Agritechnica Asia Live 2022 ຈະ​ຈັດ​ຂຶ້ນ​ຢູ່​ ເກິນເທີ ແຕ່​ວັນ​ທີ 24 ຫາ 26 ສິງຫາ

13:54 | 04/07/2022

ຍສໝ - Agritechnica Asia Live 2022 ຈະ​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ຕົ້ນຕໍ​ລວມມີ: ສະແດງຮູບແບບປະຕິບັດ​ການ​ຜະລິດ, ​ເຕັກ​ໂນ​ໂລ​ຢີ ​ແລະກົນ​ຈັກ​ກະສິກຳ​ໃນ​ທົ່ງນາ; ​ວາງສະ​ແດງ ​ແລະງານວາງ​ສະ​ແດງ​ເຕັກ​ໂນ​ໂລຢີ, ​ເຄື່ອງ​ຈັກ ​ແລະມາດຕະການປະດິດຄິດສ້າງ, ​ຍືນ​ຍົງ​ໃນ​ບັນດາ​ຂົງ​ເຂດ ​ຄື: ປູກຝັງ, ລ້ຽງສັດ, ປູກລ້ຽງ​ສິນ​ໃນ​ນ້ຳ...

ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ ​ຊົມ​ເຊີຍ​ບັນ​ດາອົງການສື່ມວນຊົນ ເນື່ອງໃນໂອກາດວັນ​ສື່ມວນຊົນປະ​ຕິ​ວັດ​ຫວຽດ​ນາມ ວັນ​ທີ 21 ມິຖຸນາ ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ ​ຊົມ​ເຊີຍ​ບັນ​ດາອົງການສື່ມວນຊົນ ເນື່ອງໃນໂອກາດວັນ​ສື່ມວນຊົນປະ​ຕິ​ວັດ​ຫວຽດ​ນາມ ວັນ​ທີ 21 ມິຖຸນາ
ວັນ​ມະ​ຫາ​ສະ​ໝຸດ ໂລກ ແລະ ສັບ​ປະ​ດາ​ທະ​ເລ​ໝູ່​ເກາະ ຫວຽດ​ນາມ ປີ 2022: “ຟື້ນ​ຟູ: ພ້ອມ​ກັນ​ກະ​ທຳ ເພື່ອ​ມະ​ຫາ​ສະ​ໝຸດ” ວັນ​ມະ​ຫາ​ສະ​ໝຸດ ໂລກ ແລະ ສັບ​ປະ​ດາ​ທະ​ເລ​ໝູ່​ເກາະ ຫວຽດ​ນາມ ປີ 2022: “ຟື້ນ​ຟູ: ພ້ອມ​ກັນ​ກະ​ທຳ ເພື່ອ​ມະ​ຫາ​ສະ​ໝຸດ”

ຕອນ​ບ່າຍ​ວັນ​ທີ 30 ມິຖຸນາ​, ຢູ່​ນະຄອນ ​ເກີນ​ເທີ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ສົມທົບ​ກັບ​ສະມາຄົມ​ກະສິກຳ ​ເຢຍລະ​ມັນ (DLG), ​ສະ​ຖາ​ບັນ​ຄົ້ນຄວ້າກ່ຽວກັບ​ເຂົ້າ ​ສາກົນ (IRRI) ​ໄດ້​ຈັດ​ຕັ້ງ​ພິທີ​ປະກາດ​ເຫດການ Agritechnica Asia Live 2022 ດ້ວຍຫົວ​ຂໍ້ "ຫັນເປັນການນຳໃຊ້ກົນຈັກຢ່າງຄົບຊຸດມຸ່ງໄປເຖິງ​ກະ​ສິ​ກຳ​ແບບ​ຍືນ​ຍົງ".

Agritechnica Asia Live 2022 ຈະ​ຈັດ​ຂຶ້ນ​ຢູ່​ ເກິນເທີ ແຕ່​ວັນ​ທີ 24 ຫາ 26 ສິງຫາ
Agritechnica Asia Live 2022 ຈະ​ຈັດ​ຂຶ້ນ​ຢູ່​ ເກິນເທີ ແຕ່​ວັນ​ທີ 24 ຫາ 26 ສິງຫາ.

ນີ້​ແມ່ນ​ເຫດການ​ສາກົນຈຸດສຸມທີ່ມີຂີດໝາຍຂອງ​ຂະ​ແໜງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ໃນ​ປີ 2022 ​ເພື່ອ​ຊຸກຍູ້​ການ​ຜະລິດ​ກະສິກຳ​ແບບ​ຍືນ​ຍົງ​ຜ່ານ​ການ​ນຳ​ໃຊ້​ບັນດາ​ວິ​ທີ​ແກ້​ໄຂ​ເຕັກ​ໂນ​ໂລ​ຢີທີ່​ກ້າວໜ້າ ​ແລະ ທັນ​ສະ​ໄໝ. ເຫດການ​ຈະ​ດຳ​ເນີນ​ຢູ່​ນະຄອນ ​ເກີນ​ເທີ ​ແຕ່​ວັນ​ທີ 24 – 26 ສິງຫາ. ຄາດ​ວ່າ​ຈະ​ມີ​ຜູ້​ແທນ, ແຂກຢ້ຽມຊົມ​ພາຍ​ໃນ ​ແລະຕ່າງປະ​ເທດ​ປະມານ 4.000 ຄົນ​​ເຂົ້າຮ່ວມເຫດການ.

Agritechnica Asia Live 2022 ຈະ​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ຕົ້ນຕໍ​ລວມມີ: ສະແດງຮູບແບບປະຕິບັດ​ການ​ຜະລິດ, ​ເຕັກ​ໂນ​ໂລ​ຢີ ​ແລະກົນ​ຈັກ​ກະສິກຳ​ໃນ​ທົ່ງນາ; ​ວາງສະ​ແດງ ​ແລະງານວາງ​ສະ​ແດງ​ເຕັກ​ໂນ​ໂລຢີ, ​ເຄື່ອງ​ຈັກ ​ແລະມາດຕະການປະດິດຄິດສ້າງ, ​ຍືນ​ຍົງ​ໃນ​ບັນດາ​ຂົງ​ເຂດ ​ຄື: ປູກຝັງ, ລ້ຽງສັດ, ປູກລ້ຽງ​ສິນ​ໃນ​ນ້ຳ...

ຕາມ​ທ່ານ ເລ​ກວກ​ແທ່ງ, ຫົວໜ້າ​ສູນ​ສົ່ງ​ເສີມ​ກະ​ສິກຳ​ແຫ່ງ​ຊາດ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ ແລ້ວ, Agritechnica Asia Live 2022 ຈະ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ກະສິກອນ ​ແລະສະຫະກອນ​ເຂົ້າ​ເຖິງ​ບັນດາ​ເຕັກ​ໂນ​ໂລຢີ​, ເຄື່ອງຈັກ ​ແລະຮູບ​ແບບ​ກະສິກຳທັນ​ສະ​ໄໝຢ່າງວ່ອງໄວ ແລະມີປະສິດ ທິຜົນ; ສ້າງ​ບ່ອນ​ຫຼິ້ນ​ໃຫ້ວິສາຫະ​ກິດ​ພາຍ​ໃນ ​ແລະຕ່າງປະ​ເທດ ​ໄດ້​ມີ​ໂອກາດ​ໂຄສະນາ​ຜະລິດ​ຕະພັນ ​ແລະອຸປະກອນ, ຊຸກຍູ້​ການ​ແລກປ່ຽນ ​ແລະການ​ຮ່ວມ​ມື​ດ້ານ​ກະສິກຳ; ...

ບູນມີ

ເຫດການ
302 Found

Found

The document has moved here.