ຮ່າຕິ້ງ, ບໍລິຄໍາໄຊ, ຄໍາມ່ວນ ເຊັນບົດບັນທຶກຊ່ວຍຈໍາວ່າດ້ວຍການປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນ

07:38 | 03/07/2022

ກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ຫາກໍ່ຈັດຕັ້ງການພົບປະເຈລະຈາກັບກອງບັນຊາການປ້ອງກັນຄວາມສະຫງົບແຂວງບໍລິຄໍາໄຊ, ຄໍາມ່ວນ ກ່ຽວກັບການຄຸ້ມຄອງ, ປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນ.

ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລີມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຄໍາມ່ວນ, ປະເທດລາວ ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລີມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຄໍາມ່ວນ, ປະເທດລາວ
ເຂດອະນຸສອນ​ສະຖານ​ປະທານ​ໂຮ່ຈີ​ມິນ​ຢູ່ ຄໍາມ່ວນ: ບ່ອ​ນສ້າງສາ​ຍສໍາພັນຄວາມ​ສາມັກ​ຄີ ລະຫວ່າງລາວ - ຫວຽດນາມ ເຂດອະນຸສອນ​ສະຖານ​ປະທານ​ໂຮ່ຈີ​ມິນ​ຢູ່ ຄໍາມ່ວນ: ບ່ອ​ນສ້າງສາ​ຍສໍາພັນຄວາມ​ສາມັກ​ຄີ ລະຫວ່າງລາວ - ຫວຽດນາມ

ຕາມການຕີລາຄາໝາກຜົນລະຫວ່າງບັນດາຝ່າຍ, ປະສິດທິຜົນວຽກງານສົມທົບກັນຄຸ້ມຄອງ, ປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນໄດ້ປະກອບສ່ວນສໍາຄັນເຂົ້າໃນການຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ, ປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນຂອງແຕ່ລະປະເທດ ໄວ້ຢ່າງໝັ້ນຄົງ, ຮັດແໜ້ນສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ ກວ່າອີກ.

ຮ່າຕິ້ງ, ບໍລິຄໍາໄຊ, ຄໍາມ່ວນ ເຊັນບົດບັນທຶກຊ່ວຍຈໍາວ່າດ້ວຍການປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນ
ທ່ານພັນເອກພິເສດ ບຸ່ຍຮົ່ງແທັງ ຫົວໜ້າກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ແລະທ່ານພັນເອກ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ ເຊັນ, ມອບຮັບບົດບັນທຶກຊ່ວຍຈໍາ. ພາບ: baohatinh.vn

ທີ່ການພົບປະເຈລະຈາ, ກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ແລະກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ຄໍາມ່ວນ ໄດ້ປຶກສາຫາລື, ເຫັນດີເປັນເອກະພາບ, ເຊັນຫຼາຍເນື້ອໃນສໍາຄັນໃນການຄຸ້ມຄອງ, ປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນ ໃນໄລຍະຈະມາເຖິງ.

ໃນນັ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສະພາບການ, ລາດຕະເວນ;... ເພີ່ມທະວີການເປັນເສນາທິການໃຫ້ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນຂອງແຕ່ລະຝ່າຍໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ການພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມຢູ່ເຂດຊາຍແດນ, ດ່ານຊາຍແດນ. ຍູ້ແຮງການເຄື່ອນໄຫວຢ້ຽມຢາມຖາມຂ່າວ, ອວຍພອນເນື່ອງໃນໂອກາດວັນບຸນໃຫຍ່, ວັນສ້າງຕັ້ງກໍາລັງຂອງແຕ່ລະຝ່າຍ, ບັນດາການເຄື່ອນໄຫວພົບປະແລກປ່ຽນ, ແຮກສ່ຽວລະຫວ່າງບັນດາກົມກອງ, ທ້ອງຖິ່ນສອງຟາກຊາຍແດນ...

la.qdnd.vn

ເຫດການ
302 Found

Found

The document has moved here.