ຫວຽດ​ນາມ​ຮັກ​ສາ​ທີ່​ຕັ້ງ​ໃຈ​ກາງ​ຂອງ​ລະ​ບົບ​ໜູນ​ຊ່ວຍ​ການ​ກ່າວ​ເຕືອນ​ພາ​ຍຸ​ນ້ຳ​ຖ້ວມ​ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

18:44 | 11/08/2022

ຍ​ສ​ໝ - ອາ​ທິດ​ຜ່ານ​ມາ, ຢູ່​ເຊີ​ແນວ​ປະ​ເທດ​ສະ​ວິດ ໄດ້​ດຳ​ເນີນ​ພິ​ທີ​ລົງ​ນາມ​ບົດ​ບັດ​ທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ລະ​ຫວ່າງ​ອົງ​ການ​ອຸ​ຕຸ​ນິ​ຍົມ​ໂລກ ແລະ ກົມ​ໃຫຍ່​ອຸ​ຕຸ​ນິ​ຍົມ​ອຸ​ທົກ​ກະ​ສາດ ຫວຽດ​ນາມ, ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ໃຫ້​ແກ່​ໃຈ​ກາງ​ພາກ​ພື້ນ ຂອງ​ລະ​ບົບ​ໜູນ​ຊ່ວຍ​ການ​ກ່າວ​ເຕືອນ​ນ້ຳ​ຖ້ວມ​ພາ​ຍຸ ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (SeAFFGS).

ຮັດ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ ລະ​ຫວ່າງ​ ອະ​ນຸ​ຊົນ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ຮັດ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ ລະ​ຫວ່າງ​ ອະ​ນຸ​ຊົນ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ
ໄຂ​ງານ​ຕະຫຼາດ​ນັດ​ການ​ຄ້າສາ​ກົນອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ເປີດກວ້າງ​ຢູ່ ກ໋​ວາງ​ຈິ ໄຂ​ງານ​ຕະຫຼາດ​ນັດ​ການ​ຄ້າສາ​ກົນອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ເປີດກວ້າງ​ຢູ່ ກ໋​ວາງ​ຈິ
ຫວຽດ​ນາມ​ຮັກ​ສາ​ທີ່​ຕັ້ງ​ໃຈ​ກາງ​ຂອງ​ລະ​ບົບ​ໜູນ​ຊ່ວຍ​ການ​ກ່າວ​ເຕືອນ​ພາ​ຍຸ​ນ້ຳ​ຖ້ວມ​ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້
​ທ່ານ​ສາດສະດາຈານ ເຈິ່​ນ​ຮົ່ງ​ທ໊າຍ, ຫົວໜ້າ​ກົມ​ອຸຕຸນິຍົມ ​ແລະ​ ອຸທົກກະສາດ (ພາບ: VOV)

ກົມໃຫຍ່​ອຸ​ຕຸ​ນິ​ຍົ​ມ​ອຸ​ທົກ​ກະ​ສາດ ຫວຽດ​ນາມ ຫາ​ກໍ່​ລົງ​ນາມ​ບົດ​ບັດ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ກາ​ນ່​ຮວມ​ມື​ກັບ​ອົງ​ການ​ອຸ​ຕຸ​ນິ​ຍົມ​ໂລກ (WMO) ໃນ​ການ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ກ່າວ​ເຕືອນ​ພາ​ຍຸ​ນ້ຳ​ຖ້ວມ, ດິນ​ເຊາະ​ເຈື່ອນ​ເພື່ອ​ແນ​ໃສ່ຫຼຸດ​ຜ່ອນ​ຜົນ​ເສຍ​ຫາຍທີ່ເກີດ​ຍ້ອນ​ຝົນ​ຕົກ​ນ້ຳ​ຖ້ວມ​. ຜ່ານ​ນັ້ນ ຫວຽດ​ນາມ ຈະ​ແມ່​ນ​ໃຈ​ກາງ​ພາກ​ພື້ນ ຂອງ​ລະ​ບົບ​ໜູນ​ຊ່ວຍ​ການ​ກ່າວ​ເຕືອນ​ພາ​ຍຸ​ນ້ຳ​ຖ້ວມ​ຢູ່​ເຂດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

​ອາ​ທິດ​ຜ່ານ​ມາ, ຢູ່​ເຊີ​ແນວ​ປະ​ເທດ​ສະ​ວິດ ໄດ້​ດຳ​ເນີນ​ພິ​ທີ​ລົງ​ນາມ​ບົດ​ບັດ​ທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ລະ​ຫວ່າງ​ອົງ​ການ​ອຸ​ຕຸ​ນິ​ຍົມ​ໂລກ ແລະ ກົມ​ໃຫຍ່​ອຸ​ຕຸ​ນິ​ຍົມ​ອຸ​ທົກ​ກະ​ສາດ ຫວຽດ​ນາມ, ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ໃຫ້​ແກ່​ໃຈ​ກາງ​ພາກ​ພື້ນ ຂອງ​ລະ​ບົບ​ໜູນ​ຊ່ວຍ​ການ​ກ່າວ​ເຕືອນ​ນ້ຳ​ຖ້ວມ​ພາ​ຍຸ ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (SeAFFGS).

ກ່ອນ​ໜ້າ​ນັ້ນ, ກອງ​ປະຊຸມ​ໃຫຍ່​ອົງການ​ອຸຕຸນິຍົມ​ໂລກ ​ຄັ້ງ​ທີ 15 ​ໄດ້​ຜ່ານ​ມະຕິ​ເລກທີ 21 ກ່ຽວ​ກັບ​ການ​ສ້າງ​ຄວາມ​ສາມາດ​ຂອງ​ສູນ​ອຸຕຸນິຍົມ​ອຸທົກກະສາດ​ແຫ່ງ​ຊາດ, ​ໃນ​ນັ້ນ​ມີ​ການ​ປະຕິບັດ​ລະບົບ​ຊ່ວຍ​ເຫຼືອ​ເຕືອນ​ໄພ​ນ້ຳ​ຖ້ວມ​ດ້ວຍ​ໂຄງການ​ປົກ​ຄຸມ​ທົ່ວ​ໂລກ.

​ເດືອນ​ພະຈິກ 2017, ກອງ​ປະຊຸມ​ວາງ​ແຜນ​ເບື້ອງ​ຕົ້ນ​ຂອງ​ລະບົບ​ເຕືອນ​ໄພ​ນ້ຳ​ຖ້ວມ​ເຂດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (SeAFFGS) ​ໄດ້​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ, ​ໂດຍ​ມີ​ຜູ້ຕາງໜ້າ​ອົງການ​ອຸຕຸນິຍົມ​ອຸທົກກະສາດ​ຂອງ​ບັນດາ​ປະ​ເທດ​ຄື: ກຳປູ​ເຈຍ, ລາວ, ​ໄທ ​ແລະ ຫວຽດນາມ.

ບັນດາຜູ້ເຂົ້າຮ່ວມລ້ວນແຕ່ສະໜັບສະໜູນຂໍ້ສະເໜີໃຫ້ ຫວຽດນາມ ກາຍເປັນສູນກາງພາກພື້ນຂອງໂຄງການ SeaFFGS, ມີບົດບາດສຳຄັນໃນການເຄື່ອນໄຫວລວມຂອງໂຄງການ ເພາະວ່າໂຄງການດັ່ງກ່າວອະນຸຍາດໃຫ້ສູນອຸຕຸນິຍົມອຸທົກກະສາດແຫ່ງຊາດ ເຂົ້າຮ່ວມໃນການສະໜອງການພະຍາກອນ ແລະ ເຕືອນໄພອັນຕະລາຍຈາກອຸທົກກະສາດຢ່າງທັນການ ແລະ ຊັດເຈນກ່ຽວກັບໄພພິບັດອຸຕຸນິຍົມ​ອຸທົກກະສາດ, ໂດຍສະເພາະນໍ້າຖ້ວມ.

​ຕໍ່​ກັບ​ບັນຫາ​ຮີບ​ດ່ວນ​ນີ້, ທ່ານ​ເລຂາທິການ​ໃຫຍ່​ອົງການ​ອຸຕຸນິຍົມ​ໂລກ, ທ່ານ Peteri Taalas ​ໄດ້​ເຊື້ອ​ເຊີນ​ທ່ານ​ສາດສະດາຈານ ເຈິ່​ນ​ຮົ່ງ​ທ໊າຍ, ຫົວໜ້າ​ກົມ​ອຸຕຸນິຍົມ ​ແລະ​ ອຸທົກກະສາດ ​ເປັນ​ຜູ້ຕາງໜ້າ​ຖາວອນ​ຂອງ​ຫວຽດນາມ ປະຈຳ​ອົງການ​​ອຸຕຸນິຍົມ​ໂລກ, ຮອງ​ປະທານ​ສະມາຄົມ​ອຸຕຸນິຍົມ​ວິທະຍາ​ອາຊີ - ປາຊີ​ຟິກ ພ້ອມ​ກັບ​ຜູ້​ຊ່ຽວຊານ​ຂອງ​ອົງການ​ອຸຕຸນິຍົມ ​ແລະ ອຸທົກກະສາດ​ຫວຽດນາມ ​ໄປ​ສຳນັກງານ​ໃຫຍ່​ອົງການ​ອຸຕຸນິຍົມ​ໂລກ​ ຢູ່​ນະຄອນ Geneva ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ມອບ​ໝາຍ​ໃຫ້ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຫວຽດນາມ ເປັນສູນພາກພື້ນ SeAFFGS.

ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ ໄດ້ສ້າງ​ຂອບ​ເຂດ​ທີ່​ບັນດາ​ຝ່າຍ​ຈະ​ປະຕິບັດວຽກງານ ​ແລະ ຮ່ວມ​ມື​ໃນ​ໂຄງການ SeaFFGS ທີ່​ກ່ຽວຂ້ອງ​ເຖິງ​ການ​ສະໜອງ​ຜະລິດ​ຕະພັນ​ພະຍາກອນ​ພາກ​ພື້ນ ​ໂດຍ​ກົມ​ອຸຕຸນິຍົມ ​ແລະ ອຸທົກກະສາດ ຫວຽດນາມ ​ສຳລັບ​ສູນ​ກາງ​ພາກ​ພື້ນ SeaFFGS.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.