ກວາງ​ຫງາຍ ເຂົ້າ​ຮ່ວມ​ການ​ສົ່ງ​ເສີມ​ການ​ຄ້າ, ການ​ລົງ​ທຶນ ແລະ ການ​ຮ່ວມ​ມື​ຢູ່ ຍີ່​ປຸ່ນ

18:12 | 09/08/2022

ຍ​ສ​ໝ - ຫວ່າງ​ມໍ່ໆ​ມາ​ນີ້, ຄະນະ​ຜູ້​ແທນ​ແຂວງ ກວາງ​ຫງາຍ ​ໂດຍ​ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຫວໍ​ຟຽນ ນຳ​ໜ້າ​ເຂົ້າ​ຮ່ວມ​​ໂຄງການ​ເຮັດ​ວຽກ​ຂອງ​ສະຖານກົງສຸນໃຫຍ່​ຫວຽດນາມ ໄດ້ສົມທົບ​ກັບ​ແຂວງ Fukuoka ເພື່ອຊຸກຍູ້​ການ​ຄ້າ, ການ​ລົງທຶນ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງຫວຽດນາມ ກັບເຂດກົງສຸນ ແລະ ແຂວງ Fukuoka, ຍີ່ປຸ່ນ.

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ​ສ.ເກົາຫຼີ ເຂົ້າ​ຮ່ວມ​ການ​ສອບ​ເສັງ​ຊອກ​ຮູ້​ກ່ຽວ​ກັບ​ 30 ປີ ແຫ່ງກ​າ​ນ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ​ສອງ​ປະ​ເທດ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ​ສ.ເກົາຫຼີ ເຂົ້າ​ຮ່ວມ​ການ​ສອບ​ເສັງ​ຊອກ​ຮູ້​ກ່ຽວ​ກັບ​ 30 ປີ ແຫ່ງກ​າ​ນ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ​ສອງ​ປະ​ເທດ
ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື
ກວາງ​ຫງາຍ ເຂົ້າ​ຮ່ວມ​ການ​ສົ່ງ​ເສີມ​ການ​ຄ້າ, ການ​ລົງ​ທຶນ ແລະ ການ​ຮ່ວມ​ມື​ຢູ່ ຍີ່​ປຸ່ນ
ບັນ​ດາ​ຜູ້​ແທນ​ຕັດ​ແຖບ​ຜ້າ ໄຂ​ຕະຫຼາດ​ນັດ (ພາບ: quangngai.gov.vn)

​ໃນ​ຂອບ​ເຂດ​ຂອງ​ໂຄງການ, ບັນດາ​ວິ​ສາ​ຫະກິດ​ຂອງ​ແຂວງ​ໄດ້​ເຂົ້າ​ຮ່ວມ​ບັນດາ​ຮ້ານ​ວາງສະ​ແດງ ​ແລະ ແນະນຳ​ບັນດາ​ຜະລິດ​ຕະພັນ​ທ້ອງ​ຖິ່ນ ​ເພື່ອ​ຊອກ​ຫາ​ຄູ່​ຮ່ວມ​ມື​ທຸລະ​ກິດ​ຢູ່​ຂົງເຂດ Kyushu ​​ເວົ້າສະ​ເພາະ ​ແລະ ​ ຍີ່ປຸ່ນເວົ້າ​ລວມ ທີ່​ຕະຫຼາດ​ນັດ.

ກວາງ​ຫງາຍ ກໍ່​ໄດ້​ເຂົ້າ​ຮ່ວມ​ບັນດາ​ເວທີ​ປາ​ໄສເຊື່ອມ​ຕໍ່​ຢູ່ນອກຂອບເຂດງານ ພ້ອມ​ກັບ​ບັນດາ​ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ ຍີ່ປຸ່ນ ຢູ່​ເຂດ Kyushu ​ເຊັ່ນ Fukuoka, Nagasaki, Kumamoto, Nagasaki, Oita, Saga, Miyazaki, Kagoshima ​ແລະ ຈັດ​ຕັ້ງ​ການ​ພົບ​ປະ​ກັບ​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ.

ຢູ່​ທີ່​ນີ້, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ຫງາຍ, ຫົວໜ້າ​ຄະນະ​ໄດ້​ປຶກສາ​ຫາລື ແລະ ແນະນຳ​ກ່ຽວ​ກັບ​ບັນດາ​ທ່າ​ແຮງ, ກຳລັງບົ່ມຊ້ອນ, ກາລະ​ໂອກາດ​ລົງທຶນ ​ແລະ ນະ​ໂຍບາຍ​ດຶງ​ດູດ​ການ​ລົງທຶນ​ຂອງ ກວາງ​ຫງາຍ ​ເຖິງ​ບັນດາ​ທ້ອງ​ຖິ່ນ ​ແລະ ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ, ສຸມ​ໃສ່​ເຂົ້າ​ໃນ​ຂົງ​ເຂດ​ກະສິກຳ, ຊັບພະຍາກອນ​ມະນຸດ, ການພັດທະນາ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການຫັນເປັນດິຈິຕອນ.

ຄະ​ນະ​ຜູ້​ແທນ​ແຂວງ ກວາງ​ຫງາຍ ກໍ່​ໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ, ສ້າງ​ຕັ້ງ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ກັບ​ແຂວງ Oita ແລະ ນະ​ຄອນ Saiki. ທີ່​ນີ້, ທ່ານ​ຮອງ​ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຂວງ ຫວູ​ຟຽນ ກໍ​ໄດ້ມີບັນດາຂໍ້ສະເໜີ​ທິດ​ທາງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ການ​ຄ້າ, ​ເສດຖະກິດ​ທາງ​ທະ​ເລ ​ແລະ ການທ່ອງທ່ຽວ, ການ​ສົ່ງ​ອອກ​ແຮງ​ງານ, ວັດທະນະທຳ​ຕ່າງປະ​ເທດ ​ແລະ ອື່ນໆ ມຸ່ງ​ໄປ​ເຖິງ​ຈຸດໝາຍ​ສ້າງ​ຕັ້ງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ.

ການ​ນຳ​ຂອງ​ແຂວງ Oita ​ແລະ Saiki ກໍ່​ຕີ​ລາຄາ​ສູງ​ນ້ຳ​ໃຈ​ປາດ​ຖະໜາ​ຢາກ​ຮ່ວມ​ມື​ຂອງ​ແຂວງ ກວາງ​ຫງາຍ ​ແລະ ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະ​ສືບ​ຕໍ່​ມີ​ການ​ປຶກສາ​ຫາລື​ລະອຽດ​ກ່ວາ​ອີກ ​ເພື່ອ​ສ້າງ​ການ​ພົວພັນ​ຮ່ວມ​ມື ​ແລະ ພັດທະນາທີ່​ໝັ້ນຄົງ.

ປະຈຸ​ບັນ, ​ໃນ​ທິດ​ທາງ​ດຶງ​ດູດ​ການ​ລົງທຶນ, ຍີ່ປຸ່ນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ແຂວງ​ມີ​ຄວາມ​ສົນ​ໃຈ​ຮຽກຮ້ອງ​ລົງທຶນ. ທີ່​ການ​ພົບ​ປະ​ກັບ​ສະຖານ​ກົງສຸນ​ຫວຽດນາມ ປະຈຳ Fukuoka, ​ແຂວງ Fukuoka ກໍ່​ສະ​ເໜີ​ໃຫ້​ກົງ​ສູນ​ໃຫຍ່ ​ເອົາ​ໃຈ​ໃສ່​ກ່ວາ​ອີກ ​ເພື່ອ​ໜູນ​ຊ່ວຍ ກວາງ​ຫງາຍ ​ໃນ​ການ​ເຊື່ອມ​ຕໍ່​ກັບ​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ​ເພື່ອໃຫ້​ແຂວງ ຊຸກຍູ້​ການ​ຮຽກຮ້ອງ​ລົງທຶນ; ພ້ອມ​ກັນ​ນັ້ນ, ກໍ່ສົມທົບ​ກັນ​ຈັດ​ຕັ້ງ​ໂຄງການ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ​ປະຈຳ​ປີ​ຢູ່​ຍີ່​ປຸ່ນ ​ເພື່ອ​ສ້າງ​ກາລະ​ໂອກາດ​ໃຫ້​ບັນດາ​ການ​ພົບ​ປະ​ເຈລະຈາ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ.

ນອກ​ຈາກ​ໂຄງໂດຍ​ການ​ສະ​ຖານກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ Fukuoka ຈັດ​ຕັ້ງ, ແຂວງ​ກໍ່​ໄດ້​ຈັດ​ຕັ້ງ​ຄະ​ນະ​ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ກຸ່ມ​ບໍ​ລິ​ສັດ Toray ຢູ່ ໂຕ​ກຽວ. ປັດ​ຈຸ​ບັນ, ກຸ່ມ​ບໍ​ລິ​ສັດ Toray ພວມ​ລົງ​ທຶນ​ໂຮງ​ງານ​ຜະ​ລິດ​ຢູ່​ເຂດ​ອຸດ​ສາ​ຫະ​ກຳ VSIP ກ໋​ວາງ​ຫງາຍ ດ້ວຍ​ເງິນ​ລົງ​ທຶນ​ຈົດ​ທະ​ບຽນ​ກ່​ວາ 9 ລ້ານ USD. ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຫວໍ​ຟຽນ ໄດ້​ຕີ​ລາ​ຄາ​ສູງ​ການ​ລົງ​ທຶນ​ຂອງ​ກຸ່ມ​ບໍ​ລິ​ສັດ ຢູ່ ​ແຂວງ​ໃນ​ໄລ​ຍະ​ຜ່ານ​ມາ, ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ ແຂວງ.

ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ດ້ວຍ​ເປົ້າ​ໝາຍ​ເຊື່ອມ​ຕໍ່​ເພື່ອ​ມີ​ຄວາມ​ເຂົ້າ​ໃຈຫຼາຍ​ກ່​ວາ​ອີກ​ລະ​ຫວ່າງ​ອຳ​ນາດ​ການ​ປົກ​ຄອງ ແລະ ວິ​ສາ​ຫະ​ກິດ, ແຂວງ​ກ໋​ວາງ​ຫງາຍ, ຫວັງ​ວ່າ​ກຸ່ມ​ບໍ​ລິ​ສັດ​ຈະ​ເອົາ​ໃຈ​ໃສ່, ຄົ້ນ​ຄ້​ວາ​ເປີດກວ້າງ ການ​ລົງ​ທຶນ​ຕື່ມ​ອີກ​ບາງ​ຂົງ​ເຂດ​ເຊິ່ງ​ກຸ່ມ​ບໍ​ລິ​ສັດ​​ມີ​ທ່າ​ແຮງ, ອຳ​ນາດ​ການ​ປົກ​ຄອງ​ແຂວງ​ກ໋​ວາງ​ຫງາຍ, ຍາມ​ໃດ​ກໍ່​ຈະ​ຮ່ວມ​ເດີນ​ທາງ, ໜູນ​ຊ່ວຍ​ກໍ່​ຄື​ສ້າງ​ເງືອນ​ໄຂ​ສະ​ດວກ​ໃຫ້​ແກ່​ກຸ່ມ​ບໍ​ລິ​ສັດ​ເມື່ອ​ມາ​​ລົງ​ທຶນ​ຢູ່​ແຂວງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.