ຄົ້ນຫາວັດລອງເຈື່ອງ ໃນແຂວງ ຈ໋າວິງ

06:37 | 27/10/2022

ວັດລອງເຈື່ອງ ຫຼື ເອີ້ນວ່າວັດໂຟໂນອອມປຸງ ຕັ້ງຢູ່ບ້ານ ລອງເຈື່ອງ ຕາແສງ ເຕິນຫຽບ ເມືອງ ຈ໋າກູ໊ ແຂວງ ຈ໋າວິງ. ນີ້ແມ່ນໜຶ່ງໃນບັນດາວັດທີ່ພົ້ນເດ່ັນທີ່ສຸດ ໃນຕາແສງ ເຕິນຫຽບ ແລະ ກໍ່ແມ່ນສະຖານທີ່ປະຫວັດສາດປະຕິວັດ.

ເຂດທ່ອງທ່ຽວ ກົ໋ງເຈີ່ຍ ໂອກຸຍໂຮ່ ສະຖານທີ່ທ່ອງທ່ຽວທີ່ງົດງາມ ໃນແຂວງ ລາຍເຈົາ ເຂດທ່ອງທ່ຽວ ກົ໋ງເຈີ່ຍ ໂອກຸຍໂຮ່ ສະຖານທີ່ທ່ອງທ່ຽວທີ່ງົດງາມ ໃນແຂວງ ລາຍເຈົາ
ເຕິຍຢ່າງ ໃນແຂວງ ກວ໋າງນາມ - ສະຖານທີ່ດູດດື່ມ ສຳລັບແຂກທ່ອງທ່ຽວ ເຕິຍຢ່າງ ໃນແຂວງ ກວ໋າງນາມ - ສະຖານທີ່ດູດດື່ມ ສຳລັບແຂກທ່ອງທ່ຽວ
ປະຕູໂຂງວັດລອງເຈື່ອງ
ປະຕູໂຂງວັດລອງເຈື່ອງ

ວັດລອງເຈື່ອງ ຖືກປຸກສ້າງເມື່ອປີ 1868 ໃນບໍລິເວນນ້ອຍພໍສົມຄວນ. ມາເຖິງປີ 1928 ທ່ານ ແທັກຊາໄຣ ແລະ ນາງ ແທັກທິແອັມ ໄດ້ບໍລິຈາກທີ່ດິນໃຫ້ແກ່ວັດດ້ວຍເນື້ອທີ່ສວນ 25.000 ຕາແມັດ ພ້ອມກັບການປະກອບເຮື່ອແຮງເງິນທອງ ຂອງພໍ່ແມ່ພີ່ນ້ອງຊາວທ້ອງຖິ່ນ ວັດໄດ້ເປີດກວ້າງຄືວັນນີ້. ວັດໄດ້ຜ່ານການບູລະນະປະຕິສັງຂອນຫຼາຍຄັ້ງ ແລະ ຄັ້ງມໍ່ໆມານີ້ແມ່ນປີ 2005. ກໍ່ເຊັ່ນດຽວກັນກັບວັດຂະແມອື່ນໆ, ວັດລອງເຈື່ອງ ປະກອບດ້ວຍ ປະຕູໂຂງ, ກຳແພງອ້ອມຮອບ, ຫໍບູຊາໃຫຍ່, ເສົາທຸງ, ສາລາ, ທາດອາໄລຫາ... ໃນນັ້ນພົ້ນເດັ່ນ ແລະ ສຳຄັນກວ່າໝູ່ກໍ່ແມ່ນຫໍບູຊາໃຫຍ່ຖືກປຸກສ້າງຢູ່ໃຈກາງຂອງວັດ. ພະອາຈານ ແທັກຊາວານ ເຈົ້າອະທິການວັດລອງເຈື່ອງ ໃຫ້ຮູ້ວ່າ:

“ພະອາຈານມະຫາທີ່ປຸກສ້າງວັດໃນເບື້ອງຕົ້ນ ແມ່ນພະອາຈານມະຫາ ແທັກຣູມ. ພະອາຈານໄດ້ພະຍາຍາມກໍ່່ສ້າງວັດ ສ້າງເງື່ອນໄຂໃຫ້ແກ່ຊາວທ້ອງຖິ່ນ ດຳເນີນຊີວິດທາງສາສະໜາ. ສຳລັບວັດຂະແມ ສຳຄັນແມ່ນຫໍບູຊາໃຫຍ່ ເພາະວ່າຫໍບູຊາໃຫຍ່ ກໍ່ແມ່ນເພື່ອພະສົງສຳມະເນນທຳພິທີກຳຕ່າງໆ. ໃນຫໍບູຊາໃຫຍ່ກໍ່ມີພະພຸດທະຮູບປະລິນິີບພານຍາວ 19 ແມັດ ອ້ອມແອ້ມແມ່ນບັນດາພະອໍລະຫັນ”.

ວັດລອງເຈື່ອງ ບໍ່ພຽງແຕ່ແມ່ນສູນດຳເນີນຊີວິດທາງສາສະໜາ ວັດທະນະທຳການສຶກສາຂອງວົງຄະນາຍາດເຜົ່າຂະແມ ຢູ່ໝູ່ບ້ານຕ່າງໆເທົ່ານັ້ນ, ເມື່ອກ່ອນນີ້ໃນສະໄໝສົງຄາມຍັງແມ່ນໜຶ່ງໃນບັນດາປາຍແຫຼມໃຫ້ແກ່ບັນດາຂະບວນການຕໍ່ສູ້ຂອງຊາວຂະແມ ເພື່ອຕ້ານຄືນການປາບປາມຂອງພວກລ່າເມືອງຂຶ້ນ ຝຣັ່ງ ແລະ ອາເມລິກາ.ວັດນີ້ຍັງແມ່ນແຫ່ງລ້ຽງດູ ແລະ ໃຫ້ກຳເນີດ ບັນດານັກຮົບປະຕິວັດທີ່ອົງອາດກ້າແກ່ນບໍ່ຍອມຈຳນົນ. ມີພະນັກງານປະຕິວັດຫຼາຍຄົນ ໄດ້ຮັບການລ້ຽງດູໃນວັດ ແລະ ໄດ້ຮັບການປ້ອງກັນຢ່າງປອດໄພ ແລະ ໄລຍະຕໍ່ມາກໍ່ໄດ້ຮັບໜ້າທີ່ສຳຄັນຕ່າງໆ ໃນບັນດາອົງການສຳນັກງານຂອງລັດ ຊຶ່ງພົ້ນເດັ່ນແມ່ນນັກວິລະຊົນກຳລັງປະກອບອາວຸດປະຊາຊົນ ແທກງອກບຽນ, ທ່ານແທກມິນເມີ້ນ ອະດີດປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມແຂວງຈາຮວີງ, ທ່ານ ເຊິນທໍ ອະດີດຮອງຫົວໜ້າຄະນະບັນດາເຜົ່າແຂວງ ກິວລອງ, ສະເພາະ ພະອາຈານ ແທັກຊາວານ ປະຈຸບັນແມ່ນເຈົ້າອະທິການວັດລອງເຈື່ອງ ມີການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນວຽກງານສັງຄົມຢູ່ທ້ອງຖິ່ນ ແລະ ໄດ້ຮັບໃບຍ້ອງຍໍຫຼາຍໃບຈາກລັດ. ທ່ານ ເຊິນຍານ ສັງກັດຄະນະຄຸ້ມຄອງວັດລອງເຈື່ອງ ເລົ່າສູ່ຟັງວ່າ:

“ເຈົ້າອະທິການວັດ ໄດ້ຂົນຂວາຍ ຜູ້ໃຈບຸນໃຈກຸສົນປະກອບສ່ວນຊ່ວຍເຫຼືອພໍ່ແມ່ພີ່ນ້ອງປະສົບຄວາມຫຍຸ້ງຍາກ ບໍ່ມີບ່ອນເພິ່ງພາອາໄສ. ເຈົ້າອະທິການວັດໄດ້ຖ່າຍທອດ ເຜີຍແຜ່ນະໂຍບາຍຂອງລັດ ແຜນນະໂຍບາຍຂອງແຂວງ ເມືອງ ກ່ຽວກັບການໜູນຊ່ວຍສັງຄົມລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ວຽກງານສາສະໜາ. ແຕ່ລະປີວັດໄດ້ຊ່ວຍເຫຼືອຜູ້ທຸກຍາກຫຼາຍຄົນ. ສະເພາະ ເຈົ້າອະທິການວັດ ໄດ້ຂົນຂວາຍປຸກສ້າງເຮືອນໃຫ້ແກ່ຜູ້ທຸກຍາກ. ແຕ່ລະປີພະພິກຂຸໄດ້ກໍ່ສ້າງເຮືອນແຕ່ 40 ຫາ 50 ຫຼັງ ໃຫ້ແກ່ຜູ້ທຸກຍາກ ແຕ່ລະຫຼັງຕົກເປັນມູນຄ່າ 50 ລ້ານດົ່ງ”.

ວັດລອງເຈື່ອງ ແມ່ນແຫ່ງປະຕິບັດບັນດາພິທີກຳທາງສາສະໜາ ສວດມົນພາວະນາປະກອບສ່ວນຍົກສູງທາງດ້ານຈິດໃຈຂອງພໍ່ແມ່ພີ່ນ້ອງເຜົ່າ ຂະແມ

ວັດລອງເຈື່ອງ ຍັງຖືກເລືອກເປັນບ່ອນຈັດຕັ້ງບັນດາງານບຸນໃນແຕ່ລະປີ ຂອງພໍ່ແມ່ພີ່ນ້ອງເຜົ່າ ຂະແມ ຄື ບຸນຈອນຈະນຳເທີເມິຍ, ບຸນແຊນໂດນຕາ, ບຸນອອກອອມບັອກ, ບຸນກາທີນາ... ຜູ້ໜຶ່ງຢູ່ແຂວງ ຈ໋າວິງ ໄປວັດລອງເຈື່ອງ ໃຫ້ຮູ້ວ່າ:

“ໃນວັນທີ 1, ວັນທີ 8, ວັນທີ 15 ແລະ ວັນທີ 30 ແຕ່ລະເດືອນ ພຸດທະສາສະນິກກະຊົນ ແລະ ຊາວບ້ານໄດ້ມາວັດລອງເຈື່ອງຫຼາຍທີ່ສຸດ. ເຂົາເຈົ້າມາໄຫວ້ບູຊາ ພາວະນາໃຫ້ລູກຫຼານມີສຸຂະພາບເຂັ້ມແຂງ ການທຳມາຫາກິນໄດ້ຮັບຜົນດີ”.

ໂດຍແມ່ນສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວ ເມື່ອມາຢ້ຽມຢາມແຂວງ ຈ໋າວິງ ໃນແຕ່ລະເທື່ອ, ວັດລອງເຈື່ອງ ຍັງແມ່ນສະຖານທີ່ແດງ ເພື່ອສຶກສາອົບຮົມມູນເຊື້ອປະຕິວັດຂອງຊາດ. ດ້ວຍບັນດາຄຸນຄ່າທາງດ້ານວັດທະນະທຳ, ສະຖາປັດຕະຍະກຳ ແລະ ປະຫວັດສາດທີ່ໄດ້ມີຢູ່ແລ້ວນັ້ນ ວັດລອງເຈື່ອງ ໄດ້ຮັບການຮັບຮອງຈາກແຂວງ ຈ໋າວິງ ແມ່ນປູຊະນີຍະສະຖານລະດັບແຂວງໃນວັນທີ 15 ມີນາ ປີ 2016.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.