ກຳປັ່ນສຳລານແຂກທ່ອງທ່ຽວສາກົນ ກັບຄືນຫວຽດນາມ ພາຍຫຼັງ 2 ປີ

08:24 | 04/10/2022

ຍ​ສ​ໝ-ແຂ​ກ​ທ່ອງ​ທ່ຽວ​ກຳ​ປັ່ນ​ທະ​ເລ​ກັບ​ຄືນເຂົ້າມາຫວຽດນາມ​ແມ່ນ​ສັນ​ຍານ​ທີ່​ເປັນ​ໜ້າ​ຊື່ນ​ຊົມ ແລະ ຂະແໜງການ​ທ່ອງ​ທ່ຽວ​ນະ​ຄອນ ໂຮ່​ຈີ​ມິນ ກໍ່​ກຳ​ນົດ​ວ່າ​ນີ້​ແມ່ນ​ແຫຼ່ງ​ແຂກ​ທ່ອງ​ທ່ຽວ​ທີ່​ສຳ​ຄັນ, ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ.

WB: ເສດ​ຖະ​ກິດ ຫ​ວຽດ​ນາມ ຈະ​ຟື້ນ​ຟູ​ພາຍຫຼັງ​ຍົກ​ເລີກ​ຄຳ​ສັ່ງ​ ລ໋ອກ​ດາວ WB: ເສດ​ຖະ​ກິດ ຫ​ວຽດ​ນາມ ຈະ​ຟື້ນ​ຟູ​ພາຍຫຼັງ​ຍົກ​ເລີກ​ຄຳ​ສັ່ງ​ ລ໋ອກ​ດາວ
ພາຍຫຼັງ 50 ປີ, ຊາວ​ຫວຽດ​ນາມ​ຍັງຕ້ອງ​ຮັບ​ຜົນ​ຮ້າຍ​ທີ່ຕາມ​ມາ​ຫຼັງ​ສົງ​ຄາມ ພາຍຫຼັງ 50 ປີ, ຊາວ​ຫວຽດ​ນາມ​ຍັງຕ້ອງ​ຮັບ​ຜົນ​ຮ້າຍ​ທີ່ຕາມ​ມາ​ຫຼັງ​ສົງ​ຄາມ
ກຳປັ່ນສຳລານແຂກທ່ອງທ່ຽວສາກົນ ກັບຄືນຫວຽດນາມ ພາຍຫຼັງ 2 ປີ
ກຳປັ່ນສຳລານແຂກທ່ອງທ່ຽວສາກົນ ກັບຄືນຫວຽດນາມ ພາຍຫຼັງ 2 ປີ

ວັນ​ທີ 2 ຕຸ​ລາ, ກຳ​ປັ່ນສຳລານຂອງ​ບໍ​ລິ​ສັດ (ຝ​ລັ່ງ) ນຳ​ແຂກ​ທ່ອງ​ທ່ຽວ 100 ຄົນ ລວມ​ມີ​ບັນ​ດາ​ສັນ​ຊາດ ຝ​ລັ່ງ, ອາ​ເມ​ລິ​ກາ, ເຢຍ​ລະ​ມັນ... ມາ​ຮອດ​ນະ​ຄອນ​ໂຮ່​ຈີມິນ ພາຍຫຼັງ 2 ປີ​ຖືກ​ຂາດ​ວັດ​ຂາດ​ຕອນ​ຍ້ອນ​ພະ​ຍາດ​ໂຄວິດ - 19. ໃນ​ເວ​ລາໄລ​ຍະ​ພັກ​​ຢູ່​ນະ​ຄອນ ໂຮ່​ຈີ​ມິນ 3 ວັນ, ຄະ​ນະ​ແຂກ​ທ່ອງ​ທ່ຽວ​ຈະ​ໄປ​ຢ້ຽມ​ຢາມ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສ​ຽງຈຳນວນໜຶ່ງຢູ່​ໃຈ​ກາງ​ນະ​ຄອນ​ໂຮ່​ຈີ​ມິນ ຄື ຫໍ ໂທ໊ງ​ເຍິດ, ໂບດ ດຶກ​ບ່າ, ໄປ​ສະ​ນີ ນະ​ຄອນ​ໂຮ່​ຈີ​ມິນ, ຮັບ​ປະ​ທານ​ອາ​ຫານ​​ຄ່ຳ​ລ່ອງແມ່​ນ້ຳ​ໄຊ​ງ່ອນ...

ນີ້​ແມ່ນ​ຄະ​ນະ​ແຂກ​ທ່ອງ​ທ່ຽວ​ກຳ​ປັ່ນ​ທະ​ເລ​ທຳ​ອິດທີ່​ມາ​​ນະ​ຄອນ​ໂຮ່​ຈີ​ມິນ ພາຍຫຼັງ​ຂະ​ແໜງ​ທ່ອງ​ທ່ຽວ​ເປີດ​ປະ​ຕູ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ຢ່າງ​ເປັນ​ທາງ​ການ ຫຼັງ​ພະ​ຍາດ​ໂຄວິດ - 19 ໃນ​ເດືອນ​ມີ​ນາ​ປີ​ນີ້. ເພື່ອ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ນີ້, ບັນ​ດາ​ບໍ​ລິ​ສັດ​​ທ່ອງ​ທ່ຽວ​ມີ​ເວ​ລາ​ກະ​ກຽມດົນສົມຄວນ. ຄາດ​ວ່າ, ນັບ​ແຕ່​ປັດ​ຈຸ​ບັນ​ຈົນ​ຮອດ​ທ້າຍ​ປີ, ຂະ​ແໜງ​ການ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ ຈະສືບ​ຕໍ່​ຕ້ອນ​ຮັບ​ 2 – 3 ຄະ​ນ​ະ ແຂກ​ທ່ອງ​ທ່ຽວ​ກຳ​ປັ່ນ​ທະ​ເລ​ຄະນະໃຫຍ່ (200 – 300 ຄົນ) ມາ​ທ່ອງ​ທ່ຽວ.

ກຳປັ່ນສຳລານແຂກທ່ອງທ່ຽວສາກົນ ກັບຄືນຫວຽດນາມ ພາຍຫຼັງ 2 ປີ

ແຂກ​ທ່ອງ​ທ່ຽວ​​ທາງ​ທະ​ເລ ໄດ້​ກັບເຂົ້າ​ມາ​ຫວຽດນາມ ແມ່ນ​ສັນ​ຍານ​ທີ່​ເປັນ​ໜ້າ​ຊື່ນ​ຊົມ ແລະ ຂະ​ແໜງ​ການ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ ​ກໍ່​ຢັ້ງ​ຢືນ​ວ່າ ນີ້​ແມ່ນ​ແຫຼ່ງ​ແຂກ​ທ່ອງ​ທ່ຽວ​ສຳ​ຄັນ, ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ. ດ້ວຍ​ແຂກ​ທ່ອງ​ທ່ຽວຫຼາຍຮູບແບບ​ທີ່​ແຕກ​ຕ່າງ​ກັນ, ຂະ​ແໜງ​ການ​ທ່ອງ​ທ່ຽວ​ໄດ້​ກະ​ກຽມ​ຜະ​ລິດ​ຕະ​ພັນ​ທີ່ເໝາະ​ສົມ​ເພື່ອ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ. ຍົກ​ຕົວ​ຢ່າງ​ຄື ນຳ​ແຂກ​ທ່ອງ​ທ່ຽວ​ໄປ​ຢ້ຽມ​ຊົມ​ບາງເຂດ​ປູ​ຊະ​ນີ​ຍະ​ສະ​ຖານທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ນະ​ຄອນ​ໂຮ່​ຈີ​ມິນ, ຊື້​ເຄື່ອງ​ຢູ່​ບາງ​ສູນ​ການ​ການ​ຄ້າ, ຮັບ​ປະ​ທານ​ອາ​ຫານ​ຄ່ຳ​... ເປົ້​າ​ໝາຍມຸ່ງ​ໄປ​ເຖິງ​ຄວາມ​ປອດ​ໄພ, ຄວາມ​ພໍ​ໃຈ​ຂອງ​ແຂກ​ທ່ອງ​ທ່ຽວ​ເມື່ອ​ມາ​ນະ​ຄອນ​ໂຮ່​ຈີ​ມິນ.

ກຳປັ່ນສຳລານແຂກທ່ອງທ່ຽວສາກົນ ກັບຄືນຫວຽດນາມ ພາຍຫຼັງ 2 ປີ
ກຳປັ່ນສຳລານແຂກທ່ອງທ່ຽວສາກົນ ກັບຄືນຫວຽດນາມ ພາຍຫຼັງ 2 ປີ
ກຳປັ່ນສຳລານແຂກທ່ອງທ່ຽວສາກົນ ກັບຄືນຫວຽດນາມ ພາຍຫຼັງ 2 ປີ
ກຳປັ່ນສຳລານແຂກທ່ອງທ່ຽວສາກົນ ກັບຄືນຫວຽດນາມ ພາຍຫຼັງ 2 ປີ
ກຳປັ່ນສຳລານແຂກທ່ອງທ່ຽວສາກົນ ກັບຄືນຫວຽດນາມ ພາຍຫຼັງ 2 ປີ
ກຳປັ່ນສຳລານແຂກທ່ອງທ່ຽວສາກົນ ກັບຄືນຫວຽດນາມ ພາຍຫຼັງ 2 ປີ
ກຳປັ່ນສຳລານແຂກທ່ອງທ່ຽວສາກົນ ກັບຄືນຫວຽດນາມ ພາຍຫຼັງ 2 ປີ

ບຸນ​ຄົງ

ເຫດການ
302 Found

Found

The document has moved here.