ກ​ານ​ຟື້ນ​ຟູ​ຢ່າງ​ແຮງ​ໃນ​ການ​ສົ່ງ​ອອກ​ນຳ​ເຂົ້າ​ສິນ​ຄ້າ

07:56 | 15/09/2022

8 ເດືອນຕົ້ນປີ 2022, ການສົ່ງອອກ ແລະ ສົ່ງອອກສິນຄ້າຍັງແມ່ນຈຸດພົ້ນເດັ່ນຂອງພື້ນຖານເສດຖະກິດ, ເມື່ອວົງເງິນບັນລຸເກືອບ 500 ຕື້ USD, ປະກອບສ່ວນເຮັດໃຫ້ລະດັບສ່ວນເກີນການຄ້າ ຂຶ້ນເຖິງ 5,49 ຕື້ USD. ໄປຄຽງຄູ່ກັນນັ້ນ, ການປະຕິບັດລະບຽບການບໍລິຫານມີຄວາມສະດວກ, ໝາກຜົນນີ້ແມ່ນຄວາມມານະພະຍາຍາມຂອງວິສາຫະກິດ ໃນການຟື້ນຟູການຜະລິດດຳເນີນທຸລະກິດ, ເຊື່ອມຕໍ່ລະບົບສະໜອງໃນເງື່ອນໄຂພະຍາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ. ໃນຊຸມເດືອນທ້າຍປີ, ເຖິງວ່າຕ້ອງປະສົບກັບສິ່ງທ້າທາຍຫຼາຍຢ່າງກໍ່ຕາມແຕ່ບັນດາວິສາຫະກິດ ສົ່ງອອກພວມເພີ່ມຄວາມໄວ, ມານະພະຍາຍາມໃນການປະຕິບັດສຳເລັດເປົ້າໝາຍທີ່ວາງອອກ.

ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ອາ​ຊີ - ປາ​ຊີ​ຟິກ ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ອາ​ຊີ - ປາ​ຊີ​ຟິກ
ກວາງ​ຫງາຍ ເຂົ້າ​ຮ່ວມ​ການ​ສົ່ງ​ເສີມ​ການ​ຄ້າ, ການ​ລົງ​ທຶນ ແລະ ການ​ຮ່ວມ​ມື​ຢູ່ ຍີ່​ປຸ່ນ ກວາງ​ຫງາຍ ເຂົ້າ​ຮ່ວມ​ການ​ສົ່ງ​ເສີມ​ການ​ຄ້າ, ການ​ລົງ​ທຶນ ແລະ ການ​ຮ່ວມ​ມື​ຢູ່ ຍີ່​ປຸ່ນ
ທ່ານ ເຈິ່ນກວັກແຄ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ພາບ: baochinhphu.vn)
ທ່ານ ເຈິ່ນກວັກແຄ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ພາບ: baochinhphu.vn)

ໃນສະພາບການການຄ້າທົ່ວໂລກ ຮຽກຮ້ອງຕ້ອງການເຊື່ອມຕໍ່, ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນລະຫວ່າງບັນດາລະບົບການຄ້າ ຫວຽດນາມ ຢູ່ຕ່າງປະເທດ ກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ສະຫະພັນຂະແໜງວິຊາຊີບ, ວິສາຫະກິດ, ທ່ານຮອງລັດຖະມົນຕີ ກະຊວງອຸດສາຫະກຳການຄ້າ ເຈິ່ນກວັກແຄ໊ງ ໃຫ້ຮູ້ວ່າ, ກະຊວງຈະສຸມໃສ່ໜູນຊ່ວຍບັນດາວິສາຫະກິດ ກ່ຽວກັບຂໍ້ມູນຂ່າວສານດ້ານການຕະຫຼາດ, ສົ່ງເສີມການສົ່ງອອກ, ຍາດແຍ່ງທ່າດີຂອງຄຳໝັ້ນສັນຍາໃນບັນດາສັນຍາການຄ້າເສລີ ທີ່ໄດ້ຮັບການລົງນາມແລ້ວ. ທ່ານໃຫ້ຮູ້ວ່າ:

ສິນຄ້າປະເພດທີ່ມີວົງເງິນການຄ້າໃຫຍ່ຄື ຜະລິດຕະພັນກະເສດ, ຕ່ຳແຜ່ນຕັດຫຍິບ, ເກີບໜັງລ້ວນແຕ່ແມ່ນສິນຄ້າປະເພດສົ່ງອອກຫຼັກແຫຼ່ງຂອງ ຫວຽດນາມ. ປັດຈຸບັນ, ສິນຄ້າປະເພດເຫຼົ່ານີ້ລ້ວນແຕ່ອີງໃສ່ຄວາມຕ້ອງການຂອງຕະຫຼາດ, ຕໍ່ໜ້າສະພາບການຄວາມຕ້ອງການພວມລົງສຳລັບບາງຕະຫຼາດນັ້ນ, ໜ້າທີ່ຂອງພວກເຮົາແມ່ນມານະພະຍາຍາມຂຸດຄົ້ນບັນດາຕະຫຼາດຢ່າງຄົບຖ້ວນ ພ້ອມທັງ ແກ້ໄຂບັນດາຈຸດອຸດຕັນໃນລະບົບສະໜອງຂອງບັນດາວິສາຫະກິດ. ຖ້າເຮັດໃຫ້ທຸກສິ່ງທຸກຢ່າງດັ່ງກ່າວ, ປາດຖະໜາວ່າ ພວກເຮົາຈະຍັງຮັກສາອັດຕາເຕີບໂຕການສົ່ງອອກໃນຊຸມເດືອນທ້າຍປີ.

ກະຊວງອຸດສາຫະກຳ ການຄ້າ ຈະສືບຕໍ່ຫັນການປະຕິບັດລະບຽບການບໍລິຫານໃຫ້ແກ່ວິສາຫະກິດເປັນສະດວກ. ພ້ອມທັງ, ກະຊວງກໍ່ໜູນຊ່ວຍບັນດາວິສາຫະກິດ ໃນການຊອກຫາແຫຼ່ງສະໜອງວັດສະດຸທົດແທນ ດ້ວຍລາຄາທີ່ເໝາະສົມ ເພື່ອຮັບປະກັນມີວັດສະດຸຮັບໃຊ້ການຜະລິດ ແລະ ການບໍລິໂພກອີກດ້ວຍ.

ຖ້າຮັກສາຄວາມໄວຄືໃນ 8 ເດືອນຜ່ານມາ, ຂະໜາດວົງເງິນການສົ່ງອອກນຳເຂົ້າໃນທົ່ວປີ 2022 ຂອງ ຫວຽດນາມ ອາດຈະບັນລຸກ່ວາ 740 ຕື້ USD, ປະກອບສ່ວນເຂົ້າໃນການປັບປຸງດູນການຊຳລະ, ເພີ່ມການສະສົມເງິນຕາຕ່າງປະເທດຂຶ້ນ, ສ້າງຄວາມສະດວກໃຫ້ແກ່ການປະຕິບັດສຳເລັດເປົ້າໝາຍພັດທະນາເສດຖະກິດທັງປີ.

ວີ​ໂອ​ວີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.