ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ຄັ້ງທີ 7

12:12 | 08/07/2022

ຍສໝ-ວັນ​ທີ 4 ກໍລະກົດ​, ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດການຮ່ວມມື​ ​ແມ່​ນ້ຳຂອງ -​ ແມ່​ນ້ຳລ້ານ​ຊ້າງ(MLC) ​ຄັ້ງ​ທີ 7 ​ໄດ້​ໄຂ​ຂຶ້ນ​ຢູ່​ Bagan, ມຽນມາ, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງບັນດາປະເທດ ​ກຳປູ​ເຈຍ, ລາວ, ມຽນມາ, ​ໄທ, ຈີນ ​ແລະ ຫວຽດນາມ.

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໄທ ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໄທ
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ນແທັງເຊີນ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ຊູແອັດ ແລະ ເອກອັກຄະລັດຖະທູດ ການາດາ ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ນແທັງເຊີນ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ຊູແອັດ ແລະ ເອກອັກຄະລັດຖະທູດ ການາດາ
ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ຄັ້ງທີ 7
ກອງປະຊຸມລັດຖະມົນຕີການຕ່າງປະເທດແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ຄັ້ງທີ 7(ພາບ: TTXVN)

ກອງ​ປະຊຸມ​ໄດ້​ເນັ້ນ​ໜັກ​ເຖິງ​ບັນດາຫຼັກການການ​ຮ່ວມ​ມືທີ່​ເຫັນດີເຫັນພ້ອມ, ສະ​ເໝີ​ພາບ, ປຶກສາ​ຫາລື​ເຊິ່ງກັນ ​ແລະ ກັນ, ​ແບ່ງປັນ​ຜົນ​ປະ​ໂຫຍ​ດ, ເຄົາລົບ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ ກົດໝາຍ​ສາກົນ, ກໍຄື​ຄວາມແທດເໝາະກັບຂໍ້ກໍານົດ ​ແລະ ກົດໝາຍ​ຂອງ​ແຕ່ລະ​ປະ​ເທດ; ພ້ອມ​ກັນ​ນັ້ນ, ກໍ​ເຫັນ​ດີເປັນເອກະພາບ​ຊຸກຍູ້​ການ​ຮ່ວມ​ມື MLC…

ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາຖະແຫຼງການສື່ມວນຊົນລວມ ​ແລະ 4 ຖະ​ແຫຼງລວມ ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ກະສິກຳ, ການ​ປ້ອງ​ກັນ ແລະ ຕ້ານ​ໄພທໍາມະຊາດ, ພາສີ ​ແລະ ອໍານວຍຄວາມສະດວກດ້ານການ​ຄ້າ, ແລະ ພົບປະ​ແລກປ່ຽນ​ລະຫວ່າງບັນດາພື້ນຖານອະລິຍະທຳ MLC. ຕາມ​ນັ້ນ​ແລ້ວ, ການ​ຮ່ວມ​ມື MLC ​ໃນ​ໄລຍະ​ຈະ​ມາ​ເຖິງ ​ຈະ​ສຸມ​ໃສ່​ບັນດາ​ເນື້ອ​ໃນ​ຄື ການ​ຟື້ນ​ຟູ ​ແລະ ພັດທະນາ​ເສດຖະກິດ; ການຄຸ້ມຄອງໄພທໍາມະຊາດ, ການປົກປັກຮັກສາສິ່ງແວດລ້ອມ, ການປັບຕົວກັບການປ່ຽນແປງດິນຟ້າອາກາດ, ການນຳໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ; ການປັບປຸງຄວາມໝັ້ນຄົງ ແລະ ການແພດ; ການພົບປະແລກປ່ຽນກັບປະຊາຊົນ.

ໂດຍການກ່າວ​ຄຳ​ປາໄສ​ທີ່​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ບຸຍແທັງເຊີນ ຢືນຢັນ​ຄວາມຖື​ເປັນ​ສຳຄັນ ​ແລະ ການປະກອບຢ່າງມີປະສິດທິຜົນຂອງຫວຽດນາມ ​ໃນ​ການ​ຮ່ວມ​ມືກັບ MLC, ​ພ້ອມກັນນັ້ນ ກໍໄດ້​ສະ​ເໜີ 4 ກຸ່ມ​ວິທີການ​ຕົ້ນຕໍ​ຄື ນໍາການຮ່ວມມື ເພື່ອ​ຟື້ນ​ຟູ​ເສດຖະກິດ ​ແລະ ​ຍົກສູງຄວາມຕ້ານຂອງ​ພື້ນຖານ​ເສດຖະກິດ​ເປັນ​ຈຸດສຸມ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ພາສີ ​ແລະ ອໍານວຍຄວາມສະດວກດ້ານການ​ຄ້າ ເພື່ອ​ແກ້​ໄຂ​ສິນຄ້າທີ່ຜ່ານແດນຊັກຊ້າ, ຮັບປະກັນ​ການຈະລາຈອນ ​ ​ສິນຄ້າ ​ແລະ ​ບໍລິການ; ໜູນຊ່ວຍບັນດາປະເທດສະມາຊິກປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຫັນໄປສູ່ຮູບແບບເສດຖະກິດສີຂຽວ, ລວມມີ ການຍົກສູງຄວາມສາມາດການຜະລິດ ແລະ ການເກັບຮັກສາພະລັງງານສະອາດ, ການໜູນໃຊ້ເຕັກໂນໂລຊີທັນສະໄໝເຂົ້າໃນການພັດທະນາກະສິກຳທັນສະໄໝ, ການປັບຕົວກັບສະພາບອາກາດ; ການຊຸກຍູ້ການຮ່ວມມືໃນການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນນ້ຳແບບຍືນຍົງ, ໂດຍສະເພາະແມ່ນການເລັ່ງລັດການວາງແຜນກະທໍາການຮ່ວມມືດ້ານຊັບພະຍາກອນນ້ຳ MLC ໄລຍະ 2023-2027; ການ​ເພີ່ມ​ທະວີ​ເຊື່ອມຕໍ່​ປະຊາຊົນ​ໂດຍ​ຜ່ານ​ການ​ຟື້ນ​ຟູ ​ແລະ ​ຂະຫຍາຍການ​ເຄື່ອນ​ໄຫວດ້ານ​ທ່ອງ​ທ່ຽວ, ການ​ຮ່ວມ​ມື​ລະຫວ່າງບັນດາອຳນາດການປົກຄອງ​ທ້ອງ​ຖິ່ນ ​ແລະ ບັນດາ​ລາຍການ​​ວັດທະນະທຳ, ກິລາ, ສື່​ມວນ​ຊົນ, ​ການມອບສິດໃຫ້ແມ່ຍິງ ​ແລະ ຊາວ​ໜຸ່ມ.

ຫອມມາລາ

ເຫດການ
302 Found

Found

The document has moved here.