ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໂມ​ຊຳ​ບິກ

09:48 | 23/06/2022

ຕອນເຊົ້າວັນທີ 22 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ ໂມຊຳບິກ Esperanca Laurinda Francisco Nhiuane Bias, ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດ ຫວຽດນາມ.

ຕື້ນ​ຕັນ​ໃຈ​ພິ​ທີ​ຕ້ອນ​ຮັບ, ນຳ​ອັດ​ຖິ​ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ 6 ​ອັດ​ຖິ​ຢູ່​ແຂວງ Rattanakiri ກັບ​ເມືອ​ປະ​ເທດ ຕື້ນ​ຕັນ​ໃຈ​ພິ​ທີ​ຕ້ອນ​ຮັບ, ນຳ​ອັດ​ຖິ​ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ 6 ​ອັດ​ຖິ​ຢູ່​ແຂວງ Rattanakiri ກັບ​ເມືອ​ປະ​ເທດ
ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ຫງວຽນ​ຝູ​ຈ້ອງ ພົບ​ປະ​ເຈ​ລະ​ຈາ​ກັບ​ປະ​ທານ​ພັກ​ແນວ​ໂຮມ​ປົດ​ປ່ອຍ Mozambique, ປະ​ທາ​ນາ​ທິ​ບໍ​ດີ Mozambique ແບບ​ທາງ​ໄກ ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ຫງວຽນ​ຝູ​ຈ້ອງ ພົບ​ປະ​ເຈ​ລະ​ຈາ​ກັບ​ປະ​ທານ​ພັກ​ແນວ​ໂຮມ​ປົດ​ປ່ອຍ Mozambique, ປະ​ທາ​ນາ​ທິ​ບໍ​ດີ Mozambique ແບບ​ທາງ​ໄກ

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ, ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ແລະ ຖື ໂມຊຳບິກ ເປັນໜຶ່ງໃນບັນດາຄູ່ຮ່ວມມືຈຸດສຸມຂອງ ຫວຽດນາມ ຢູ່ອາຟຼິກກາ, ທ່ານສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ທຸກຂັ້ນ, ກະຊວງ, ຂະແໜງການ ແລະ ທ້ອງຖິ່ນ. ທ່ານປະທານປະເທດ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນກັບ ໂມຊຳບິກ ກ່ຽວກັບການເຄື່ອນໄຫວຢູ່ສະພາຄວາມໝັ້ນຄົງ ສປຊ; ຕັ້ງໜ້າຜັນຂະຫຍາຍກົນໄກຮ່ວມມືສອງຝ່າຍ, ສືບຕໍ່ຕັ້ງໜ້າສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ເວທີປາໄສຫຼາຍຝ່າຍ.

ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໂມ​ຊຳ​ບິກ
ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ໂມຊຳບິກ Esperanca Laurinda Francisco Nhiuane Bias. ພາບ: TTXVN

ທ່ານນາງປະທານສະພາແຫ່ງຊາດ ໂມຊຳບິກ ຢັ້ງຢືນວ່າ ການພົວພັນລະຫວ່າງສອງປະເທດ ນັບມື້ນັບພັດທະນາ ໃນຫຼາຍຂົງເຂດ ໂດຍສະເພາະແມ່ນນັບແຕ່ສອງປະເທດສ້າງຕັ້ງການພົວພັນທາງການທູດ. ແບ່ງປັນກ່ຽວກັບເລື່ອງລົງນາມບົດບັນທຶກຊ່ວຍຈຳລະຫວ່າງສອງສະພາແຫ່ງຊາດ, ຢ້ຽມຢາມສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ສະຖາບັນກະສິກຳ ຫວຽດນາມ, ຄະນະກຳມະການແຫ່ງຊາດຮັບມືກັບໄພພິບັດ, ທຳມະຊາດ ແລະ ກູ້ໄພກູ້ຊີບຫວຽດນາມ…ທ່ານນາງປະທານສະພາແຫ່ງຊາດ ໂມຊຳບິກ ຖືວ່າ ການແລກປ່ຽນກັບບັນດາຝ່າຍແມ່ນເງື່ອນໄຂໃຫ້ແກ່ການຮ່ວມມືລະຫວ່າງກະຊວງ, ຂະແໜງການ, ຄະນະຂອງສອງປະເທດກ່ຽວກັບຂົງເຂດນີ້.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.