ເຮືອນ​ຢູ່​ອັດ​ສະ​ລິ​ຍະ Lumi ປະ​ກອບ​ສ່ວນ​ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່, ຢັ້ງ​ຢືນ​ພູມ​ປັນ​ຍາ ຫວຽດ​ນາມ

12:10 | 13/08/2022

ໄປພ້ອມກັບການພັດທະນາຊີວິດ, ສັງຄົມ, ປັດຈຸບັນ, ມາດຕະການເຮືອນຢູ່ອັດສະລິຍະ ພວມນັບມື້ນັບໄດ້ຮັບຄວາມນິຍົມຊົມຊອບຈາກຫຼາຍຄອບຄົວ. ດ້ວຍການໝູນໃຊ້ເຕັກໂນໂລຢີທັນສະໄໝ, ເຮືອນຢູ່ອັດສະລິຍະ ບໍ່ພຽງແຕ່ຊ່ວຍໃຫ້ເຮືອນຂອງທ່ານມີຄວາມສະດວກກວ່າເທົ່ານັ້ນ, ຫາກຍັງຊ່ວຍໃຫ້ທ່ານຍົກລະດັບຊີວິດການເປັນຢູ່ດ້ວຍເຄື່ອງໃຊ້ຢ່າງຄົບຖ້ວນ. ມາດຕະການເຮືອນຢູ່ອັດສະລິຍະ Lumi ແມ່ນໜຶ່ງໃນຈຳນວນນັ້ນ, ເຊິ່ງໄດ້ຮັບການຄົ້ນຄວ້າ ແລະ ສ້າງຕັ້ງຂຶ້ນແຕ່ປີ 2012. Lumi ແມ່ນເຄື່ອງໝາຍການຄ້າທຳອິດກ່ຽວກັບເຮືອນຢູ່ອັດສະລິຍະ ຫວຽດນາມ ໄດ້ຮັບໃບຢັ້ງຢືນ ບັນລຸມາດຕະຖານເອີຣົບ CE ແລະ ໃບຢັ້ງຢືນເປັນຜະລິດຕະພັນທີ່ເໝາະສົມ ແລະ ໄດ້ມາດຕະຖານ (QUACERT) ທີ່ຢັ້ງຢືນຜະລິດຕະພັນພູມປັນຍາ ຫວຽດ, “Make in Vietnam”.

ຫວຽດ​ນາມ ຢືນ​ອັນ​ດັບ​ທີ 3 ໃນ​ຈຳ​ນວນ​​ປະ​ເທດ​ທີ່​ມີຈຳ​ນວນນັກທ່ອງທ່ຽວໄປ​ທ່ຽວ​ລາວ ຫຼາຍ​ທີ່​ສຸດ ຫວຽດ​ນາມ ຢືນ​ອັນ​ດັບ​ທີ 3 ໃນ​ຈຳ​ນວນ​​ປະ​ເທດ​ທີ່​ມີຈຳ​ນວນນັກທ່ອງທ່ຽວໄປ​ທ່ຽວ​ລາວ ຫຼາຍ​ທີ່​ສຸດ
ຫວຽດ​ນາມ​ຮັກ​ສາ​ທີ່​ຕັ້ງ​ໃຈ​ກາງ​ຂອງ​ລະ​ບົບ​ໜູນ​ຊ່ວຍ​ການ​ກ່າວ​ເຕືອນ​ພາ​ຍຸ​ນ້ຳ​ຖ້ວມ​ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຫວຽດ​ນາມ​ຮັກ​ສາ​ທີ່​ຕັ້ງ​ໃຈ​ກາງ​ຂອງ​ລະ​ບົບ​ໜູນ​ຊ່ວຍ​ການ​ກ່າວ​ເຕືອນ​ພາ​ຍຸ​ນ້ຳ​ຖ້ວມ​ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້
ມາດຕະການເຮືອນຢູ່ອັດສະລິຍະ (ພາບ: Lumi)
ມາດຕະການເຮືອນຢູ່ອັດສະລິຍະ (ພາບ: Lumi)

ໃນເຮືອນຢູ່ອັດສະລິຍະ Lumi, ຜູ້ນຳໃຊ້ສາມາດສື່ສານກັບເຄື່ອງໃຊ້ໃນເຮືອນດ້ວຍ 3 ວິທີ: ທີໜຶ່ງແມ່ນ, ຜ່ານລຳໂພງອັດສະລິຍະ Milo ໂດຍ Lumi ປະດິດແຕ່ງດ້ວຍຄວາມສາມາດຮັບຄຳສັ່ງບັນຊາຜ່ານສຽງເວົ້າເປັນພາສາ ຫວຽດ. ທີສອງແມ່ນ, ແອັບຟຼີເຄຊັນ Lumi Live ຢູ່ໃນໂທລະສັບມືຖື ສະມາດໂຟນ ຫຼື ໄອແພັດ. ທີສາມແມ່ນ ຜ່ານລະບົບກົງຕັກສຳຜັດອັດສະລິຍະ. ດ້ວຍຄວາມສະດວກດີໃນການສື່ສານກັບເຮືອນຢູ່ອັດສະລິຍະ, ພາຍຫຼັງທີ່ຄອນໂດຢູ່ ໝີດິ່ງ, ຮ່າໂນ້ຍ ກໍ່ສ້າງສຳເລັດ, ອ້າຍ ຟ້າມງອກຢຸງ ໄດ້ຕິດຕັ້ງມາດຕະການເຮືອນຢູ່ອັດສະລິຍະ Lumi ຂອງຕົນຢ່າງຄົບຊຸດ.

“ຕົວຢ່າງຄືໃນຂະນະທີ່ເຮົາກຳລັງເດີນທາງກັບເຮືອນ, ໂດຍສະເພາະແມ່ນລະດູໜາວ ເຮົາກໍສາມາດເປີດໝໍ້ນ້ຳອຸ່ນໄວ້ກ່ອນ 15 ນາທີ, ເມື່ອມາຮອດເຮືອນ, ເຮົາກໍມີນ້ຳອຸ່ນອາບເລີຍ”.

ເຮືອນຢູ່ອັດສະລິຍະ Lumi ແມ່ນມາດຕະການເຕັກໂນໂລຢີ ໂດຍນັກວິສະວະກອນ ຫວຽດນາມ ເປັນຜູ້ຄົ້ນຄວ້າ ແລະ ພັດທະນາ ສະນັ້ນ ລະບົບບັນຊາເຄື່ອງໃຊ້ຕ່າງໆໃນເຮືອນກໍມີຄວາມເໝາະສົມກັບຄວາມຊິນເຄີຍ, ຄວາມນິຍົມຊົມຊອບ ແລະ ເງື່ອນໄຂພື້ນຖານໂຄງລ່າງຢູ່ ຫວຽດນາມ. ການກໍ່ສ້າງຕິດຕັ້ງກໍງ່າຍໆ ພຽງແຕ່ມື້ດຽວກໍສຳເລັດທົ່ວເຮືອນ. ທ່ານ ຫງວຽນດຶກຕາຍ, ຜູ້ອຳນວຍການໃຫຍ່ບໍລິສັດ ຫຸ້ນສ່ວນ Lumi ຫວຽດນາມ ໃຫ້ຮູ້ວ່າ:

“ສຳລັບຜະລິດຕະພັນຂອງຕ່າງປະເທດ, ເມື່ອຜັນຂະຫຍາຍລະບົບເຮືອນຢູ່ອັດສະລິຍະ ຢູ່ ຫວຽດນາມ ແມ່ນສັບສົນຫຼາຍ ຍ້ອນວ່າ ລະບົບພື້ນຖານໂຄງລ່າງໄຟຟ້າຂອງ ຫວຽດນາມ ບໍ່ຄືຂອງຕ່າງປະເທດ. ດັ່ງນັ້ນ, ເມື່ອຜັນຂະຫຍາຍຢູ່ ຫວຽດນາມ, ທາງບໍລິສັດ ຕ້ອງໄດ້ອອກແບບ ແລະ ໜູນຊ່ວຍເຈົ້າຂອງເຮືອນແຕ່ນັບແຕ່ຂັ້ນຕອນການເທເສົາຕໍ່ມໍ, ເທຄານພື້ນ ຫຼື ໃນໄລຍະທີ່ກໍ່ສ້າງຮ່າງໂຄງສຳເລັດ. ແຕ່ສຳລັບມາດຕະການຂອງ Lumi ນັ້ນແມ່ນສາມາດຕິດຕັ້ງໄດ້ເລີຍ, ນັບທັງເວລາເຮົາເຂົ້າມາຢູ່ເຮືອນແລ້ວກໍສາມາດຕິດຕັ້ງໄດ້”.

ໃນເຮືອນຢູ່ອັດສະລິຍະ Lumi, ເຈົ້າຂອງເຮືອນຈະໄດ້ປະຕິບັດຕົວຈິງ ເປັນຕົ້ນແມ່ນ: ບັນຊາຜ້າກັ້ງແບບອັດຕະໂນມັດ; ລະບົບປ້ອງກັນຄວາມປອດໄພ, ກັນຂະໂມຍ ດ້ວຍ AI ໂດຍ Lumi ຄົ້ນຄວ້າ ແລະ ພັດທະນາ; ກົງຕັກໄຟຟ້າແບບສຳຜັດຂອງ Lumi ມີຄວາມປອດໄພສູງ; ລະບົບປະມວນການບັນຊາເຄື່ອງອຸປະກອນໄຟຟ້າຕ່າງໆຜ່ານການບັນຊາແຕ່ໄກ ຊ່ວຍໃຫ້ຜູ້ນຳໃຊ້ ບໍ່ວ່າຈະຢູ່ໃສ ກໍສາມາດເປີດ ຫຼື ປິດອຸປະກອນໄຟຟ້າເຫຼົ່ານັ້ນໄດ້, ເຊິ່ງລວມມີ: ລະບົບແສງໄຟອັດສະລິຍະ Lumi Smart Lighting; ລະບົບບັນຊາເຄື່ອງປັບອາກາດ; ລະບົບບັນຊາໝໍ້ນໍ້າອຸ່ນ; ລະບົບບັນຊາສຽງຫຼາຍໂຊນ… ທ່ານ ຫງວຽນຕວັນແອັງ, ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນ Lumi ຫວຽດນາມ ໃຫ້ຮູ້ວ່າ:

“ທີໜຶ່ງແມ່ນ, ພວກຂ້າພະເຈົ້ານຳໃຊ້ເຕັກໂນໂລຢີ ເຊັນເຊີ ຄາປາຊີຕິບ (capacitive Sensors) ເຊິ່ງລູກຄ້າສາມາດ ສຳຜັດເປີດ/ປິດເຄື່ອງໃຊ້ຕ່າງໆ. ທີສອງແມ່ນ, ພວກຂ້າພະເຈົ້ານຳໃຊ້ເຕັກໂນໂລຢີແຫຼ່ງກຳເນີດ pulse ຊ່ວຍໃຫ້ຜະລິດຕະພັນໃຊ້ພະລັງງານໜ້ອຍ ແຕ່ມີສະມັດຕະພາບສູງ. ທີສາມແມ່ນ ເຕັກໂນໂລຢີສື່ສານໄຮ້ສາຍ Zigbee ຊ່ວຍໃຫ້ບັນດາອຸປະກອນສາມາດເຊື່ອມຕໍ່ກັນໄດ້ຢ່າງງ່າຍດາຍ. ນອກຈາກນັ້ນແລ້ວ, ພວກຂ້າພະເຈົ້າຍັງພັດທະນາບັນດາເຕັກໂນໂລຢີໃນຊັອບແວອີກດ້ວຍ ຊ່ວຍໃຫ້ລູກຄ້າສາມາດຄວບຄຸມບັນຊາ, ຕິດຕາມກວດກາອຸປະກອນເຄື່ອງໃຊ້ໃນເຮືອນ ຜ່ານແອັບຟຼີເຄຊັນທີ່ໄດ້ຕັ້ງໃນລະບົບ Androi ຫຼື Iphone ບໍ່ວ່າເຮົາຈະຢູ່ໃສກໍຕາມ”.

ນອກຈາກນັ້ນແລ້ວ, ຍັງມີເຕັກໂນໂລຢີປັນຍາປະດິດແຖວໜ້າໃນໂລກ ໄດ້ປະມວນເຂົ້າໃນເຮືອນຢູ່ອັດສະລິຍະຄື: ລຳໂພງ Amazon Echo Dot, ລຳໂພງ Google Home, Apple HomePod…. ຊ່ວຍໃຫ້ເດັກນ້ອຍ, ຜູ້ອາຍຸສູງ ຫຼື ຄົນພິການ ສາມາດບັນຊາເຄື່ອງໃຊ້ໃນເຮືອນດ້ວຍພາສາ ອັງກິດ ແລະ ພາສາ ຫວຽດ ໄດ້ຢ່າງງ່າຍດາຍ ໂດຍບໍ່ຕ້ອງເຄື່ອນຍ້າຍ ຫຼື ສຳຜັດກັບເຄື່ອງອຸປະກອນໄຟຟ້າ.

ລາຄາຂອງລະບົບເຮືອນຢູ່ ອັດສະລິຍະ smarthome Lumi ແມ່ນມີຫຼາຍລະດັບ ແລະ ເໝາະສົມກັບຫຼາຍເປົ້າໝາຍຄອບຄົວ ເຊິ່ງແຕ່ 25 ລ້ານ ຫາ 65 ລ້ານດົ່ງສຳລັບຄອນໂດ ຫຼື ແຕ່ 100 ຫາ 600 ລ້ານດົ່ງສຳລັບ townhouse ຫຼື ວິລາ ຫຼູ. ມາຮອດປັດຈຸບັນ, Lumi ມີຜູ້ຈຳໜ່າຍ 150 ແຫ່ງ ຢູ່ ຫວຽດນາມ ແລະ ໄດ້ສະໜອງມາດຕະການເຮືອນຢູ່ອັດສະລິຍະໃຫ້ແກ່ລູກຄ້າກວ່າ 50.000 ຄົນ ແລ້ວ.

ນອກຈາກຕະຫຼາດ ຫວຽດນາມ ແລ້ວ, Lumi ຍັງເປີດກວ້າງຕະຫຼາດອອກສູ່ສາກົນ ດ້ວຍໃບສັ່ງຊື້ທຳອິດຈາກ ອິນເດຍ ແລະ ປັດຈຸບັນ, ເຮືອນຢູ່ອັດສະລິຍະ Lumi “Make in Vietnam” ໄດ້ສົ່ງອອກໄປຍັງ ສິງກະໂປ, ກຳປູເຈຍ, ອົດສະຕາລີ, ບຣາຊິນ, ອິດສະຣາແອັນ… ທ່ານ ຫງວຽນດຶກຕາຍ ຜູ້ອຳນວຍການໃຫຍ່ຂອງບໍລິສັດ ຫຸ້ນສ່ວນ Lumi ຫວຽດນາມ ໃຫ້ຮູ້ວ່າ ຍຸດທະສາດໃນຊຸມປີຈະມາເຖິງ ທາງບໍລິສັດ ຈະແຊກຊຶມເຂົ້າຕະຫຼາດ ໄທ, ອິນໂດເນເຊຍ ແລະ ມາເລເຊຍ.

ປັດຈຸບັນ, Lumi ພວມລົງທຶນກໍ່ສ້າງໂຮງງານຫຼັງໃໝ່ ເຊິ່ງຄາດວ່າຈະສຳເລັດ ແລະ ນຳເຂົ້າເຄື່ອນໄຫວໃນປີ 2023, ພ້ອມທັງຮ່ວມມືກັບມະຫາວິທະຍາໄລ FuNix ນຳຕຳລາບຳລຸງສ້າງເຮືອນຢູ່ອັດສະລິຍະໃຫ້ກາຍເປັນວິຊາໜຶ່ງທີ່ໄດ້ສິດສອນຢູ່ທີ່ນີ້, ຮ່ວມມືກັບມະຫາວິທະຍາໄລເຕັກນິກອຸດສາຫະກຳ ຖ໊າຍງວຽນ ເປີດສະຫຼອງຫ້ອງຄົ້ນຄວ້າ ແລະ ພັດທະນາ Smarthome – IoT, ປະກອບສ່ວນບຳລຸງສ້າງຖັນແຖວພະນັກງານວິສະວະກອນ Smarthome ລຸ້ນອະນາຄົດໃຫ້ແກ່ປະເທດຊາດ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.