​ພັດ​ທະ​ນາ​ຢ່າງ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ
ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ APEC ຈົ່ງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ໜູນ​ຊ່ວຍ​ການ​ໂຄ​ສະ​ນາ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ຂອງ​ການ​ທ່ອງ​ທ່ຽວ​ສາ​ກົນ ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ APEC ຈົ່ງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ໜູນ​ຊ່ວຍ​ການ​ໂຄ​ສະ​ນາ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ຂອງ​ການ​ທ່ອງ​ທ່ຽວ​ສາ​ກົນ

ຂໍ້ມູນຈາກກົມໃຫຍ່ທ່ອງທ່ຽວ (ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ໃຫ້ຮູ້ວ່າ: ໃນວັນທີ 7 ຫາວັນທີ 9 ພະຈິກ, ຄະນະຜູ້ແທນຫວຽດນາມ ໄດ້ເຂົ້າຮ່ວມງານຕະຫຼາດນັດການທ່ອງທ່ຽວສາກົນ WTM 2022.

ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນ WTM 2022 ຢູ່ ອັງກິດ
ສານ “Live fully in Vietnam” ຈະໄດ້ໂຄສະນາທີ່ງານ​ຕະຫຼາດ​ນັດ​ການ​ທ່ອງ​ທ່ຽວ​ສາ​ກົນ WTM2022.

ພາຍຫຼັງ 2 ປີ​ທີ່ຢຸດການຈັດ​ຕັ້ງ​ຍ້ອນຜົນສະທ້ອນ​ຂອງ​ໂລກ​ລະ​ບາດ ໂຄວິດ-19, ງານ​ຕະຫຼາດ​ນັດ​ການ​ທ່ອງ​ທ່ຽວ​ສາ​ກົນ WTM ຫາກໍ່ໄດ້​ຈັດ​ຂຶ້ນຄືນໃໝ່.

ກ່ອນ​ນັ້ນ, ການທ່ອງທ່ຽວ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ເປັນ​ເວລາ 10 ປີ​ລຽນຕິດ ​ແລະ ປະສົບ​ຜົນສຳ​ເລັດ​ຢ່າງ​ຕັ້ງໜ້າ​ໃນ​ການໂຄສະນາ, ​ແນະນຳ ​ພາບ​ພົດ​ຂອງ​ປະ​ເທດຊາດ, ປະຊາຊົນ, ວັດທະນະທໍາຫວຽດນາມ ​ທີ່ເປັນໜ້າສົນ​ໃຈ, ເປັນມິດ, ມີ​ຄຸນ​ນະພາ​ບ, ປອດໄພໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຢູ່​ຕະຫຼາດ ອັງກິດ ​ເວົ້າ​ສະ​ເພາະ ​ແລະ ​ເອີ​ລົບ ເວົ້າລວມ. ງານ​ຕະຫຼາດນັດ​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ ຫວຽດນາມ ​ໄດ້​ສໍາຜັດ, ຊອກ​ຮູ້​ບັນດາ​ລັກສະນະ​ແລະ ທ່າ​ອ່ຽງພັດທະນາ​ຕະຫຼາດ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານດໍາເນີນ​ທຸລະ​ກິດ.

ປີນີ້, ຮ້ານທ່ອງທ່ຽວ ຫວຽດນາມ ຢູ່ WTM 2022 ມີເນື້ອທີ່ 250 ຕາແມັດ. ທີ່​ງານ​ຕະຫຼາດນັດ​ຄັ້ງ​ນີ້, ການທ່ອງທ່ຽວ​ຫວຽດນາມ ສືບ​ຕໍ່ຍູ້ແຮງ​ຂະ​ບວນການ​ໂຄສະນາ “Live fully in Vietnam”.

​ໃນ​ຂອບ​ເຂດ​ງານ​ວາງສະ​ແດງ ​ມີ​ຫຼາຍ​ເຫດການ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ຄື: ກອງ​ປະຊຸມ​ຂ່າວ​ແນະນຳ​ການທ່ອງທ່ຽວ​ຫວຽດນາມ, ພົບ​ປະ​ກັບ​ບັນດາ​ຄູ່​ຮ່ວມ​ມື ​ແລະ ວິ​ສາ​ຫະກິດ​ສາກົນ, ​ຕອບ​ສຳພາດບັນດາສໍານັກຂ່າວສານ, ສື່ມວນຊົນ, ​ແນະນຳ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2023. ​ຫົວ​ຂໍ້ “ບິ່ງ​ທ້ວນ - ເຕົ້າໂຮມສີຂຽວ”...

ບູນມີ

ເຫດການ
302 Found

Found

The document has moved here.