ເຮືອນລວມສໍາລັບບັນດາວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ

11:00 | 04/09/2022

ຍສໝ-ນັ້ນ​ແມ່ນເຂດຫໍບູຊາບັນດາວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ - ລາວ ເຊິ່ງໄດ້ຈັດພິທີເປີດໃນ​ວັນ​ທີ 24 ກໍລະກົດ ຢູ່​ແຂວງ​ຊຽງ​ຂວາງ, ລາວ ​ເຊິ່ງໄດ້​ຮັບ​ການ​ກໍ່ສ້າງ​ເພື່ອ​ບູຊາ ​ແລະ ເຊີດຊູ ວິລະຊົນ ແລະ ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ຫວຽດນາມ - ລາວ ຈໍານວນ 15.000 ກວ່າ​ຄົນ​ທີ່​ເສຍ​ສະຫຼະຊີວິດ​ຢູ່​ທົ່ງໄຫຫີນ (​​ຊຽງ​ຂວາງ) 50 ປີ​ກ່ອນ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ນິວ​ຊີ​ແລນ​ຖ​ື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ຫວຽດ​ນາມ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ນິວ​ຊີ​ແລນ​ຖ​ື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ຫວຽດ​ນາມ
ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຮັກສາ ແລະ ເສີມຂະຫຍາຍສາຍພົວພັນແບບພິເສດ ຫວຽດນາມ - ລາວ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຮັກສາ ແລະ ເສີມຂະຫຍາຍສາຍພົວພັນແບບພິເສດ ຫວຽດນາມ - ລາວ

ເຮືອນໃໝ່ສໍາລັບພວກອ້າຍ

ເຂດຫໍບູຊາ ບັນດາວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ - ລາວ ໄດ້ສ້າງຢູ່ບ້ານຍວນ, ເມືອງແປກ, ແຂວງຊຽງຂວາງ (ລາວ) ໃນເນື້ອທີ່ 10 ເຮັກຕາ. ນີ້​ແມ່ນ​ຫໍ​ບູຊາ​ແຫ່ງ​ທຳ​ອິດ​ໂດຍ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ ​ລາວ ​ກໍ່ສ້າງເພື່ອ​ລະນຶກ​ເຖິງ​ບັນດາວິລະ​ຊົນ ​ແລະ ນັກຮົບ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ​ ທີ່​ໄດ້​ເສຍ​ສະຫຼະຊີວິດ​ໃນ​ໄລຍະ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ໃຫ້ແກ່​ປະຊາຊົນ​ສອງ​ຊາດ.

ວັນ​ທີ 24 ມີນາ​ນີ້, ​ໂຄງການ​ໄດ້​ເລີ່​ມດໍາເນີນການ​ກໍ່ສ້າງ. ຕາມ​ແຜນການ, ​ ​ໄລຍະ​ທີ 1 ​ຂອງໂຄງການໄດ້​ສຳ​ເລັດ​ໃນ​ເດືອນ ກໍລະກົດ 2022, ກົງກັບ​​ໂອກາດ​ທີ່ສອງປະ​ເທດ​ກໍາລັງ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ​ສະ​ເຫຼີ​ມສະຫຼອງ​ປີ​ສາມັກຄີ​ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022.

ເຮືອນລວມສໍາລັບບັນດາວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ
ທ່ານ ຮ່າວັນແກ໊ງ, ປະທານສະມາຄົມ ຊາວຫວຽດນາມ ແຊວງຊຽງຂວາງ ( ພາບ: ເຈື່ອງຮູ່ງ)

ຕາມ​ແຜນກໍານົດ, ໂຄງການ​ລວມມີ​ບັນດາ​ລາຍການ​ຕົ້ນຕໍ​ຄື ຫໍບູຊາຢຸ່ລຸ່ມ, ຫໍບູຊາກາງ, ຫໍບູຊາເທິງ, ​ເຂດ​ດຳລົງ​ຊີວິດ​ຂອງ​ປະຊາ​ຄົມ, ຫໍພິພິທະ​ພັນ​ສົງຄາມ ລາວ - ຫວຽດນາມ, ​ບໍລິເວນສິລາຈາລຶກທີ່​ສະຫຼັກ​ຊື່​ບັນດາ​ວິລະ​ຊົນ ​ແລະ ນັກຮົບ​ເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ - ລາວ.

ຕາມ​ທ່ານ​ນາງ ບົວ​ສີ ນາ​ຖາວົງ, ປະທານ​​ແນວ​ລາວ​ສ້າງ​ຊາດ​ແຂວງ​ຊຽງ​ຂວາງ​ແລ້ວ “ຄຽງຂ້າງບັນດາ​ຄວາມ​ໝາຍ​ດ້ານຄວາມ​ສັດທາເຫຼື້ອມໃສ, ການ​ກໍ່ສ້າງເຂດຫໍບູຊາບັນດາວິລະຊົນ ແລະ ​ນັກຮົບ​ເສຍສະຫຼະເພື່ອຊາດ ​ລາວ-ຫວຽດນາມ ຢູ່​ແຂວງ​ຊຽງ​ຂວາງ ຈະ​ຊ່ວຍ​ໃຫ້​ແຂວງ​ມີ​ສະຖານ​ທີ່​ປະຫວັດສາດ​ອີກ​ແຫ່ງ​ໜຶ່ງ​ເພື່ອ​ໃຫ້​ລຸ້ນໜຸ່ມ​ໄປທັດສະນະສຶກສາ ​ແລະ ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ປະຫວັດສາດ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ. ສະຖານທີ່ແຫ່ງນີ້ຈະກາຍເປັນແຫຼ່ງທ່ອງທ່ຽວທີ່ສຳຄັນຂອງແຂວງຊຽງຂວາງ ເພື່ອໃຫ້ນັກທ່ອງທ່ຽວມາຢ້ຽມຊົມ ແລະ ລະນຶກເຖິງການເສຍສະຫຼະຊີວິດຂອງບັນດາວິລະຊົນ ແລະ ນັກຮົບເສຍສະຫຼະເພື່ອຊາດ ຫວຽດນາມ ແລະ ລາວ ທີ່ເສຍສະຫຼະຊີວິດໃນສະໄໝສົງຄາມ. ພ້ອມກັນນັ້ນ, ຍັງເປັນສະຖານທີ່ສຳຄັນຂອງແຂວງຊຽງຂວາງ ເພື່ອພັດທະນາການທ່ອງທ່ຽວຕາມຮູບແບບສີຂຽວ, ສະອາດ ແລະ ສວຍງາມຢ່າງໝັ້ນຄົງ.

ເຮືອນລວມສໍາລັບບັນດາວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ
ການກໍ່ສ້າງໂຄງການຫໍບູຊາກາງ, ມຸ່ງໄປເຖິງໂອກາດລະນຶກວັນທະຫານເສຍອົງຄະ - ເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 75 ປີ ( 27 ກໍລະກົດ 1947​- 27 ກໍລະກົດ 2022) ( ພາບ: ເຈື່ອງຮູ່ງ)

ຮ່ວມແຮງ, ຮ່ວມໃຈ

ທ່ານ ຮ່າວັນແກ໊ງ, ປະທານສະມາຄົມ ຊາວຫວຽດນາມ ແຂວງຊຽງຂວາງ ໃຫ້ຮູ້ວ່າ ປີ 2009, ​ມີຄັ້ງໜຶ່ງມາ​ເຮັດວຽກຢູ່​ແຂວງ​ຊຽງ​ຂວາງ, ພະ​ອາຈານ ທິກ​ງວຽນ​ເທາະ, ຫົວໜ້າ​ຄະນະ​ບໍລິຫານ​ງານ​​ພຸດທະ​ສາສະໜາ​ຫວຽດນາມ ​ເມືອງ ​ຊວຽນມົກ (ບາເຣຍ - ຫວຸງ​ເຕົາ) ​ໄດ້​ແບ່ງປັນ​ຄວາມ​ຄິດສ້າງ​ຫໍ​ບູຊາ​ເພື່ອບູຊາບັນດາວິລະ​ຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ-ລາວ.

ເມື່ອມາເຖິງບ້ານຍວນ (ເມືອງແປກ, ແຂວງຊຽງຂວາງ), ພະອາຈານ ທິກງວຽນເທາະ ໄດ້ພົບເຫັນພູໃຫຍ່ແຫ່ງໜຶ່ງທີ່ມີຮູບຂອງໂຕສິງ, ພູໃຫຍ່ຢູ່ອີກເບື້ອງໜຶ່ງມີຮູບຂອງໂຕຊ້າງກໍາລັງກົ້ມລົງ, ຮວງຈຸ້ຍເໝາະສົມກັບການສ້າງໂຄງການດັ່ງກ່າວ.

ເຮືອນລວມສໍາລັບບັນດາວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ
ເຂດຫໍບູຊາບັນດາວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ - ລາວ ໄດ້ສ້າງຢູ່ບ້ານຍວນ, ເມືອງແປກ, ແຂວງຊຽງຂວາງ (ລາວ) ( ພາບ: ເຈື່ອງຮູ່ງ)

ໂດຍຮັບເອົາຄໍາເຫັນຈາກພະອາຈານ ທິກງວຽນເທາະ, ທ່ານ ຮ່າວັນແກ໊ງ ແລະ ທ່ານ ເຈື່ອງຢາງ, ຜູ້ອໍານວຍການທະນານຄານຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank), ສາຂາ ແຂວງ ຊຽງຂວາງ ໄດ້ຈ້າງອອກແບບ, ຄົ້ນຄວ້າ ແລະ ແລ່ນເອກະສານສະເໜີອຳນາດການປົກຄອງແຂວງມອບດິນເພື່ອສ້າງເຂດຫໍບູຊາ.

ແຕ່ປີ 2018, ​ເພື່ອ​ສຳ​ເລັດສໍາເນົາ​ເອກະສານ, ​ທຸກໆ​ຕອນ​ບ່າຍ​ວັນ​ສຸກ, ທ່ານ ​ຢາງ ​ພັດ​ຂຶ້ນ​ລົດ​ເມ​ຈາກ​ສະຖານີ​ລົດເມ ​ເນຶອກເງີມ (ຮ່າ​ໂນ້ຍ) ​ໄປ​ແຂວງ​ຊຽງ​ຂວາງ ​ເພື່ອ​ພົບ​ປະ​, ແລກປ່ຽນກັບ​ເຈົ້າ​ແຂວງ​ເພື່ອ​ຊອກ​ຫາ​ວິທີ​ແກ້​ໄຂ. ມາຮອດປີ 2020, ໂຄງການໄດ້ຮັບການອະນຸມັດຈາກກະຊວງພາຍໃນຂອງລາວ ແລະ ອຳນາດການປົກຄອງແຂວງໄດ້ລົງນາມຂໍ້ຕົກລົງມອບທີ່ດິນ 10 ເຮັກຕາໃຫ້ສະມາຄົມຊາວຫວຽດນາມ ແຂວງຊຽງຂວາງ ກໍ່ສ້າງ.

ພະອາຈານ ທິກງວຽນເທາະ ໄດ້ສະໜັບສະໜູນບໍລິເວນເຮືອນໄມ້ 5 ຫ້ອງໃຫ້ໂຄງການຫໍບູຊາກາງ. ຈໍານວນອຸປະກອນເຫຼົ່ານີ້ ແມ່ນປະຊາຊົນໄດ້ອຸປະຖໍາເງິນຈໍານວນໜຶ່ງເພື່ອຂົນສົ່ງຈາກບາເຣຍ - ຫວູງເຕົາ ມາ, ​ເລັ່ງໃຫ້​ສຳ​ເລັດ​ໃນ​ເດືອນ​ກໍລະກົດ.

ແຕ່ວ່າ, ປະຈຸ​ບັນ, ບາງ​ລາຍການ​ຕ້ອງ​ໂຈະ​ຍ້ອນ​ຂາດ​ທຶນ​ກໍ່ສ້າງ, ​ຄື ຫໍບູຊາເທິງ ​ໄດ້ເທ​ພື້ນສໍາເລັດ​ແລ້ວ, ບັນດາ​ລາຍການ​ຍັງເຫຼືອກໍຍັງ​ບໍ່​ມີ​ງົບປະມານ​ເພື່ອ​ຜັນ​ຂະຫຍາຍ.

ຕໍ່​ສະພາບ​ການ​ດັ່ງກ່າວ, ວັນ​ທີ 2 ມິຖຸນາ 2022, ຄະນະ​ບໍລິຫານ​ງານ​ສະມາຄົມ​ຊາວ​ຫວຽດນາມ ​ແຂວງ​ຊຽງ​ຂວາງ ​ໄດ້​ຂຽນ​ຈົດໝາຍເພື່ອ​ຮຽກຮ້ອງ​ບັນດາ​ອົງການຈັດຕັ້ງ, ບຸກຄົນ, ຜູ້ໃຈສັດທາ, ຍາດຕິ​ພີ່ນ້ອງຂອງ​ບັນດາວິລະຊົນ ແລະ ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ... ກຸສົນກໍາ, ສະໜັບສະໜູນກໍ່ສ້າງໂຄງການ.

ຫວ່າງ​ມໍ່ໆ​ນີ້, ​ໃນ​ວັນ​ທີ 24 ກໍລະກົດ, ກ່ອນພິທີສູດອະນິດຈາໃຫ້ແກ່ບັນດາ​ວິລະຊົນ ແລະ ນັກຮົບ​ເສຍສະຫຼະເພື່ອຊາດ, ປະຊາຊົນທີ່ເສຍຊີວິດ ​ຫວຽດນາມ-ລາວ ຢູ່ຫໍບູຊາ, ຄະນະນັກຮົບເກົ່າອາສາສະໝັກ ຫວຽດນາມ ປະຈໍາລາວ ນະຄອນ​ຮ່າ​ໂນ້ຍ ​ໄດ້​ມອບ​ໂຖດອກໄມ້ 2 ອັນ​ທີ່​ພິມ​ຮູບ​ທຸງຊາດ ຫວຽດນາມ - ລາວ ​ແລະ 30 ລ້ານດົ່ງ ​ເພື່ອ​ປະກອບສ່ວນເຂົາໃນການ​ກໍ່ສ້າງ​ເຂດຫໍບູຊາ​ໄລຍະ 2.

ຕາມ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ແຂວງ​ຊຽງ​ຂວາງ​ແລ້ວ, ເຂດຫໍບູຊາ​ຍັງ​ເປັນ​ສະຖານ​ທີ່​ພົບ​ປະ, ​ແລກປ່ຽນ, ​ແບ່ງປັນ​ຄວາມ​ໂສກ​ເສົ້າ ​ແລະ ຄວາມ​ເບີກບານ​ມ່ວນ​ຊື່ນ, ​ເປັນ​ໂອກາດ​ຮ່ວມ​ມື, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ.

ຫອມມາລາ

ເຫດການ
302 Found

Found

The document has moved here.