ເຂດທ່ອງທ່ຽວ ກົ໋ງເຈີ່ຍ ໂອກຸຍໂຮ່ ສະຖານທີ່ທ່ອງທ່ຽວທີ່ງົດງາມ ໃນແຂວງ ລາຍເຈົາ

09:00 | 15/09/2022

ເຂດທ່ອງທ່ຽວ ກົ໋ງເຈີ່ຍ ໂອກຸຍໂຮ່ ຂຶ້ນກັບຕາແສງ ເຊີນບິ່ງ ເມືອງ ຕາເດື່ອງ ແຂວງ ລາຍເຈົາ. ຢູ່ແຫ່ງນີ້ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ສວຍງາມຢູ່ແຂວງ ລາຍເຈົາ.

ເຕິຍຢ່າງ ໃນແຂວງ ກວ໋າງນາມ - ສະຖານທີ່ດູດດື່ມ ສຳລັບແຂກທ່ອງທ່ຽວ ເຕິຍຢ່າງ ໃນແຂວງ ກວ໋າງນາມ - ສະຖານທີ່ດູດດື່ມ ສຳລັບແຂກທ່ອງທ່ຽວ
ແຂວງ ລາຍເຈົາ ສົ່ງເສີມຜະລິດຕະພັນຊາເຂົ້າຕະຫຼາດ ຕາເວັນອອກກາງ, ອາຟຣີກາເໜືອ ແລະ ອາຊີໃຕ້ ແຂວງ ລາຍເຈົາ ສົ່ງເສີມຜະລິດຕະພັນຊາເຂົ້າຕະຫຼາດ ຕາເວັນອອກກາງ, ອາຟຣີກາເໜືອ ແລະ ອາຊີໃຕ້
ກິ່ວ ໂອກຸຍໂຮ່
ກິ່ວ ໂອກຸຍໂຮ່

ກົ໋ງເຈີ່ຍ ໂອກຸຍໂຮ່ ຖືກອຸປະມາດັ່ງສະຖານທີ່ເຊິ່ງດິນຟ້າປະສານເຂົ້າກັນ. ດ້ວຍຄວາມສູງ 2.000 ແມັດ ເມື່ອທຽບໃສ່ໜ້ານ້ຳທະເລ, ຢືນຢູ່ ກົ໋ງເຈີ່ຍ ໂອກຸຍໂຮ່ ແຂກທ່ອງທ່ຽວຈະເຫັນຄວາມກວ້າງໃຫຍ່ໄພສານຂອງດິນຟ້າ ຢູ່ເຂດເຕິຍບັກ ໝາຍເຖິງເຂດທາງທິດຕາເວັນຕົກພາກເໜືອ, ດ້ວຍພູຜາປ່າໄມ້ສະຫຼັບສັບຊ້ອນ, ນ້ຳໝອກກົ້ວປົກຄຸມໄປທົ່ວທາງລຸ່ມແມ່ນບັນດາເນື້ອທີ່ປ່າ,ນາຂັ້ນໄດ ຍາວຢຽດຂຽວອຸ່ມທຸ່ມ. ເຂດທ່ອງທ່ຽວ ກົ໋ງເຈີ່ຍ ໂອກຸຍໂຮ່ ຖືກກໍ່ສ້າງຢູ່ຈອມພູ ໂອກຸຍໂຮ່ ດ້ວຍເນື້ອທີ່ປະມານ 52 ເຮັກຕາ. ຢູ່ແຫ່ງນີ້ມີ ໂຮງແຮມ ເຮເວິນແກັຮ ໂຮແທວ ບັນລຸມາດຕະຖານສີ່ດາວ, ເຂດເຮືອນ ປູກາໂລ ສວຍງາມທີ່ສຸດ ປະກອບດ້ວຍຫ້ອງນອນຫຼູຫຼາ ແລະ ມີເຄື່ອງໃຊ້ ຄົບຊຸດທຸກຊະນິດ ອັນໄດ້ນຳຄວາມອົບອຸ່ນມາສູ່ແຂກທ່ອງທ່ຽວ. ອ້າຍ ຫງວຽນງອກເຊີນ ຜູ້ຄຸ້ມຄອງເຂດທ່ອງທ່ຽວ ກົ໋ງເຈີ່ຍ ໂອກຸຍໂຮ່ ໃຫ້ຮູ້ວ່າ:

“ເຂດທ່ອງທ່ຽວແຫ່ງນີ້ ລວມມີເຂດຕາກອາກາດ, ພັດຕະຄານ ແລະ ເຂດຢ້ຽມຊົມທັດສະນະສຶກສາ. ເຂດທ່ອງທ່ຽວພວກຂ້າພະເຈົ້າມີສອງຈຸດທີ່ເປັນເອກະລັກສະເພາະທີ່ສຸດ ນັ້ນແມ່ນມາຢ້ຽມຊົມ ທັດສະນະສຶກສາຢູ່ ກົ໋ງເຈີ່ຍ ແລະ ວັດໜຶ່ງທີ່ນ້ອຍໆ. ພວກຂ້າພະເຈົ້າພວມກໍ່ສ້າງ ໂຮມສະເຕ ເຮັດດ້ວຍໄມ້ ອາດຈະເປີດປະຕູມຸ່ງສາຍຕາສູ່ຮ່ອມພູຢູ່ທາງລຸ່ມ. ເມື່ອຢືນຢູ່ ວັດໂອກຸຍໂຮ່ ແຂກທ່ອງທ່ຽວສາມາດສັງເກດເຫັນທັດຊະນີຍະພາບ ທັງໝົດຢູ່ອ້ອມແອ້ມກິ່ວ ໂອກຸຍໂຮ່, ຖ້າຫາກມຸ່ງສາຍຕາສູ່ເບື້ອງຊ້າຍກໍ່ອາດຈະເຫັນຈອມພູ ຟານຊີບັງ ເຊິ່ງແມ່ນຍອດພູສູງທີ່ສຸດຢູ່ ຫວຽດນາມ. ໃນຊ່ວງເວລາຈຸດສູງທີ່ສຸດ ຂອງເຂດທ່ອງທ່ຽວນັບແຕ່ເດືອນ ເມສາ ຫາ ເດືອນ ສິງຫາ ກໍ່ມີຈຳນວນແຂກທ່ອງທ່ຽວສະເລ່ຍປະມານ 500 ເທື່ອຄົນຕໍ່ວັນ; ແຂກທ່ອງທ່ຽວມາຫຼາຍທີ່ສຸດ ແມ່ນໃນຊຸມວັນທ້າຍອາທິດ ຫຼື ໃນວັນບຸນກໍ່ສາມາດຂຶ້ນເຖິງ 1.000 ເທື່ອຄົນ. ອັດຕາສ່ວນແຂກທ່ອງທ່ຽວຕ່າງປະເທດ ກວມເອົາແຕ່ 20 – 25% ເຊິ່ງຕົ້ນຕໍແມ່ນແຂກທ່ອງທ່ຽວມາຈາກ ຝຣັ່ງ”.

ມາຮອດເຂດທ່ອງທ່ຽວ ກົ໋ງເຈີ່ຍ ໂອກຸຍໂຮ່ ແຂກທ່ອງທ່ຽວຈະໄດ້ຄົ້ນຫາກິ່ວໂອກຸຍໂຮ່ ເຊິ່ງແມ່ນກິ່ວຍາວ ແລະ ທຸລະກັນດານ ແລະ ໃຫຍ່ໂຕມະໂຫຖານທີ່ສຸດຢູ່ເຂດເຕິຍບັກ. ອ້າຍ ຫງວຽນບ໊ານາມ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ຂ້າພະເຈົ້າໄດ້ມາ ໂອກຸຍໂຮ່ ເປັນເທື່ອທຳອິດ. ຂ້າພະເຈົ້າຫາກໍ່ໄປຢ້ຽມຊົມຂົວແກ້ວ ຣົ່ງເມິຍ,ແລ້ວກໍ່ແວ່ຢາມ ໂອກຸຍໂຮ່. ທິວທັດທຳມະຊາດຢູ່ທີ່ນີ້ ໃຫຍ່ໂຕມະໂຫຖານ ແລະ ເປັນໜ້າຈັບໃຈ”.

ຜ່ານ ກົ໋ງເຈີ່ຍ, ແຂກທ່ອງທ່ຽວກໍ່ຈະຮອດສະໜາມທຽນດິ່ງ ດ້ວຍເສັ້ນທາງຖືກປູກະໂລ່ຫີນ ທັງສອງຟາກຖືກປູດ້ວຍຫີນຂາວ. ຢູ່ເຄິ່ງກາງມີສັນຍາລັກຂອງສູນກາງແດນສະຫວັນ ຖືກປູດ້ວຍຫີນຂາວມີສອງຮູບວົງມົນ,ຢູ່ເຄິ່ງກາງແມ່ນ 5 ໂງ່ນຫີນທີ່ມີ 5 ສີແຕກຕ່າງກັນ. ສຳລັບວັດ ໂອກຸຍໂຮ່ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ປີ 2017 ແລະ ເປີດສະຫຼອງໃນປີ 2019. ພະພຸດທະຮູບທັງໝົດໃນວັດເຮັດດ້ວຍຫີນແກ້ວ. ເມື່ອຜ່ານເດີ່ນ ທຽນດິ່ງ ຍ່າງເລິກເຂົ້າທາງໃນ ແຂກທ່ອງທ່ຽວຈະໄດ້ຄົ້ນຫາທິວທັດແດນສະຫວັນ. ນາງ ຫງວຽນທິຮຽນ ແຂກທ່ອງທ່ຽວ ມາຈາກ ຮ່າໂນ້ຍ ເປີດເຜີຍວ່າ:

“ນີ້ເປັນເທື່ອທຳອິດ ທີ່ຂ້າພະເຈົ້າໄດ້ມາຢ້ຽມຊົມຢູ່ ໂອກຸຍໂຮ່. ທິວທັດທຳມະຊາດຢູ່ແຫ່ງນີ້ແມ່ນງົດງາມທີ່ສຸດພ້ອມກັບດິນຟ້າອາກາດກໍ່ເຢັນສະບາຍ. ຂ້າພະເຈົ້າຫວັງວ່າປີໃດ ກໍ່ຈະມີໂອກາດມາທ່ຽວຢູ່ແຫ່ງນີ້.”

ນ້ຳຕົກຕາດ ເກົ່າເມິຍ ແລະ ກົ໋ງເຈີ່ຍ ຂຶ້ນກັບເຂດກິ່ວ ໂອກຸຍໂຮ່ ໄດ້ຮັບການຢັ້ງຢືນຈາກກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ວ່າແມ່ນປູຊະນີຍະສະຖານລະດັບຊາດ ປີ 2015. ໃນເວລາທີ່ຈະມາເຖິງນີ້ເຂດທ່ອງທ່ຽວນີ້ ສືບຕໍ່ໄດ້ຮັບການລົງທຶນເປີດກວ້າງ ກໍ່ສ້າງເຂດຣີສອດ, ສະລອຍນ້ຳ, ມີລະບົບລົດໄຟຟ້າ ເພື່ອສົ່ງແຂກທ່ອງທ່ຽວໄປຢ້ຽມຊົມຢູ່ເຂດນ້ຳຕົກຕາດ ຕຽນ ແລະ ຫ້ວຍຕຽນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.