ຂຸດ​ຄົ້ນ​ມໍລະດົກ​ອ່າວ​ຮ່າ​ລອງ ເໝາະ​ສົມ​ກັບ​ການ​ອະນຸລັກ​ມໍລະດົກ, ຕິດ​ພັນ​ກັບ​ການ​ພັດທະນາ​ການທ່ອງທ່ຽວ​ແບບ​ຍືນ​ຍົງ

09:49 | 02/06/2022

ຍສໝ - ທີ່​ກອງ​ປະຊຸມສໍາມະນາ, ບັນດາ​ນັກ​ຊ່ຽວຊານ, ນັກ​ຄຸ້ມ​ຄອງ, ນັກ​ວິທະຍາສາດ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໄດ້​ສະໜອງ​ຂໍ້​ມູນ​ສຳຄັນ, ​ຮັບ​ຮູ້​ຄວາມ​ສາມາດຮອງຮັບ​ຂອງ​ເຂດ​ທ່ອງ​ທ່ຽວຮ້າລອງ, ກ່ຽວກັບການສະໜອງ​ບໍລິການເມື່ອ​ຢ້ຽມຊົມ​ມໍລະດົກ.

ສື່​ມວນ​ຊົນລາວ ສືບ​ຕໍ່​​ໃຫ້ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ມິດ​ຕະ​ພາບ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສື່​ມວນ​ຊົນລາວ ສືບ​ຕໍ່​​ໃຫ້ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ມິດ​ຕະ​ພາບ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​​ມິງຈິງ ສະ​ເໜີ​ບັນ​ດາ​ນັກ​ລົງ​ທຶນ​ສືບ​ຕໍ່​ປະ​ກອບ​ສ່ວນ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​​ມິງຈິງ ສະ​ເໜີ​ບັນ​ດາ​ນັກ​ລົງ​ທຶນ​ສືບ​ຕໍ່​ປະ​ກອບ​ສ່ວນ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ

ວັນ​ທີ 31 ພຶດສະພາ​, ຢູ່​ນະຄອນ ຮ່າ​ລອງ, ​ແຂວງ ກວາງ​ນິງ, ຄະນະ​ຄຸ້ມ​ຄອງ​ອ່າວ​ຮ້າ​ລອງ ​ໄດ້​ສົມທົບ​ກັບ​ບັນດາ​ຫົວໜ່ວຍວິຊາສະເພາະ, ພະແນກ, ຄະນະ, ຂະແໜງງການ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “ຄວາມ​ສາມາດ​ຂອງ​ເຂດ​ມໍລະດົກ​ທຳ​ມະ​ຊາດ​ໂລກ​ອ່າວ​ຮ້າ​ລອງ ​ແລະ ຄຸ້ມຄອງການພັດທະນາ​ການທ່ອງທ່ຽວ​ແບບ​ຍືນ​ຍົງ”.

ຂຸດ​ຄົ້ນ​ມໍລະດົກ​ອ່າວ​ຮ່າ​ລອງ ເໝາະ​ສົມ​ກັບ​ການ​ອະນຸລັກ​ມໍລະດົກ, ຕິດ​ພັນ​ກັບ​ການ​ພັດທະນາ​ການທ່ອງທ່ຽວ​ແບບ​ຍືນ​ຍົງ
ທ່ານ Christian Manhart, ຫົວໜ້າຄະນະຜູ້ຕາງໜ້າອົງການ UNESCO ປະຈຳ ຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: huonghieucongluan.com.vn

ທີ່​ກອງ​ປະຊຸມສໍາມະນາ, ບັນດາ​ນັກ​ຊ່ຽວຊານ, ນັກ​ຄຸ້ມ​ຄອງ, ນັກ​ວິທະຍາສາດ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໄດ້​ສະໜອງ​ຂໍ້​ມູນ​ສຳຄັນ, ​ຮັບ​ຮູ້​ຄວາມ​ສາມາດຮອງຮັບ​ຂອງ​ເຂດ​ທ່ອງ​ທ່ຽວຮ້າລອງ, ກ່ຽວກັບການສະໜອງ​ບໍລິການເມື່ອ​ຢ້ຽມຊົມ​ມໍລະດົກ.

ການຕີລາຄາສະແດງໃຫ້ເຫັນວ່າ ນັກທ່ອງທ່ຽວສຸມໃສ່ຈຸດຫມາຍປາຍທາງຈໍານວນໜຶ່ງ, ເຮັດໃຫ້ເກີດຄວາມແອອັດ ແລະ ສິ້ນເປືອງຊັບພະຍາກອນ.

ບັນດາ​ຜູ້​ແທນ​ໄດ້​ປະກອບ​ຄຳ​ເຫັນ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ວິທີ​ແກ້​ໄຂ​ເພື່ອ​ປັບປຸງ​ສະພາບ​ແວດ​ລ້ອມ​ອ່າວ​ຮ້າລອງ, ສະພາບ​ແວດ​ລ້ອມ​ແຫ່ງ​ການ​ທ່ອງ​ທ່ຽວ​ໃຫ້​ພັດທະນາ​ແບບ​ຍືນ​ຍົງ​ໃນ​ອະນາຄົດ.

ທ່ານ Christian Manhart, ຫົວໜ້າຄະນະຜູ້ຕາງໜ້າອົງການ UNESCO ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ແຂວງ ກວາງນິງ ມີມໍລະດົກໂລກທີ່ມະຫັດສະຈັນ, ຕ້ອງໄດ້ຂຸດຄົ້ນຢ່າງກົມກຽວ ແລະ ຍືນຍົງໃນໄລຍະຍາວ. ນັກ​ທ່ອງ​ທ່ຽວ​ແຕ່ລະຄົນ​ລ້ວນ​ແຕ່​ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ອະນຸລັກ ຮັກສາ​ມໍລະດົກ.

ບູນມີ

ເຫດການ
302 Found

Found

The document has moved here.