ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ນິວ​ຊີ​ແລນ​ຖ​ື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ຫວຽດ​ນາມ

14:00 | 15/09/2022

ເນື່ອງໃນໂອກາດໄປຢ້ຽມຢາມ ນິວຊີແລນຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມການຕ່າງປະເທດ ຫວຽດນາມ - ນິວຊີແລນ ຄັ້ງທີ 1, ຕອນເຊົ້າວັນທີ 14 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາແຫ່ງຊາດ ນິວຊີແລນ Adrian Rurawhe.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ Samdech Heng Samrin ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ Samdech Heng Samrin
ວັ​ນ​ທີ 8 ກັນ​ຍາ ແມ່ນ​ວັນ​ເຊີດ​ຊູ​ພາ​ສາ ຫວຽດ ໃນ​ໝູ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ຢ່າງ​ເປັນ​ທາງ​ການ ວັ​ນ​ທີ 8 ກັນ​ຍາ ແມ່ນ​ວັນ​ເຊີດ​ຊູ​ພາ​ສາ ຫວຽດ ໃນ​ໝູ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ຢ່າງ​ເປັນ​ທາງ​ການ
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ແລະ ທ່ານປະທານສະພາແຫ່ງຊາດ ນິວຊີແລນ Adrian Rurawhe
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ແລະ ທ່ານປະທານສະພາແຫ່ງຊາດ ນິວຊີແລນ Adrian Rurawhe

ທີ່ການພົບປະ, ທ່ານລັດຖະມົນຕີ ບຸຍແທັງເຊີຍ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການຫວຽດນາມ ດ້ວຍບັນດາຜົນງານເບື້ອງຕົ້ນໃນການຟື້ນຟູ ແລະ ເຕີບໂຕເສດຖະກິດ - ສັງຄົມ, ທ່ານກໍ່ເນັ້ນໜັກວ່າ ຫວຽດນາມ ສະແດງຄວາມຊົມເຊີຍ ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວມາຈາກຕ່າງປະເທດ ໃນນັ້ນມີ ນິວຊີແລນ. ທ່ານກໍ່ສະເໜີໃຫ້ສະພາແຫ່ງຊາດ ແລະ ລັດຖະບານ ນິວຊີແລນ ສືບຕໍ່ເອົາໃຈໃສ່ສ້າງເງື່ອນໄຂໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູນິວເຊີເລັນ ມີການດຳລົງຊີວິດຢ່າງເປັນປົກກະຕິ ແລະ ເຊື່ອມຕົວ, ເຊົ້າກັບສັງຄົມສ້າງເງື່ອນໄຂໃຫ້ແກ່ນັກສຶກສາຫວຽດນາມ ກັບມາຮຽນຢູ່ນິວຊີແລນ ພາຍຫຼັງພະຍາດໂຄວິດ - 19, ຍູ້ແຮງການພົວພັນແລກປ່ຽນປະຊາຊົນ ແລະ ການທ່ອງທ່ຽວຜ່ານການຟື້ນຟູເສັ້ນທາງອາກາດໂດຍກົງລະຫວ່າງສອງປະເທດ.

ສ່ວນທ່ານປະທານສະພາແຫ່ງຊາດ Adrian Rurawhe ຢັ້ງຢືນວ່າ ສະພາແຫ່ງຊາດ ນິວຊີແລນ ຖືເປັນສຳຄັນ ຫວຽດນາມ ແລະ ຈະຕັ້ງໜ້າຊຸກຍູ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຢາກຮ່ວມມືກັບ ຫວຽດນາມ, ທ່ານກໍ່ຕີລາຄາສູງປະຊາຄົມ ຊາວຫວຽດນາມ ອາໄສຢູ່ນິວຊີແລນ, ທ່ານສະແດງຄວາມຫວັງຢາກມີນັກສຶກສາຫວຽດນາມຫຼາຍກ່ວາອີກມາຮ່ຳຮຽນຢູ່ນິວຊີແລນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.