ຫາລືໃສ່ຮ່າງກົດໝາຍ ວ່າດ້ວຍທີ່ດິນສະບັບປັບປຸງ

13:41 | 21/05/2019

ເມື່ອບໍ່ດົນມານີ້, ກະຊວງຊັບ ພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະ ຊຸມທາບທາມ ຮ່າງກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ) ເພື່ອສຸມໃສ່ປຶກສາຫາລື ແລະ ແລກປ່ຽນ ຄໍາຄິດເຫັນ ກ່ຽວກັບ ມາດຕາ ທີ່ພົວພັນ ກັບວຽກງານ ຄຸ້ມຄອງ ອະສັງຫາລິມະຊັບ ແລະ ອື່ນໆ.

ຫາລືໃສ່ຮ່າງກົດໝາຍ ວ່າດ້ວຍທີ່ດິນສະບັບປັບປຸງ

ກອງປະຊຸມຫາລືໃສ່ຮ່າງກົດໝາຍ ວ່າດ້ວຍທີ່ດິນສະບັບປັບປຸງ

ກອງປະຊຸມຄັ້ງນີ້, ໄດ້ພ້ອກັນປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບມາດຕາ ທີ່ພົວພັນ ກັບວຽກງານ ຄຸ້ມຄອງ ອະສັງຫາລິມະຊັບ ແລະ ການຄຸ້ມຄອງ ຄອນໂດມີນຽມ, ເຊິ່ງເປັນມາດຕາໃໝ່ ຂອງກົດໝາຍ ວ່າດ້ວຍທີ່ດິນ ສະບັບປັບປຸງ ແນໃສ່ຮັບປະກັນເນື້ອໃນ ໃຫ້ກົດໝາຍ ວ່າດ້ວຍທີ່ດິນ ສະບັບປັບປຸງ ມີເນື້ອໃນສອດຄ່ອງ ກັບສະພາບ ຄວາມເປັນຈິງ ແລະ ເຊື່ອມໂຍງກັບ ພາກພື້ນ-ສາກົນ,ພ້ອມທັງ ເປັນການ ຍົກວຽກງານກົດ ໝາຍໃຫ້ເຂັ້ມແຂງ ແລະ ທັງເປັນ ການຫັນເອົາ ການຄຸ້ມຄອງ ເສດຖະກິດ-ສັງຄົມ ດ້ວຍກົດໝາຍ ຕາມທິດຊີ້ນໍາ ຂອງພັກ.

ນອກຈາກນີ້, ຍັງໄດ້ຮັບຟັງ ການບັນລະຍາຍ ກ່ຽວກັບ ບົດຮຽນ ການດໍາເນີນ ອະສັງຫາລິມະຊັບ ແລະ ການຄຸ້ມຄອງ ຄອນໂດມີນຽມຂອງ ສສ ຫວຽດນາມ, ແນໃສ່ ເພື່ອຮັບປະກັນ ທາງດ້ານເນື້ອໃນ ຂອງກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ) ໃຫ້ມີຄວາມຮັດກຸມແລະ ສາມາດຈັດຕັ້ງປະຕິບັດໄດ້.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ