ຄ້າຍລະດູແລ້ງຫວຽດນາມ 2022: ສະໜິດຕິດພັນໄວໜຸ່ມຊາວ​ຫວຽດນາມ ອາໄສ​ຢູ່​ຕ່າງປະ​ເທດ​ກັບ​ບ້ານ​ເກີດ​ເມືອງ​ນອນ

16:30 | 04/08/2022

ຍສໝ - ​ໃນ​ໄລຍະເວລາກວ່າ 2 ອາທິດ, ຄ້າຍລະດູແລ້ງຫວຽດນາມ 2022 ໄດ້ດຳ​ເນີນ​ຢູ່ 9 ​ແຂວງ, ນະຄອນ​ຈາກ​ພາກ​ເໜືອ​ເຖິງ​ພາກ​ໃຕ້ ​ຄື: ຮ່າ​ໂນ້ຍ, ​ເງ້ອານ, ຮ່າ​ຕິ້ງ, ກວາງ​ບິ່ງ, ​ເທືອ​ທຽນ-​ເຫ້ວ, ກວາງ​ນາມ, ​ແຄ໋ງຮວ່າ, ບາ​ເຣ້ຍ - ຫວຸງ​ເຕົ່າ... ດ້ວຍ​ຫຼາຍ​ກິດ​ຈະ​ກໍາທີ່​ອຸ​ດົມ​ສົມ​ບູນ.

ຄ້າຍ​ພັກ​ແລ້ງ ຫວຽດ​ນາມ ປີ 2022 ຢູ່​ກ໋​ວາງ​ນາມ: ເຊື່ອມ​ຕໍ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ​ກັບ​ບ້ານ​ເກີດ​ເມືອງນອນ ຄ້າຍ​ພັກ​ແລ້ງ ຫວຽດ​ນາມ ປີ 2022 ຢູ່​ກ໋​ວາງ​ນາມ: ເຊື່ອມ​ຕໍ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ​ກັບ​ບ້ານ​ເກີດ​ເມືອງນອນ
ງານ​ປະ​ກ​ວດ​ດົນ​ຕີ​ຕຳຫຼວດ ບັນ​ດາ​ປະ​ເທດ ອາ​ຊຽນ+ 2022 ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ໂຄ​ສະ​ນາ​ກ່ຽວ​ກັບ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ ງານ​ປະ​ກ​ວດ​ດົນ​ຕີ​ຕຳຫຼວດ ບັນ​ດາ​ປະ​ເທດ ອາ​ຊຽນ+ 2022 ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ໂຄ​ສະ​ນາ​ກ່ຽວ​ກັບ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ

ຕອນ​ຄ່ຳ​ວັນ​ທີ 1 ສິງຫາ, ພິທີ​ປິດຄ້າຍລະດູແລ້ງຫວຽດນາມ 2022 ​ໂດຍ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ກະຊວງ​ການ​ຕ່າງປະ​ເທດ​ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງບາ​ເຣ້ຍ - ຫວຸງ​ເຕົ່າ ​ໄດ້ດຳເນີນ​ຢູ່​ນະຄອນ ຫວຸງເຕົ່າ.

​ໃນ​ໄລຍະເວລາກວ່າ 2 ອາທິດ, ຄ້າຍລະດູແລ້ງຫວຽດນາມ 2022 ໄດ້ດຳ​ເນີນ​ຢູ່ 9 ​ແຂວງ, ນະຄອນ​ຈາກ​ພາກ​ເໜືອ​ເຖິງ​ພາກ​ໃຕ້ ​ຄື: ຮ່າ​ໂນ້ຍ, ​ເງ້ອານ, ຮ່າ​ຕິ້ງ, ກວາງ​ບິ່ງ, ​ເທືອ​ທຽນ-​ເຫ້ວ, ກວາງ​ນາມ, ​ແຄ໋ງຮວ່າ, ບາ​ເຣ້ຍ - ຫວຸງ​ເຕົ່າ... ດ້ວຍ​ຫຼາຍ​ກິດ​ຈະ​ກໍາທີ່​ອຸ​ດົມ​ສົມ​ບູນ.

ຄ້າຍລະດູແລ້ງຫວຽດນາມ 2022: ສະໜິດຕິດພັນໄວໜຸ່ມຊາວ​ຫວຽດນາມ ອາໄສ​ຢູ່​ຕ່າງປະ​ເທດ​ກັບ​ບ້ານ​ເກີດ​ເມືອງ​ນອນ
ຄ້າຍລະດູແລ້ງຫວຽດນາມ 2022: ສະໜິດຕິດພັນໄວໜຸ່ມຊາວ​ຫວຽດນາມ ອາໄສ​ຢູ່​ຕ່າງປະ​ເທດ​ກັບ​ບ້ານ​ເກີດ​ເມືອງ​ນອນ. ພາບ: vovlive.vn

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ປິດ, ທ່ານ ​ເລ​ງອກແຄ໋ງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງບ່າ​ເຣ້ຍ - ຫວຸງ​ເຕົ່າ ​ໃຫ້​ຮູ້​ວ່າ: ຄ້າຍລະດູແລ້ງຫວຽດນາມ 2022 ແມ່ນ​ລາຍການ​ທີ່​ມີ​ຄວາມ​ໝາຍ​ສຳ​ລັບຕໍ່​ຊາວ​ໜຸ່ມຊາວ​ຫວຽດ​ນາມ ອາໄສຢູ່​ຕ່າງ​ປະ​ເທດ.

ກ່າວ​ຄຳ​ເຫັນ​ປິດຄ້າຍລະດູແລ້ງຫວຽດນາມ 2022, ທ່ານ ຟ້າ​ມກວາງ​ຮ້ຽວ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ປະທານ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໃຫ້​ຮູ້​ວ່າ: ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ໄດ້​ນຳ​ເອົາ​ປະສົບ​ການ​ທີ່​ເປັນ​ປະ​ໂຫຍ​ດ ​ແລະ ​ເປັນ​ໜ້າ​ສົນ​ໃຈ​ມາ​ໃຫ້​ບັນດາ​ຜູ້​ແທນຄ້າຍລະດູແລ້ງຫວຽດນາມ 2022 ປາດ​ຖະໜາ​ຢາກ​ໜູນ​ຊ່ວຍ​ພວກນ້ອງ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ປະກອບສ່ວນເພີ່ມພູນຄູນສ້າງ​ຄວາມ​ຮັກ​ແພງ​ບ້ານ​ເກີດ​ເມືອງ​ນອນ, ປະເທດຊາດ...

​ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຈະສືບ​ຕໍ່​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ໃຫ້​ລຸ້ນໜຸ່ມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຮູບ​ການທີ່​ອຸດົມສົມບູນ ​ແລະ ​ເລິກ​ເຊິ່ງກ່ວາ​ອີກ ​ເພື່ອ​ແນ​ໃສ່​ຮັດແໜ້ນຄວາມສະໜິດຕິດພັນລະຫວ່າງໄວໜຸ່ມຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດກັບບ້ານ​ເກີດ​ເມືອງ​ນອນ ​ແລະ ​ປະ​ເທດ​ຊາດ​.

ບູນມີ

ເຫດການ
302 Found

Found

The document has moved here.