ເປີດ​ນຳ​ໃຊ້ສາຍ​ການ​ບິນ​ໃໝ່ ດ່າ​ໜັງ - New Delhi ແລະ ດ່າ​ໜັງ Mumbai (ອິນ​ເດຍ)

07:16 | 20/10/2022

ວັນທີ 18 ຕຸລາ, ບໍລິສັັດ Vietjet Air ໄດ້ເປີດສາຍການບິນໃໝ່ ດ່າໜັງ - New Delhi ແລະ ດ່າໜັງ Mumbai ຢ່າງເປັນທາງການ. ສອງສາຍການບິນນີ້ ຈະບິນຕົງຈາກ 2 ນະຄອນຂອງ ອິນເດຍ ມາຍັງນະຄອນ ດ່າໜັງຂອງ ຫວຽດນາມ ພາຍໃຕ້ການບໍລິຫານ ຂອງບໍລິສັດການບິນ Vietjet Air.

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ເພີ່ມ​ທະ​ວີ​ການ​​ຮ່ວມ​ມື​ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ເພີ່ມ​ທະ​ວີ​ການ​​ຮ່ວມ​ມື​
ທ່ານ​ເອກ​ອັກຄະ​ລັດຖະທູດ​ລາວ: ຫວຽດນາມ ຈະປະກອບສ່ວນ​ຮັບປະກັນ​ສິດທິມະນຸດ​ໃນ​ພາກພື້ນ ​ແລະ ສາກົນ​ໃຫ້​ດີ​ກວ່າເກົ່າ ທ່ານ​ເອກ​ອັກຄະ​ລັດຖະທູດ​ລາວ: ຫວຽດນາມ ຈະປະກອບສ່ວນ​ຮັບປະກັນ​ສິດທິມະນຸດ​ໃນ​ພາກພື້ນ ​ແລະ ສາກົນ​ໃຫ້​ດີ​ກວ່າເກົ່າ
ພິທີເປີດນຳໃຊ້ 2 ສາຍການບິນໃໝ່ ດ່າໜັງ - ອິນເດຍ (ພາບ: VOV)
ພິທີເປີດນຳໃຊ້ 2 ສາຍການບິນໃໝ່ ດ່າໜັງ - ອິນເດຍ (ພາບ: VOV)

ສາຍການບິນ Mumbai - ດ່າໜັງ ຈະມີ 3 ຖ້ຽວ/ອາທິດ ນັ້ນແມ່ນວັນຈັນ, ວັນພຸດ ແລະ ວັນສຸກ, ສ່ວນສາຍການບິນ New Delhi - ດ່າໜັງ ແມ່ນມີ 4 ຖ້ຽວ/ອາທິດ ນັ້ນແມ່ນ ວັນອັງຄານ, ວັນພະຫັດ, ວັນເສົາ ແລະ ວັນອາທິດ. ນອກຈາກນັ້ນແລ້ວ, ບໍລິສັດການບິນ Vietjet Air ພວມມີແຜນການເປີດສາຍການບິນຕົງໄປ Ahmedabad ໃນເດືອນທັນວາຈະມາເຖິງນີ້ ເພື່ອເຊື່ອມຕໍ່ກັບແຫຼ່ງລູກຄ້າຢູ່ນະຄອນໃຫຍ່ແຫ່ງຕ່າງໆຂອງ ອິນເດຍ.

ກ່າວຄຳເຫັນທີ່ພິທີເຊິ່ງດຳເນີນຢູ່ນະຄອນຢູ່ດ່າໜັງ, ທ່ານ ເຈິ່ນເຟືອກເຊີນ, ຮອງປະທານຄະນະກຳມະການນະຄອນ ດ່າໜັງ ໃຫ້ຮູ້ວ່າ: “ໃນຊຸມປີມໍ່ໆມານີ້, ແຂກທ່ອງທ່ຽວ ອິນເດຍ ກໍເລີ່ມຮູ້ຈັກນະຄອນ ດ່າໜັງ ແລ້ວ ເຊິ່ງໄດ້ຮັບການຂະໜານນາມວ່າ ແດນສະຫວັນແຫ່ງການທ່ອງທ່ຽວ ຊັ້ນນຳ ແລະ ແມ່ນສະຖານທີ່ຈັດງານດອງຂອງບັນດາເສດຖີ ອິນເດຍ. ການເປີດສອງສາຍການບິນນີ້ມີຄວາມໝາຍສຳຄັນເຂົ້າໃນການເພີ່ມຈຳນວນແຂກທ່ອງທ່ຽວສາກົນມາ ດ່າໜັງ, ພິເສດແມ່ນຕະຫຼາດທີ່ມີກຳລັງບົ່ມຊ້ອນຄື ອິນເດຍ ດ້ວຍຈຳນວນປະຊາກອນ 1,4 ຕື້ ຄົນ”.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.