ມອບຂໍ້ຕົກລົງເລື່ອນຊັ້ນພົນເອກໃຫ້ສະຫາຍ ໂຕເລິມ ແລະສະຫາຍ ເລືອງເກື່ອງ

00:54 | 13/05/2019

ຕາງໜ້າການນໍາພັກ, ລັດ, ທ່ານ ຫງວຽນຝູຈ້ອງ ອວຍພອນໃຫ້ສະຫາຍ ໂຕເລິມ ແລະສະຫາຍ ເລືອງເກື່ອງ ທີ່ໄດ້ຮັບການເລື່ອນຊັ້ນໃນເທື່ອນີ້...

ຕອນເຊົ້າວັນທີ 29 ມັງກອນ, ຫ້ອງວ່າການປະທານປະເທດໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຈັດຕັ້ງພິທີມອບຂໍ້ຕົກລົງຂອງປະທານປະເທດວ່າດ້ວຍການເລື່ອນຊັ້ນຈາກພົນໂທຂຶ້ນເປັນພົນເອກໃຫ້ສະຫາຍ ໂຕເລິມ, ກໍາມະການກົມການເມືອງ, ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ແລະສະຫາຍ ເລືອງເກື່ອງ, ເລຂາທິການສູນກາງພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ. ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ເປັນປະທານພິທີ.

ມອບຂໍ້ຕົກລົງເລື່ອນຊັ້ນພົນເອກໃຫ້ສະຫາຍ ໂຕເລິມ ແລະສະຫາຍ ເລືອງເກື່ອງ

ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ອວຍພອນສະຫາຍ ໂຕເລິມ ແລະສະຫາຍ ເລືອງເກື່ອງ. ພາບ: qdnd.vn.

ມອບຂໍ້ຕົກລົງເລື່ອນຊັ້ນພົນເອກໃຫ້ສະຫາຍ ໂຕເລິມ ແລະສະຫາຍ ເລືອງເກື່ອງ

ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ກ່າວຄໍາເຫັນທີ່ພິທີມອບຂໍ້ຕົກລົງປະດັບຊັ້ນພົນເອກໃຫ້ສະຫາຍ ໂຕເລິມ ແລະສະຫາຍ ເລືອງເກື່ອງ. ພາບ: qdnd.vn.

ຕາງໜ້າການນໍາພັກ, ລັດ, ທ່ານ ຫງວຽນຝູຈ້ອງ ອວຍພອນໃຫ້ສະຫາຍ ໂຕເລິມ ແລະສະຫາຍ ເລືອງເກື່ອງ ທີ່ໄດ້ຮັບການເລື່ອນຊັ້ນ. ທ່ານ ຫງວຽນຝູຈ້ອງ ຢືນຢັນວ່າ: ເລື່ອງພັກ, ລັດ ປະດັບຊັ້ນພົນເອກໃຫ້ສະຫາຍ ໂຕເລິມ ແລະສະຫາຍ ເລືອງເກື່ອງ ເປັນການສະແດງໃຫ້ເຫັນຄວາມເຊື່ອໝັ້ນ, ຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງພັກ, ລັດ ແລະປະຊາຊົນສໍາລັບກໍາລັງປະກອບອາວຸດ; ພ້ອມທັງແມ່ນການຮັບຮູ້, ຕີລາຄາສູງການປະກອບສ່ວນສໍາຄັນຂອງແຕ່ລະສະຫາຍຕໍ່ພາລະກິດສ້າງສາ ແລະພັດທະນາກອງທັບ, ຕໍາຫຼວດ ກໍ່ຄືໃນກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດ.

ມອບຂໍ້ຕົກລົງເລື່ອນຊັ້ນພົນເອກໃຫ້ສະຫາຍ ໂຕເລິມ ແລະສະຫາຍ ເລືອງເກື່ອງ

ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ອວຍພອນສະຫາຍ ໂຕເລິມ ແລະສະຫາຍ ເລືອງເກື່ອງ. ພາບ: qdnd.vn.

ມອບຂໍ້ຕົກລົງເລື່ອນຊັ້ນພົນເອກໃຫ້ສະຫາຍ ໂຕເລິມ ແລະສະຫາຍ ເລືອງເກື່ອງ

ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ມອບດອກໄມ້ໃຫ້ສະຫາຍ ໂຕເລິມ ແລະສະຫາຍ ເລືອງເກື່ອງ. ພາບ: qdnd.vn.

ມອບຂໍ້ຕົກລົງເລື່ອນຊັ້ນພົນເອກໃຫ້ສະຫາຍ ໂຕເລິມ ແລະສະຫາຍ ເລືອງເກື່ອງ

ທ່ານພົນໂທ ຟານວັນຢາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ມອບດອກໄມ້ໃຫ້ສະຫາຍ ໂຕເລິມ ແລະສະຫາຍ ເລືອງເກື່ອງ. ພາບ: qdnd.vn.

ທ່ານ ຫງວຽນຝູຈ້ອງ ປາດຖະໜາ ແລະເຊື່ອໝັ້ນວ່າ, ບັນດາສະຫາຍທີ່ໄດ້ປະດັບຊັ້ນພົນເອກໃນມື້ນີ້ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງກອງທັບປະຊາຊົນວິລະຊົນ, ຕໍາຫຼວດປະຊາຊົນວິລະຊົນ, ຮັກສາທາດແທ້ຄຸນສົມບັດປະຕິວັດ, ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ປະຊາຊົນ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມສຸດຈິດສຸດໃຈເພື່ອໃຫ້ສົມກັບເປັນຜູ້ບັນຊາການທີ່ມີຄວາມເກັ່ງກ້າສາມາດ, ເປັນແບບຢ່າງ, ສູ້ຊົນປະຕິບັດສຳເລັດໜ້າທີ່ ເຊິ່ງພັກ, ລັດ ແລະປະຊາຊົນໄດ້ມີຄວາມໄວ້ເນື້ອເຊື່ອໃຈມອບໝາຍໃຫ້.

(ແຫຼ່ງ​ຂໍ້​ມູນ​: ເຈິ່ນຮວ່ຽນ/ກປ.ອອນໄລ)

ເຫດການ
302 Found

Found

The document has moved here.