ເລື່ອງປັບປຸງກົດໝາຍວ່າດ້ວຍທີ່ດິນແມ່ນຈຳເປັນທີ່ສຸດ

19:32 | 25/02/2023

ຍ​ສ​ໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຢືນຢັນວ່າ, ເລື່ອງປັບປຸງກົດໝາຍດັ່ງກ່າວແມ່ນຈຳເປັນທີ່ສຸດ ເພື່ອແກ້ໄຂສິ່ງຈຳກັດ, ບົກຜ່ອງ, ເສີມຂະຫຍາຍແຫຼ່ງກຳລັງທີ່ດິນ ຕອບສະໜອງການພັດທະນາຂອງປະເທດຊາດໃນໄລຍະໃໝ່.

ສະ​ພາ​ແຫ່ງ​ຊາດ: ຫວຽດ​ນາມ ສ້າງ​ເງື່ອນ​ໄຂ​ສະ​ດວ​ກ​ໃຫ້​ແກ່​ທຸກ​ນັກ​ລົງ​ທຶນ ສະ​ພາ​ແຫ່ງ​ຊາດ: ຫວຽດ​ນາມ ສ້າງ​ເງື່ອນ​ໄຂ​ສະ​ດວ​ກ​ໃຫ້​ແກ່​ທຸກ​ນັກ​ລົງ​ທຶນ
ຄະນະປະຈຳສະພາແຫ່ງຊາດ ປຶກສາຫາລືການວາງແຜງຜັງສັງລວມແຫ່ງຊາດ 2021 – 2030, ວິໄສທັດຮອດປິ 2050 ຄະນະປະຈຳສະພາແຫ່ງຊາດ ປຶກສາຫາລືການວາງແຜງຜັງສັງລວມແຫ່ງຊາດ 2021 – 2030, ວິໄສທັດຮອດປິ 2050
(ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ກອງປະຊຸມ)
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 24 ກຸມພາ, ຢູ່ນະຄອນ ດົ່ງເຮີຍ, ແຂວງ ກວາງບິ່ງ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິນຮົ່ງຮ່າ ໄດ້ເປັນປະທານກອງປະຊຸມປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ຂອງ 12 ແຂວງ, ນະຄອນ ຈາກ ແທັງຮວາ ຮອດ ຟູອຽນ.

ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາແຂວງ, ນະຄອນໄດ້ລາຍງານກ່ຽວກັບໝາກຜົນການປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ຂອງປະຊາຊົນທຸກຊັ້ນວັນນະ, ບັນດາຂໍ້ຕິດຂັດໃນການປະຕິບັດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຢືນຢັນວ່າ, ເລື່ອງປັບປຸງກົດໝາຍດັ່ງກ່າວແມ່ນຈຳເປັນທີ່ສຸດ ເພື່ອແກ້ໄຂສິ່ງຈຳກັດ, ບົກຜ່ອງ, ເສີມຂະຫຍາຍແຫຼ່ງກຳລັງທີ່ດິນ ຕອບສະໜອງການພັດທະນາຂອງປະເທດຊາດໃນໄລຍະໃໝ່.

“ສະພາແຫ່ງຊາດ, ລັດຖະບານ ກຳນົດວ່າ ນີ້ແມ່ນໜ້າທີ່ລວມ, ແມ່ນຄວາມຮັບຜິດຊອບຂອງທັງລະບົບການເມືອງ, ອົງການຄຸ້ມຄອງລັດ, ອົງຄະນະພັກ ແລະ ອຳນາດການປົກຄອງທຸກຂັ້ນ. ເພື່ອໃຫ້ຕິດແທດກັບສະພາບການຕົວຈິງ, ກົດໝາຍຕ້ອງແກ້ໄຂບັນຫາຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນປະຈຸບັນຂອງທຸກອົງການ, ກົມກອງທ້ອງຖິ່ນ; ກົດໝາຍຕ້ອງວາງອອກຫຼາຍນະໂຍບາຍມີວິໄສທັດຍາວໄກ, ມີລັກສະນະເປັນໄປໄດ້ສູງ, ແກ້ໄຂແຫຼ່ງກຳລັງທີ່ດິນໃຫ້ໄດ້…”

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.