ຫວຽດນາມ ຍາມ​ໃດ​ກໍ່ຈົດຈໍາ​ການ​ຊ່ວຍ​ເຫຼືອອັນ​ລ້ຳ​ຄ່າ​ຂອງ​ລັດ ​ແລະ ປະຊາຊົນ​ສະຫະພັນ​ລັດ​ເຊຍ

14:07 | 30/06/2022

ຍສໝ - 2 ຝ່າຍ​ສືບ​ຕໍ່​ຮັກສາ​ການ​ພົວພັນ​ໃນ​ທຸກ​ຂັ້ນ ​ແລະ ຜ່ານ​ບັນດາ​ຊ່ອງ​ທາງ​ຂອງ​ພັກ, ລັດ, ລັດຖະບານ, ສະພາ​ແຫ່ງ​ຊາດ, ການພົບປະ​ແລກປ່ຽນ​ປະຊາຊົນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ, ພະລັງງານ...

ການ​ເດີນ​ທາງ​​ປະ​ຕິ​ບັດ​ງານ “ສາມ​ເປົ້າ​ໝາຍ” ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ບັນ​ລຸ​ໄດ້​ໝາກ​ຜົນ​ສຳ​ຄັນຫຼາຍ​ຢ່າງ ນັບ​ທັງ​ກາ​ນ​ພົວ​ພັນ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ ການ​ເດີນ​ທາງ​​ປະ​ຕິ​ບັດ​ງານ “ສາມ​ເປົ້າ​ໝາຍ” ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ບັນ​ລຸ​ໄດ້​ໝາກ​ຜົນ​ສຳ​ຄັນຫຼາຍ​ຢ່າງ ນັບ​ທັງ​ກາ​ນ​ພົວ​ພັນ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍ​ແທງ​ເຊີນ ຈະ​ໄປ​ຢ້ຽມຢາມ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 27-29 ເມສາ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍ​ແທງ​ເຊີນ ຈະ​ໄປ​ຢ້ຽມຢາມ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 27-29 ເມສາ

ຕອນ​ບ່າຍ​ວັນ​ທີ 27 ມິຖຸນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​​ສູນ​ກາງ​ພັກ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ໂດ໊ວັນຈ໊ຽນ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ສະຫະພັນ​ລັດ​ເຊຍ ປະຈຳ ຫວຽດນາມ Gennady Bezdetko.

ຫວຽດນາມ ຍາມ​ໃດ​ກໍ່ຈົດຈໍາ​ການ​ຊ່ວຍ​ເຫຼືອອັນ​ລ້ຳ​ຄ່າ​ຂອງ​ລັດ ​ແລະ ປະຊາຊົນ​ສະຫະພັນ​ລັດ​ເຊຍ
ບັນຍາກາດທີ່ການຕ້ອນຮັບ. ພາບ: TTXVN

ທີ່​ການ​ພົບ​ປະ, ທ່ານ ໂດ໊ວັນຈ໊ຽນ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ການ​ພັດທະນາ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ ​ໃນ​ຫຼາຍ​ຂົງ​ເຂດ; ​ເນັ້ນ​ໜັກ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ​ສະຫະພັນ​ລັດ​ເຊຍ, ຍາມ​ໃດ​ກໍ່​ຖື ລັດ​ເຊຍ ​ແມ່ນ​ຄູ່​ຮ່ວມ​ມື​ແຖວໜ້າໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ ຫວຽດນາມ.

ທ່ານ ໂດ໊ວັນຈ໊ຽນ ​ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ Gennady Bezdetko ​ໃນ​ການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, ​ເຊື່ອ​ໝັ້ນ​ວ່າ ທ່ານ​ເອກ​ອັກຄະ​ລັດຖະທູດ​ຈະ​ມີ​ຂໍ້​ລິ​ເລີ່​ມຕື່ມ​ອີກ, ປະກອບສ່ວນ​ຊຸກຍູ້​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ.

ທ່ານ​ເອກ​ອັກຄະ​ລັດຖະທູດ Gennady Bezdetko ​ໃຫ້​ຮູ້​ວ່າ: ພາຍຫຼັງ​ສອງ​ປີທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຍ້ອນໂລກ​ລະບາດ, ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ​ສືບ​ຕໍ່​ມີ​ການ​ພັດທະນາ​ຢ່າງ​ດີງາມ.

2 ຝ່າຍ​ສືບ​ຕໍ່​ຮັກສາ​ການ​ພົວພັນ​ໃນ​ທຸກ​ຂັ້ນ ​ແລະ ຜ່ານ​ບັນດາ​ຊ່ອງ​ທາງ​ຂອງ​ພັກ, ລັດ, ລັດຖະບານ, ສະພາ​ແຫ່ງ​ຊາດ, ການພົບປະ​ແລກປ່ຽນ​ປະຊາຊົນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ, ພະລັງງານ...

ທ່ານ​ເອກ​ອັກຄະ​ລັດຖະທູດ Gennady Bezdetko ປາດ​ຖະໜາ​ວ່າ ຈະ​ສືບ​ຕໍ່​ໄດ້​ຮັບ​ການສະໜັບສະໜູນ ​ແລະ ການ​ຮ່ວມ​ມື​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ພ້ອມ​ກັນ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ....

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.