ໃນ 10 ປີ, ມີເກືອບ 500.000 ເຮັກຕາ ທີ່ດິນທີ່ໄດ້ທຳການເກັບກູ້ລະເບີດ

08:59 | 20/06/2022

ຍສໝ-ນັບມາ​ຮອດ​ປະຈຸ​ບັນ, ​ເນື້ອ​ທີ່​ທີ່ຖືກມົນລະພິດຈາກ​​ລະ​ເບີດ ​ໄດ້​ຫຼຸດ​ລົງ​ຍັງເຫຼືອ 5.600.000 ​ເຮັກຕາ. ນີ້​ແມ່ນ​ຂໍ້​ມູນ​ ​ທີ່ໄດ້ຍົກອອກໃນ​ກອງ​ປະຊຸມ​ສະຫຼຸບບັນດາ​ການ​ເຄື່ອນ​ໄຫວ​ສື່ມວນຊົນ ​ແລະ ມອບ​ລາງວັນ​ໃນການປະກວດ “​ຍົກ​ສູງ​ຄວາມ​ຮັບ​ຮູ້​ເພື່ອ​ຫຼີກ​ລ່ຽງອຸປະຕິ​ເຫດ​ຂອງລູກ​ລະ​ເບີດ​, ວັດຖຸລະເບີດ ​ ​ທີ່​ຕົກ​ຄ້າງ​ຈາກ​ສົງຄາມ​ຢູ່​ຫວຽດນາມ”, ແລະ ​ຕອບ​ສະໜອງ​ວັນ​ໂລກ​ຍົກ​ສູງ​ຄວາມ​ຮັບ​ຮູ້​ເພື່ອ​ຫຼີກ​ລ່ຽງອຸປະຕິ​ເຫດ​ຂອງລູກ​ລະ​ເບີດ ​ 2022. ກອງ​ປະ​ຊຸມ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 16 ມິຖຸນາ ຢູ່​ຮ່າ​ໂນ້ຍ.

ມີເກືອບ 9.5 ລ້ານຄົນຕິດເຊື້ອພະຍາດໂຄວິດ 19 ໄດ້ຮັບການປິ່ນປົວຫາຍດີເປັນ ປົກກະຕິ ມີເກືອບ 9.5 ລ້ານຄົນຕິດເຊື້ອພະຍາດໂຄວິດ 19 ໄດ້ຮັບການປິ່ນປົວຫາຍດີເປັນ ປົກກະຕິ
ແຂວງວິ້ງລອງ ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19 ເກືອບ 66.000 ໂດສ ໃຫ້ເດັກນ້ອຍອາຍຸແຕ່ 5 ປີເຖິງ 12 ປີ. ແຂວງວິ້ງລອງ ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19 ເກືອບ 66.000 ໂດສ ໃຫ້ເດັກນ້ອຍອາຍຸແຕ່ 5 ປີເຖິງ 12 ປີ.
ໃນ 10 ປີ, ມີເກືອບ 500.000 ເຮັກຕາ ທີ່ດິນທີ່ໄດ້ທຳການເກັບກູ້ລະເບີດ

ທ່ານ​ພົນຈັດຕະວາ ເຈີນຈຸງຮ່ວາ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ ( ພາບ: VOV)

ຕາມ​ການ​ສຳ​ຫຼວດ​ລູກລະເບີດ, ກ່ອນ​ການ​ປະກາດ​ໃຊ້ໂຄງການກະທໍາກ່ຽວກັບລູກລະເບີດແຫ່ງຊາດ ລະດັບຄວາມ​ໜາແໜ້ນຂອງ​ມົນ​ລະ​ພິດຈາກລະເບີດ ​ຢູ່​ຫວຽດນາມ ​ໃນ​ປີ 2018 ​ແມ່ນ 6.100.000 ເຮັກຕາ, ກວມ​ເກືອບ 19% ​ເນື້ອ​ທີ່ທີ່​ດິນ​ຂອງທົ່ວ​ປະ​ເທດ.

ການກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ພົນຈັດຕະວາ ເຈີນຈຸງຮ່ວາ, ຜູ້​ບັນຊາ​ການ​ເຫຼົ່າຮົບທະຫານຊ່າງ, ຜູ້ອໍານວຍການໃຫຍ່​ສູນການກະທໍາກ່ຽວກັບລູກລະເບີດແຫ່ງຊາດ ຫວຽດນາມ ຢືນຢັນ​ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລູກລະເບີດ, ​ແລະ ສານພິດເຄມີ​ທີ່ຍັງ​ຕົກ​ຄ້າງ​ໃນ​ພາຍຫຼັງ​ສົງຄາມ​ແມ່ນໜ້າທີ່​ສຳຄັນ; ປະຈໍາ ແລະ ຍາວນານ.

ຫອມມາລາ

ເຫດການ
302 Found

Found

The document has moved here.