ຍົກ​​ລະ​ດັບ​ໃຫ້​ແກ່​ຄູ່​ສອນ​ພາ​ສາ​ລັດ​ເຊຍ​ຢູ່ ຫວຽດ​ນາມ

11:30 | 11/06/2022

ຍ​ສ​ໝ - ວັນ​ທີ 7 ມິ​ຖຸ​ນາ, ໃນ​ຂອບ​ເຂດ “ສັບ​ປະ​ດາ​ພາ​ສາ​ລັດ​ເຊຍ ຢູ່ ຫວຽດ​ນາມ” ສູນ​ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ ລັດ​ເຊຍ ຢູ່​ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ໂຄງ​ການ​ຝຶກ​ອົບ​ຮົບ​ຍົກ​ລະດັບໃຫ້​ແກ່​ຄູ່​ສອນ​ພາ​ສາ ລັດເຊຍ ໃນ​ບັນ​ດາ​ອົງ​ການ​ສຶກ​ສາ​ຢູ່ ຫວຽດ​ນາມ.

ປະຊາຄົມ​ຊາວ​ຫວຽດ​ນາມ ຢູ່ ລັດ​ເຊຍ ລະຫຼິ້ນມ່ວນຊື່ນ​ວັນ​ເດັກນ້ອຍ 1 ມິຖຸນາ ປະຊາຄົມ​ຊາວ​ຫວຽດ​ນາມ ຢູ່ ລັດ​ເຊຍ ລະຫຼິ້ນມ່ວນຊື່ນ​ວັນ​ເດັກນ້ອຍ 1 ມິຖຸນາ
ງານ​ພົບ​ປະ​ແລກ​ປ່ຽນບຸນວັນເດັກ​ ຫວຽດ​ນາມ - ລັດ​ເຊຍ ງານ​ພົບ​ປະ​ແລກ​ປ່ຽນບຸນວັນເດັກ​ ຫວຽດ​ນາມ - ລັດ​ເຊຍ
ຍົກ​​ລະ​ດັບ​ໃຫ້​ແກ່​ຄູ່​ສອນ​ພາ​ສາ​ລັດ​ເຊຍ​ຢູ່ ຫວຽດ​ນາມ
ໂຄງ​ການ​ຝຶກ​ອົບ​ຮົບ​ຍົກ​ລະດັບໃຫ້​ແກ່​ຄູ່​ສອນ​ພາ​ສາ ລັດເຊຍ ໃນ​ບັນ​ດາ​ອົງ​ການ​ສຶກ​ສາ​ຢູ່ ຫວຽດ​ນາມ (ພາບ: ສູນ​ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ​ລັດ​ເຊຍ ປະ​ຈຳ ຮ່າ​ໂນ້ຍ)

ເຂົ້າ​ຮ່ວມ​ເຫດ​ການ​ມີ​ຜູ້​ຕາງ​ໜ້າ​ສູນ​ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ ລັດ​ເຊຍ, ທ່ານ​ຮອງ​ສາດ​ສະ​ດາ​ຈານ S. V. Ermolenko, ຫົວ​ໜ້າໜ່ວຍ​ວິ​ຊາ​​ພາ​ສາ ລັດ​ເຊຍ ຄື​ພາ​ສາຕ່າງປະເທດ ​ຂຶ້ນ​ກັບ​ພະ​ແນກ ວັນ​ນະ​ຄະ​ດີ​ພາ​ສາ​ສາດ - ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ Tomsk ພ້ອມ​ກັບ​ຄູ​ອາ​ຈານ​ສອນ​ພາ​ສາລັດ​ເຊຍ ທີ່ພວມ​ສອນ​ຢູ່​ຮາກ​ຖານ​ການ​ສຶກ​ສາ​ຂອງ ຫວຽດ​ນາມ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ “ສັບ​ປະ​ດາ​ພາ​ສາ​ລັດ​ເຊຍ ປະ​ຈຳ ຫວຽດ​ນາມ”, ທ່າ​ນ A.A. Borodenko ​ຮອງ​ຜູ້​ອຳ​ນວຍ​ການ​ສູນ​ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ ລັດ​ເຊຍ ປະ​ຈຳ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ ໃນ​ໄລ​ຍະ​ໃກ້ໆ​ນີ້ ສູນ​ວິ​ທະ​ຍາ​ສາດ ແລະ ວ​ັດ​ທະ​ນະ​ທຳ​ລັດ​ເຊຍ ຍາມ​ໃດ​ກໍ່​ມາ​ນະ​ພະ​ຍາ​ຍາມ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ສອນ​ພາ​ສາ​ລັດ​ເຊຍ ທີ່ເປັນ​ມື​ອາ​ຊີບ​ໃຫ້​ແກ່​ຊາວ​ຫວຽດ​ນາມ. ທ່ານ Borodenko ​ ຫວັງ​ວ່າ ເຫດ​ການ​ໂດຍ​ສູນ​ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ ລັດ​ເຊຍ ຈັດ​ຕັ້ງ​ຈະ​ໜູນ​ຊ່ວຍ ແລະ ປຸກລຸກ​ຄວາມສົນໃຈ​​ຂອງ​ບັນ​ດາ​ຄູ​ອາ​ຈານ ຫວຽດ​ນາມ ໃນ​ວຽກ​ງານ​ການ​ສອນ​ພາ​ສາ ​ລັດ​ເຊຍ.

ທ່ານ Ermolenko ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ ເວັບ​ໄຊ ສະ​ຫງວນ​ໃຫ້​ນັກ​ສຶກ​ສາຄົ້ນ​ຄ້​ວາ ແລະ ເຮັດທົດ​ລອງ​ບັນ​ດາ​ບົດ​ກວດ​ກາ​ລະ​ດັບ​ພາ​ສາ​ລັດ​ເຊຍ ໂດຍ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ Tomsk ຄົ້ນ​ຄ້​ວາ “SpeakRus” (https://omega.ru-tsu.org). ໄປ​ຄຽງ​ຄູ່​ກັນ​ນັ້ນ, ບັນ​ດາ​ບັນ​ຫາ​ຮີບ​ດ່ວນ​ໃນ​ການ​ສິດ​ສອນ​ພ​າ​ສາ​ລັດ​ເຊຍ ຄື​ພາ​ສາ​ຕ່າງ​ປະ​ເທດ, ການປ​ຽບທຽບ​​ພາ​ສາ​ລັດ​ເຊຍ ແລະ ພາ​ສາ​ຫວຽດ​ນາມ, ແປ​ພ​າ​ສາ, ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ​ໃນ​ການ​ສອນ​ພາ​ສາ ລັດ​ເຊຍ ແລະ ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ທີ່​ໄດ້​ຮັບ​ການ​ປຶກ​ສາ​ຫາ​ລື​ແລ້ວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.