ອົງການ CHIA ໜູນຊ່ວຍ ເສື້ອຄຸມຈຳນວນ 1.987 ຜືນໃຫ້ປະຊາຊົນທຸກຍາກແຂວງ ກວາງນາມ

06:30 | 05/04/2022

ຍສໝ - ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ນາມ ຫາ​ກໍ່​ອະນຸມັດ​ໃຫ້​ມີ​ການ​ຊ່ວຍ​ເຫຼືອ​ເສື້ອຄຸມ​ຈຳນວນ 1.987 ຜືນ ​ໂດຍ​ອົງການ ​ Children’s Hope In Action (CHIA) ​ໃຫ້​ແກ່​ປະຊາຊົນ​ ຟູ​ນິງ ​ແລະ ​ຕຽນເຟຶອກ.

ປະຊາຊົນທຸກຍາກນັບລ້ານຄົນ ໄດ້ຮັບການໜູນຊ່ວຍຈາກຂະບວນການ “ເຕັດເພື່ອຜູ້ຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” ປະຊາຊົນທຸກຍາກນັບລ້ານຄົນ ໄດ້ຮັບການໜູນຊ່ວຍຈາກຂະບວນການ “ເຕັດເພື່ອຜູ້ຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ”
ກວາງນາມ ຈະເປັນເຈົ້າພາບຈັດຕັ້ງປີທ່ອງທ່ຽວແຫ່ງຊາດ 2022 ກວາງນາມ ຈະເປັນເຈົ້າພາບຈັດຕັ້ງປີທ່ອງທ່ຽວແຫ່ງຊາດ 2022

ນີ້​ແມ່ນ​ທຶນ​ຊ່ວຍ​ເຫຼືອ​ລ້າ​ທີ່​ບໍ່​ຂຶ້ນກັບໂຄງການ, ປະຕິບັດ​ແຕ່​ເດືອນມີນາ ປີ 2022 ຫາ​ເດືອນມິຖຸນາ ປີ 2022. ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ ໄດ້​ມອບ​ໝາຍ​ໃຫ້​ສະ​ຫະ​ພັນບັນດາ​ອົງ​ການຈັດຕັ້ງ​ມິດ​ຕະ​ພາບ ກວາງ​ນາມ ເປັນ​ເຈົ້າ​ການ​ໃນ​ການ​ໜູນ​ຊ່ວຍນີ້.

​ໂຄງການ​ຈະ​ໜູນ​ຊ່ວຍ​ເສື້ອ​ຄຸມຈຳນວນ 1.987 ຜືນ​ ໃຫ້​ປະຊາຊົນ​ທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ເມືອງ ຟູ​ນິງ ​ແລະ ​ຕຽນ​ເຟຶອກ ດ້ວຍ​ຍອດ​ຈຳນວນ​ທຶນ​ຊ່ວຍ​ເຫຼືອລ້າ​ ກ່ວາ 1,1 ຕື້​ດົ່ງ, ​ທຽບເທົ່າ​ກັບ 49,300 USD.

ອົງການ CHIA ໜູນຊ່ວຍ ເສື້ອຄຸມຈຳນວນ 1.987 ຜືນໃຫ້ປະຊາຊົນທຸກຍາກແຂວງ ກວາງນາມ
ອົງການ CHIA ໜູນຊ່ວຍ ເສື້ອຄຸມຈຳນວນ 1.987 ຜືນໃຫ້ປະຊາຊົນທຸກຍາກແຂວງ ກວາງນາມ.

CHIA ແມ່ນອົງການການກຸສົນທີ່ສ້າງຕັ້ງຂຶ້ນ ໂດຍແມ່ຍິງຊາວອົດສະຕຣາລີ, ທ່ານນາງ Robyn Morly ໃນປີ 2006. ກ່ອນທີ່ຈະສ້າງຕັ້ງອົງການນີ້, ທ່ານນາງ Robyn Morly ໄດ້ເຮັດວຽກຢູ່ສູນເດັກກໍາພ້າໃນເມືອງ​ໂຮ້ຍອານ ເປັນເວລາ 5 ປີຕິດຕໍ່ກັນ.

ແມ່​ຍິງ​ຜູ້​ນີ້​ ມີ​ຄວາມ​ຕິດພັນພິເສດກັບ​​ດິນແດນ ກວາງ​ນາມ ແລະ ຊາວກວາງ​ນາມ. “ເມື່ອ​ມາ​ຮອດ​ໂຮ້ຍອານ, ຂ້າພະ​ເຈົ້າ​ໄດ້​ຮູ້​ສຶກ​ຮັກ​ບ່ອນ​ນີ້. ຮັກໂຮ້ຍອານ ​ແມ່ນ​ຮັກ​ກວາງ​ນາມ, ຂ້າ​ພະ​ເຈົ້າ​ຖື​ວ່າ​ນີ້​ແມ່ນບ້ານເກີດເມືອງນອນແຫ່ງ​​ທີ​ສອງ​ຂອງ​ຂ້າ​ພະ​ເຈົ້າ”, ທ່ານ​ນາງ Robyn Morly ກ່າວ​ໃນ​ໜັງ​ສື​ພິມ ກວາງ​ນາມ. ທ່ານນາງຮູ້ສຶກສະເທືອນໃຈ ເມື່ອເຫັນຄວາມໂຊກຮ້າຍຂອງເດັກນ້ອຍທີ່ຢູ່ໃນດິນແດນນີ້. ສິ່ງນັ້ນໄດ້ກະຕຸ້ນ Robyn Morly ໃຫ້ເຮັດບາງສິ່ງບາງຢ່າງ ເພື່ອຊ່ວຍອະນາຄົດຂອງເດັກນ້ອຍຢູ່ໃນບ້ານເກີດເມືອງນອນແຫ່ງທີສອງຂອງລາວ. ແລະ ອົງການຈັດຕັ້ງ CHIA ກໍ່ເກີດມາຈາກບ່ອນນັ້ນ.

ນັບ​ແຕ່ CHIA ​ໄດ້ເຂົ້າສູ່ການ​ເຄື່ອນ​ໄຫວ, ທ່ານ​ນາງ Robyn Morly ​ໄດ້​ໃຊ້​ເວລາ​ສ່ວນ​ຫຼາຍ​ດຳລົງ​ຊີວິດ​ຢູ່​ກວາງ​ນາມ ເພື່ອ​ພົບ​ປະ​ກັບ​ເດັກນ້ອຍ. ​ຜູ້​ມີ​ຄວາມ​ເມດ​ຕາ​ຜູ້​ນີ້​ໄດ້​ລະດົມ​ຈາກ​ຍາດຕິ​ພີ່ນ້ອງ ​ແລະ ​ເພື່ອນ​ມິດ​ຢູ່ ອົດ​ສະ​ຕາ​ລີ ​ເພື່ອ​ມີ​ແຫຼ່ງທຶນ​ເພື່ອ​ຮັກສາ​ບັນດາ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ຢູ່ ຫວຽດນາມ.

ຫ້ອງການ CHIA ກາຍເປັນບ້ານ, ບັນດາເດັກນ້ອຍຫວຽດນາມກາຍເປັນຄອບຄົວ, ນັ້ນແມ່ນສິ່ງທີ່ Robyn Morly ໄດ້ເລືອກໃຫ້ຊີວິດຂອງລາວທີ່ຍັງເຫຼືອ. “ຂ້ອຍ​ຮັກ​ລູກ​ຫຼານ​ກວາງ​ນາມ. ຂ້ອຍຮັກດິນແດນນີ້. ແລະບາງທີ ຂ້ອຍຈະຕາຍຢູ່ທີ່ນີ້,” ທ່ານນາງ Robyn Morly ເວົ້າ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.