ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັ​ນ​ຟຸກ ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ຍີ່​ປຸ່ນ

16:30 | 30/06/2022

ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ກະຊວງຍຸຕິທຳ ຍີ່ປຸ່ນ ເພີ່ມທະວີການຮ່ວມມື ລະຫວ່າງ ອາຊຽນ - ຍີ່ປຸ່ນ ກ່ຽວກັບດ້ານກົດໝາຍ ແລະ ຍຸຕິທຳ ແລະ ຢັ້ງຢືນ ຫວຽດນາມ ສະໜັບສະໜູນຂໍ້ສະເໜີຂອງຍີ່ປຸ່ນ ກ່ຽວກັບການຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳລະຫວ່າງ ອາຊຽນ - ຍີ່ປຸ່ນ.

ທ​່​ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ຣັບ​ບິ ຊາ​ອຸ​ດິ, ອິດ​ສະ​ລາ​ແອັນ, ອາແຊກໄບຊານ ເຂົ້າ​ຢ້​ຽມ​ອຳ​ລາ ທ​່​ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ຣັບ​ບິ ຊາ​ອຸ​ດິ, ອິດ​ສະ​ລາ​ແອັນ, ອາແຊກໄບຊານ ເຂົ້າ​ຢ້​ຽມ​ອຳ​ລາ
ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໂມ​ຊຳ​ບິກ ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໂມ​ຊຳ​ບິກ
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານລັດຖະມົນຕີກະຊວງຍຸຕິທຳ ຍີ່ປຸ່ນ Furukawa Yoshihisa (ພາບ: TTXVN)
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານລັດຖະມົນຕີກະຊວງຍຸຕິທຳ ຍີ່ປຸ່ນ Furukawa Yoshihisa (ພາບ: TTXVN)

ຕອນບ່າຍວັນທີ 29 ມິຖຸນາ, ໃນການຕ້ອນຮັບທ່ານລັດຖະມົນຕີກະຊວງຍຸຕິທຳ ຍີ່ປຸ່ນ Furukawa Yoshihisa ພ້ອມດ້ວຍຄະນະພະນັກງານກະຊວງຍຸຕິທຳຍີ່ປຸ່ນ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ກະຊວງຍຸຕິທຳສອງປະເທດ ສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວຮ່ວມມືທີ່ແທດຈິງໃຫ້ດີກວ່າອີກ, ເຂົ້າສູ່ລວງເລິກໃນໄລຍະຈະມາເຖິງ ເປັນຕົ້ນແມ່ນ: ຍູ້ແຮງການຮ່ວມມືໜູນຊ່ວຍກັນດ້ານຍຸຕິທຳ ໃນສະພາບການພົວພັນພົນລະເຮືອນ, ການຄ້າ, ການລົງທຶນ… ນັບມື້ນັບເພີ່ມຂຶ້ນ; ແກ້ໄຂຄະດີຮ້ອງທຸກຮ້ອງຟ້ອງ, ບັນຫາກ່ຽວກັບສັນຊາດ, ໜັງສືປະຈຳຕົວໃຫ້ແກ່ພົນລະເມືອງສອງປະເທດໃຫ້ເປັນຢ່າງດີ ເພື່ອສ້າງການດຳລົງຊີວິດເປັນປົກກະຕິ; ໜູນຊ່ວຍ ຫວຽດນາມ ບຳລຸງສ້າງ, ຝຶກອົບຮົມແຫຼ່ງຊັບພະຍາກອນມະນຸດຂະແໜງກົດໝາຍ ແລະ ຍຸຕິທຳໃຫ້ທຽບເທົ່າລະດັບພາກພື້ນ, ເຊື່ອມໂຍງເຂົ້າກັບສາກົນ. ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍສະເໜີໃຫ້ກະຊວງຍຸຕິທຳ ຍີ່ປຸ່ນ ເພີ່ມທະວີການຮ່ວມມື ລະຫວ່າງ ອາຊຽນ - ຍີ່ປຸ່ນ ກ່ຽວກັບດ້ານກົດໝາຍ ແລະ ຍຸຕິທຳ ແລະ ຢັ້ງຢືນ ຫວຽດນາມ ສະໜັບສະໜູນຂໍ້ສະເໜີຂອງຍີ່ປຸ່ນ ກ່ຽວກັບການຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳລະຫວ່າງ ອາຊຽນ - ຍີ່ປຸ່ນ.

ກອ​ງ​ທັບ​

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.