ວັນ​ມະ​ຫາ​ສະ​ໝຸດ ໂລກ ແລະ ສັບ​ປະ​ດາ​ທະ​ເລ​ໝູ່​ເກາະ ຫວຽດ​ນາມ ປີ 2022: “ຟື້ນ​ຟູ: ພ້ອມ​ກັນ​ກະ​ທຳ ເພື່ອ​ມະ​ຫາ​ສະ​ໝຸດ”

06:38 | 14/06/2022

ຕອນຄ່ຳວັນທີ 11 ມິຖຸນາ, ຢູ່ຝູອຽນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຫວຽນດາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ຝຸອຽນ ຈັດພິທີສະເຫຼີມສະຫຼອງ ວັນມະຫາສະໝຸດໂລກ ແລະ ສັບປະດາທະເລໝູ່ເກາະ ຫວຽດນາມ ປີ 2022 ດ້ວຍຫົວຂໍ້ “ຟື້ນຟູ: ພ້ອມກັນມີການກະທຳເພື່ອມະຫາສະໝຸດ”.

ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ
ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ຄັ້ງ​ທີ 4 ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວ​ຽດ​ນາມ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ ອິດ​ສະ​ລາ​ແອັນ ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ຄັ້ງ​ທີ 4 ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວ​ຽດ​ນາມ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ ອິດ​ສະ​ລາ​ແອັນ
ວັນ​ມະ​ຫາ​ສະ​ໝຸດ ໂລກ ແລະ ສັບ​ປະ​ດາ​ທະ​ເລ​ໝູ່​ເກາະ ຫວຽດ​ນາມ ປີ 2022: “ຟື້ນ​ຟູ: ພ້ອມ​ກັນ​ກະ​ທຳ ເພື່ອ​ມະ​ຫາ​ສະ​ໝຸດ”
ວັນ​ມະ​ຫາ​ສະ​ໝຸດ ໂລກ ແລະ ສັບ​ປະ​ດາ​ທະ​ເລ​ໝູ່​ເກາະ ຫວຽດ​ນາມ ປີ 2022: “ຟື້ນ​ຟູ: ພ້ອມ​ກັນ​ກະ​ທຳ ເພື່ອ​ມະ​ຫາ​ສະ​ໝຸດ”. (ພາບ: : TTXVN)

ສັບປະດາທະເລໝູ່ເກາະ ຫວຽດນາມ ປີນີ້ (ນັບແຕ່ວັນທີ 1 ຫາ ວັນທີ 8 ມິຖຸນາ) ມີຫົວຂໍ້ “ພັດທະນາເສດຖະກິດທະເລແບບຍືນຍົງຕິດພັນກັບການອະນຸລັກຮັກສາຊີວະນາໆພັນ ແລະ ບັນດາລະບົບນິເວດທະເລ” ເພື່ອແນໃສ່ແກ້ໄຂຈຸດຄົ້ງຄ້າງ, ຂໍ້ຈຳກັດໃນການພັດທະນາເສດຖະກິດທະເລແບບຍືນຍົງຢູ່ ຫວຽດນາມ ເທື່ອລະກ້າວ.

ບົດລາຍງານກ່ຽວກັບສະພາບການສິ່ງແວດລ້ອມທະເລໝູ່ເກາະ ແຫ່ງຊາດໄລຍະ 2016 – 2020 ໂດຍກະຊວງການເງິນ ແລະ ສິ່ງແວດລ້ອມປະກາດ, ມາຮອດປັດຈຸບັນ ມີຊີວະສັດທະເລປະມານ 100 ຊະນິດຢູ່ທະເລຫວຽດນາມ ມີຄວາມສ່ຽງນາບຂູ່ ແລະ ຫາຍາກ ໄດ້ນຳເຂົ້າປຶ້ມປົກແດງ ຫວຽດນາມ ແລະ ບັນຊີລາຍຊື່ແດງ IUCN ໄດ້ຮຽກຮ້ອງຕ້ອງມີມາດຕະການປົກປັກຮັກສາ. ເພາະສະເນັ້ນ, ທ່ານເຈິ່ນຮົ່ງຮ່າ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເນັ້ນໜັ້ກວ່າ ແຕ່ລະການກະທຳເພື່ອທະເລ ແລະ ມະຫາສະໝຸດ ກໍ່ແມ່ນການປົກປັກຮັກສາ ແລະ ພັດທະນາໃນອະນາຄົດບືນຍົງໃຫ້ລຸ້ນຫຼັງ.

ກ່າວຄຳເຫັນທີ່ພິທີຊຸມນຸມມິດຕິງ, ທ່ານເຈິນຕວັນແອງ ຫົວໜ້າຄະນະເສດຖະກິດສູນກາງ ເນັ້ນໜັກວ່າ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ, ພິເສດແມ່ນ 28 ແຂວງ, ນະຄອນຂຶ້ນກັບສູນກາງຕິດກັບທະເລ ຕ້ອງຖືເສດຖະກິດທະເລແມ່ນກຳລັງໜູນເພື່ອຟື້ນຟູບັນດາການເຄື່ອນໄຫວເສດຖະກິດ - ສັງຄົມ ແລະ ຊຸກຍູ້ການເຕີບໂຕເສດຖະກິດ ປະເທດຊາດ, ເສດຖະກິດທ້ອງຖິ່ນ ຫຼັງພະຍາດໂຄວິດ - 19, ຖືວິສາຫະກິດເປັນໃຈກາງ, ສົ່ງເສີມການສ້າງຕັ້ງ, ພັດທະນາ ກຸ່ມບໍລິສັດເສດຖະກິດໃຫຍ່ລົງທຶນເຂົ້າຂົງເຂດເສດຖະກິດທະເລ, ພິເສດແມ່ນບັນດາຂະແໜງເສດຖະກິດທະເລເປັນຫຼັກແຫຼ່ງ.

vovworld.vn

ເຫດການ
302 Found

Found

The document has moved here.