ເຂົ້າ​ເຕິມປູ ດຶງດູດແຂກຊາວໄຊງ່ອນ

14:53 | 15/06/2022

ຍສໝ - ແມ່ເຖົ້າ ຢູງ ເອົາຊີ້ນກະປູທະເລປະສົມກັບເຫັດຫູໜູ, ເຂົ້າປຸ້ນ, ຊີ້ນຝັກ, ໄຂ່ ແລະ ເຄື່ອງປຸງແຕ່ງໃສ່ໃນອອງກະປູ, ໜື້ງເພື່ອເຮັດເປັນຢໍ່ ກິນກັບເຂົ້າເຕິມ.

ຂຸດ​ຄົ້ນ​ມໍລະດົກ​ອ່າວ​ຮ່າ​ລອງ ເໝາະ​ສົມ​ກັບ​ການ​ອະນຸລັກ​ມໍລະດົກ, ຕິດ​ພັນ​ກັບ​ການ​ພັດທະນາ​ການທ່ອງທ່ຽວ​ແບບ​ຍືນ​ຍົງ ຂຸດ​ຄົ້ນ​ມໍລະດົກ​ອ່າວ​ຮ່າ​ລອງ ເໝາະ​ສົມ​ກັບ​ການ​ອະນຸລັກ​ມໍລະດົກ, ຕິດ​ພັນ​ກັບ​ການ​ພັດທະນາ​ການທ່ອງທ່ຽວ​ແບບ​ຍືນ​ຍົງ
ຂີດໝາຍ “ສັບປະດາວັດທະນະທຳທ່ອງທ່ຽວ 6 ແຂວງເຂດຫວຽດບັກ, ພາກເໜືອ”ທີ່ນະຄອນຫຼວງຮ່າໂນ້ຍ” ຂີດໝາຍ “ສັບປະດາວັດທະນະທຳທ່ອງທ່ຽວ 6 ແຂວງເຂດຫວຽດບັກ, ພາກເໜືອ”ທີ່ນະຄອນຫຼວງຮ່າໂນ້ຍ”

ແວ່ຢາມຮ້ານອາຫານ ໃກ້ກັບຕົ້ນຖະໜົນ ບິ່ງເທິ໊ຍ, ວົງວຽນ ເລດ້າຍແຮ່ງ, ເມືອງ 11 ໃນຕອນທ່ຽງ, ແຂກທ່ອງທ່ຽວຈະເຫັນຫຼາຍຄົນ ຈອດລົດຈັກ ລໍຖ້າຊື້ເຂົ້າເຕິມກັບບ້ານ. ເຈົ້າຂອງຮ້ານ ແລະ ພະນັກງານກໍາລັງສັ່ງເຂົ້າຢ່າງຕໍ່ເນື່ອງ, ຊໍາລະເງິນໃຫ້ລູກຄ້າ, ແລະ ເຮືອນຄົວ ບໍ່ມີເວລາໄດ້ພັກຜ່ອນ.

ເຂົ້າ​ເຕິມປູ ດຶງດູດແຂກຊາວໄຊງ່ອນ
ເຂົ້າ​ເຕິມປູ ດຶງດູດແຂກຊາວໄຊງ່ອນ. ພາບ: vnexpress.net

ຮ້ານອາຫານເປີດແຕ່ 6 ໂມງເຊົ້າ ຫາ 22ໂມງທຸກມື້, ມີບ່ອນຈອດລົດ ສຳລັບລົດຈັກ ແລະ ລົດໂອໂຕ, ແຕ່ຮ້ານອາຫານມີໂຕະ ແລະ ຕັ່ງນັ່ງບໍ່ຫຼາຍປານໃດ, ຮັບໃຊ້ແຂກໄດ້ເຖິງ 20-25 ຄົນໃນເວລາດຽວກັນ, ບັນຍາກາດໃນຮ້ານເຢັນສະບາຍ ແລະ ສະອາດ. ລາ​ຄາ​ເຂົ້າ​ຮ້ານ​ກໍ່​ແພງກວ່າ​​ເລັກ​ໜ້ອຍ, ເຂົ້າກະດູກຂ້າງ​ປີ້ງ​ແມ່ນ​ແຕ່ 45.000 ດົ່ງ/ຈານ.

ລາຄາເຂົ້າແມ່ນ 65.000 ດົ່ງ/ຈານ, ລູກຄ້າທີ່ກິນແກງ ໝາກໄສ່ຍັດຊີ້ນ, ແກງສົ້ມ ຈະເກັບເພີ່ມແຕ່ 15.000 – 20.000 ດົ່ງ/ຖ້ວຍ.ຢູ່ໃນຮ້ານມີອາຫານປະມານ 20 ເຍື່ອງທີ່ນໍາສະເຫນີໄດ້ຈັດຢ່າງສວຍງາມ, ທ່ານຈະປະທັບໃຈກັບຂະຫນາດຄວາມໃຫຍ່ຂອງອອງກະປູ, ແຫນ້ນເຕັມ ແລະ ນໍ້າຫນັກປະມານ 250 ກຼາມ, ເຊິ່ງທໍາອິດເບິ່ງຄືວ່າກະປູທະເລຕົ້ມ. ນອກຈາກອາຫານ “ຕົ້ນຕໍ”, ແມ່ນເຂົ້າກະດູກຂ້າງປີ້ງແລ້ວ ເຊິ່ງຢໍ່ປູ ກໍ່ເປັນອາຫານທີ່ລູກຄ້າມັກຫຼາຍ, ຢູ່ຮ້ານ ມື້ໜຶ່ງຂາຍໄດ້ເປັນຮ້ອຍອັນ.

ບູນມີ

ເຫດການ
302 Found

Found

The document has moved here.