ແຂວງ Buenos Aires ຖືການຮ່ວມມືດ້ານກະສິກຳ ແລະ ພະລັງງານກັບຫວຽດນາມ ເປັນສຳຄັນ

15:00 | 27/09/2022

ຍສໝ - ທ່ານ​ເອກ​ອັກຄະ​ລັດຖະທູດ ເຢືອງກວກແທງ ຢືນຢັນ​ວ່າ ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພົວພັນ​ຮ່ວມ​ມື​ກັບ​ແຂວງ Buenos Aires ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ ​ແລະ ເປີດກວ້າງການ​ແລກປ່ຽນ​ສິນຄ້າ​ກັບ​ແຂວງ.

ຫວຽດນາມ ຖືບັນດາມາດຕະການຟື້ນຟູ ແລະ ກະຕຸກຊຸກຍູ້ ເປັນສຳຄັນ ເພື່ອໃຫ້ພື້ນຖານເສດຖະກິດມີການເຕີບໂຕໂດຍໄວ ແລະ ຍືນຍົງ ຫວຽດນາມ ຖືບັນດາມາດຕະການຟື້ນຟູ ແລະ ກະຕຸກຊຸກຍູ້ ເປັນສຳຄັນ ເພື່ອໃຫ້ພື້ນຖານເສດຖະກິດມີການເຕີບໂຕໂດຍໄວ ແລະ ຍືນຍົງ
ຫວຽດນາມ ບຸລິມະສິດຖືເລື່ອງເຄົາລົບກົດບັດ ສປຊ ໃນການທູດປ້ອງກັນ, ປົກປ້ອງປະຊາຊົນໃນການປະທະກັນ, ການປ່ຽນແປງຂອງດິນຟ້າອາກາດ ເປັນສຳຄັນ ຫວຽດນາມ ບຸລິມະສິດຖືເລື່ອງເຄົາລົບກົດບັດ ສປຊ ໃນການທູດປ້ອງກັນ, ປົກປ້ອງປະຊາຊົນໃນການປະທະກັນ, ການປ່ຽນແປງຂອງດິນຟ້າອາກາດ ເປັນສຳຄັນ

ຫວ່າງແລ້ວນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ອາກຊັງ​ຕິນ ເຢືອງກວກແທງ ​ໄດ້​ມີ​ການ​ພົບ​ປະ ​ແລະ ​ເຮັດ​ວຽກ​ກັບຜູ້ວ່າການ​ແຂວງ Buenos Aires Axel Kicillof ​ແລະ ​ເປັນ​ປະທານ​ກອງ​ປະຊຸມ​ປຶກສາ​ຫາລື​ກັບ​ບັນດາ​ພະແນກ​ການ​ຕ່າງປະ​ເທດ, ພະລັງງານ, ພັດທະນາ​ກະສິກຳ, ການ​ຜະລິດ, ວິທະຍາສາດ ​ແລະ ​ປ່ຽນແປງໃໝ່ເຕັກ​ໂນ​ໂລ​ຊີ ​ພ້ອມກັບສະມາຊິກ​ສະພາ​ສູງ​ຂັ້ນ​ແຂວງ​ຈຳນວນ​ນຶ່ງ​ ຢູ່ La Plata, Buenos Aires.

ແຂວງ Buenos Aires ຖືການຮ່ວມມືດ້ານກະສິກຳ ແລະ ພະລັງງານກັບຫວຽດນາມ ເປັນສຳຄັນ
ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ອາກຊັງ​ຕິນ ເຢືອງກວກແທງ ແລະທ່ານຜູ້ວ່າການ​ແຂວງ Buenos Aires Axel Kicillof. ພາບ: baoquocte.vn

ທ່ານ​ເອກ​ອັກຄະ​ລັດຖະທູດ ເຢືອງກວກແທງ ​ໃຫ້​ຮູ້​ວ່າ: ຫວຽດນາມ ພວມ​ຕັ້ງໜ້າຜັນ​ຂະຫຍາຍຫັນ​ການ​ພົວພັນ​ດ້ານ​ການ​ຄ້າ​ເປັນຫຼາຍຮູບຫຼາຍແບບ ​ແລະ ມີ​ຄວາມ​ສົນ​ໃຈ​ເຖິງພາກພື້ນ ອາ​ເມ​ລິ​ກາ​ໃຕ້​ ເວົ້າ​ລວມ ​ແລະກໍ່ຄື ອາກຊັງຕິນ ​ເວົ້າ​ສະ​ເພາະ. ​ໃນ​ສະພາບ​ການ​ທີ່​ສອງ​ປະ​ເທດ​ຈະ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ໃນ​ປີ 2023, ສອງຝ່າຍ​ຕ້ອງ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຢ່າງ​ແຮງກວ່າອີກ ​ເພື່ອ​ບັນລຸ​ໄດ້ບັນດາ​ໝາກຜົນ​ອັນ​ຕັ້ງໜ້າ ​ແລະ ສຸມ​ໃສ່​ເຂົ້າ​ໃນ​ຫຼາຍ​ຂົງ​ເຂດ​ຮ່ວມ​ມື​ທີ່​ແຂວງ​ມີ​ທ່າ​ແຮງ​ຄື ​ກະສິກຳ ​ແລະ ພະລັງງານ.

ທ່ານ​ຜູ້ວ່າການ Kicillof ​ໄດ້​ສະ​ແດງ​ຄວາມຍິນ​ດີ​​ຕໍ່​ການ​ພັດທະນາ​ການ​ພົວພັນ​ລະຫວ່າງສອງປະ​ເທດ​ກໍ່​ຄື ແຂວງ Buenos Aires ກັບ ຫວຽດນາມ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ​ແລະ ​ເນັ້ນ​ໜັກ​ວ່າ: ​​ໃນ​ສະພາບ​ເສດຖະກິດ​ໂລກ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງຄືໃນປະຈຸບັນ, ອາກ​ຊັງ​ຕິນ ​ເວົ້າ​ລວມ ​ແລະ ​ແຂວງ Buenos Aires ເວົ້າສະເພາະ ພ້ອມ​ແລ້ວ​ທີ່​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ທ່າແຮງ​ດ້ານ​ກະສິກຳ ​ແລະ ພະລັງງານຂອງຕົນກວ່າອີກ, ​ເພີ່ມ​ທະວີ​ການ​ສົ່ງ​ອອກ, ດຶງ​ດູດ​ການ​ລົງທຶນ​ຈາກ​ບັນດາ​ປະ​ເທດ, ​ໃນ​ນັ້ນຖື ຫວຽດນາມ ​ເປັນ​ບຸລິມະສິດພິເສດ.

ທີ່​ການໂອ້ລົມສົນທະນາ​ກັບບັນດາ​ອົງການອໍານາດການປົກຄອງ ແລະ​ ນິຕິບັນຍັດ ຂອງແຂວງ, ສອງຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ການ​ເມືອງ ​ແລະ ​ໂຄງ​ປະກອບ​ເສດຖະກິດ​ຂອງ​ຫວຽດນາມ ກໍ່​ຄື​ແຂວງ Buenos Aires ​ແລະ ​ເຫັນ​ດີເປັນເອກະພາບ​ວ່າ ຄຽງຂ້າງ​ການຍູ້ແຮງການແລກປ່ຽນການ​ຄ້າ​ ຈະ​ສົມທົບ​ກັນ​ພິຈາລະນາ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ບົດຮຽນ​ປະສົບການໃນ​ບັນດາ​​ໂຄງການ​ເຕັກ​ໂນ​ໂລ​ຊີ​ກະສິກຳ, ກໍ່ສ້າງ​ຕາໜ່າງ​ພະລັງງານ​ທົດ​ແທນ ​ແລະ ບັນດາ​ໂຄງການ​ຫັນ​ເປັນ​ເສດຖະກິດ​ດີ​ຈີ​ຕອນ.

ບູນມີ

ເຫດການ
302 Found

Found

The document has moved here.