ທ​່​ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ຣັບ​ບິ ຊາ​ອຸ​ດິ, ອິດ​ສະ​ລາ​ແອັນ, ອາແຊກໄບຊານ ເຂົ້າ​ຢ້​ຽມ​ອຳ​ລາ

13:11 | 27/06/2022

ຍ​ສ​ໝ - ເມື່ອບໍ່ດົນມານີ້, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ບັນດາປະເທດ ອາຣັບບິ ຊາອຸດິ, ອິດສະລາແອັນ, ອາແຊກໄບຊານ ເຂົ້າຢ້ຽມອຳລາ.

ອ່າວ​ຮະ​ລອງ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ບັນ​ລຸລະ​ດັບ​ສະ​ຖິ​ຕິ​ນັບ​ແຕ່​ເວ​ລາ​ເປີດ​ປະ​ຕູ​ຄືນ​ໃໝ່ ອ່າວ​ຮະ​ລອງ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ບັນ​ລຸລະ​ດັບ​ສະ​ຖິ​ຕິ​ນັບ​ແຕ່​ເວ​ລາ​ເປີດ​ປະ​ຕູ​ຄືນ​ໃໝ່
ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໂມ​ຊຳ​ບິກ ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໂມ​ຊຳ​ບິກ
ທ​່​ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ຣັບ​ບິ ຊາ​ອຸ​ດິ, ອິດ​ສະ​ລາ​ແອັນ, ອາແຊກໄບຊານ ເຂົ້າ​ຢ້​ຽມ​ອຳ​ລາ
ທ​່​ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ຣັບ​ບິ ຊາ​ອຸ​ດິ, ອິດ​ສະ​ລາ​ແອັນ, ອາແຊກໄບຊານ ເຂົ້າ​ຢ້​ຽມ​ອຳ​ລາ (ພາບ: TTXVN )

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາຣັບບິ ຊາອຸດິດ Saud F.M AlSuwelim, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈົ່ງຕັ້ງໜ້າແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສ້າງເງື່ອນໄຂໃຫ້ແກ່ສິນຄ້າທີ່ເປັນທ່າແຮງຂອງແຕ່ລະຝ່າຍ ໄດ້ແຊກຊືມເຂົ້າຕະຫຼາດຂອງກັນ, ເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ, ວັດທະນະທຳ, ການສຶກສາບຳລຸງສ້າງ, ແຮງງານ…

ທ່ານ​ປະ​ທານ​ປະ​ເທດ​ຫວັງ​ວ່າ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ AlSuwelim ຈະ​ສືບ​ຕໍ່​ຖ່າຍ​ທອດ​ບັນ​ດາ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ, ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ໄປ​ຍັງ​ເພື່ອນ​ມິດ ອາ​ຣັບ​ບິ ຊາ​ອຸ​ດິ, ປະ​ກອບ​ສ່ວນ​ເປັນ​ຂົວ​ເຊື່ອມ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ.

ທີ່​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອິດ​ສະ​ລາ​ແອັນ Nadav Eshcar ປະ​ຈຳ ຫວຽດ​ນາມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີວ່າ ປີ 2023 ແມ່ນປີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງສອງປະເທດ, ອົງການທີ່ມີໜ້າທີ່ຮັບຜິດຊອບສອງປະເທດ ຄວນມີແຜນການຈັດຕັ້ງບັນດາໂຄງການລະອຽດເພື່ອແນໃສ່ຊຸກຍູ້ການພົວພັນສອງປະເທດ, ໄປຄຽງຄູ່ກັນນັ້ນ, ສອງຝ່າຍກໍຄວນຍູ້ແຮງການຮ່ວມມືທີ່ມີປະສິດທິຜົນໃນຂົງເຂດວິທະຍາສາດ - ເຕັກໂນໂລຢີ. ຫວຽດ​ນາມ ສະ​ແດງ​ຄວາ​ມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ວິ​ສ​າ​ຫະ​ກິດ ອິດ​ສະ​ລາ​ແອັນ​ເພີ່ມ​ທະ​ວີ​ການ​ລົງ​ທຶນ ແລະ ຮ່ວມ​ມື​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ໃນ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ ຄື: Start up ປະ​ດິດ​ຄິດ​ສ້າງ, ກະ​ສິ​ກຳ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ, ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ການຄຸ້ມ​ຄອງ​ແຫຼ່ງ​ນ້ຳ…

ທີ່ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ອາແຊກໄບຊານ Anar Lachin oglu Imanov ເຂົ້າຢ້ຽມອຳລາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບອາແຊກໄບຊານ, ສະເໜີໃຫ້ 2 ຝ່າຍຮັກສາ ແລະ ເພີ່ມທະວີການແລກປ່ຽນຄຳເຫັນກ່ຽວກັບນະໂຍບາຍການຕ່າງປະເທດ ຂອງກັນ ກໍ່ຄືບັນດາບັນຫາທີ່ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ສົມ​ທົບ​ກັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຢູ່​ເວ​ທີ​ປາ​ໄສ​ສາ​ກົນ.

ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຢັ້ງ​ຢືນ​ວ່າ ເຖິງວ່າຈະຢູ່​ໃນ​ຖາ​ນະ​ໃດ​ກໍ່​ຈະ​ສື​ບ​ຕໍ່​ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງເຂົ້າ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ແຕ່​ລະ​ປະ​ເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.