ງານວາງສະແດງແກະສະຫຼັກ ທີ່ມີຊື່ວ່າ “ແນວພັນ” ໄດ້ດຳເນີນຢູ່ຮ່າໂນ້ຍ ໃນລະຫວ່າງວັນທີ 20 – 27 ພຶດສະພາ ຂອງກຸ່ມນັກສິລະປິນ 4 ທ່ານ ເລທຽດເກືອງ, ເລມິງຈີ, ເລງອກທ້ວນ, ຫວູຮຶວຍຸງ, ນີ້ແມ່ນຄັ້ງທຳອິດທີ່ ທ່ານ ເລງອກທ້ວນ ໄດ້ປະກົດຕົວດ້ວຍບັນດາຜະລິດຕະພັນແກະຄວັດສະຫຼັກໄມ້ຄື: ຊ້າງ, ມັງກອນ, ຄວາຍ, ໄກ່ຜູ້ໂອກ...
ບັນດາຜະລິດຕະພັນມີແນວຄິດຈິດໃຈອັນດຽວກັນນັ້ນ ໄດ້ປະຕິບັດຈາກການແນະນຳຂອງນັກຈິດຕະກອນ ເລທຽດເກືອງ: “ວິທີສ້າງຮູບຮ່າງແບບທັນສະໄໝບົນພື້ນຖານວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າເກີຕູ, ໄທຢາງ, ກ໋ວາງນາມ, ເຊິ່ງແມ່ນຊົນເຜົ່າທີ່ເທວະດາດົນບັນດານອາຊີບແກະສະຫຼັກ ແລະການຍິບປັກຖັກແສ່ວ ເກັ່ງທີ່ສຸດໃຫ້”.
ນັກຈິດຕະກອນ ເລທຽດເກືອງ ປະກອບຄຳເຫັນວ່າ: ເລງອກທ້ວນ ໄດ້ເຮັດໃຫ້ມູນເຊື້ອແກະສະຫຼັກໄມ້ຂອງຊາວເຜົ່າເກີຕູ ເປັນສິ່ງທີ່ໃໝ່ອ່ຽມ, ເຮັດໃຫ້ມູນເຊື້ອດັ່ງກ່າວ ບໍ່ຄົງຢູ່ກັບທີ່.
ເລງອກທ້ວນ (ພາບ: VOV5) |
ອ້າຍເລງອກທ້ວນ ຕອບສຳພາດກ່ຽວກັບບັນດາເລື່ອງລາວທີ່ເພິ່ນໄດ້ເລົ່າກັບຜູ້ຊົມທີ່ງານວາງສະແດງຄັ້ງນີ້ຄືດັ່ງນີ້:
ນັກຂ່າວ: ຮຽນອ້າຍເລງອກທ້ວນ, ໂດຍໄດ້ຮູ້ວ່າ ງານວາງສະແດງຄັ້ງນີ້ແມ່ນງານວາງສະແດງແກະສະຫຼັກທຳອິດທີ່ອ້າຍເຂົ້າຮ່ວມ. ອ້າຍໄດ້ເຂົ້າຮ່ວມງານວາງສະແດງ “ແນວພັນ” ນີ້ ຄືແນວໃດ?
ເລງອກທ້ວນ: ເລື່ອງລາວກ່ຽວກັບງານວາງສະແດງເລີ່ມມາຈາກອ້າຍເລທຽດເກືອງ. ຜ່ານບັນດາບົດຂ່າວເວົ້າກ່ຽວກັບທ້ວນ, ໃນມື້ໜຶ່ງບັງເອີນອ້າຍເກືອງ ໄດ້ອ່ານບົດຂຽນຂ່າວກ່ຽວກັບຜູ້ຄົນທີ່ເກັບໄມ້ຖືກປະຖິ້ມແລ້ວ ແລະ ສ້າງບັນດາຜະລິດຕະພັນຕົບແຕ່ງໃນວີນລາ, ໃນຮ້ານອາຫານ, ອ້າຍເກືອງໄດ້ຕິດຕໍ່ກັບຂ້ອຍ. ໃນວິວັດການເຮັດ, ອ້າຍເກືອງເຫັນວ່າ ຂ້ອຍມີຄວາມສາມາດ, ລາວໄດ້ຕັ້ງຫົວຂໍ້ປີ 2022 ລາວຈະຈັດງານວາງສະແດງກ່ຽວກັບແນວພັນ, ຂ້ອຍຄວນເຂົ້າຮ່ວມພ້ອມກັບພວກອ້າຍ. ເລື່ອງລາວເລີ່ມຕົ້ນແຕ່ນັ້ນມາ.
ໃນເບື້ອງຕົນຍັງຮູ້ສຶກວາງຕົວບໍ່ຖືກ ຍ້ອນວ່າ ຂ້ອຍບໍ່ຮູ້ຈະເລີ່ມຕົ້ນແຕ່ໃສ ແລະ ເຮັດຫຍັງ, ແນວພັນແມ່ນຄືແນວໃດ. ອ້າຍເລທຽດເກືອງ ໄດ້ແນະນຳ ຄວນອີງໃສ່ວັດທະນະທຳ, ພິເສດແມ່ນວັດທະນະທຳເກີຕູ. ນັ້ນແມ່ນຈຸດເລີ່ມຕົ້ນຂອງເລື່ອງລາວ. ຍ້ອນວ່າ ຢູ່ ກ໋ວາງນາມ ມີວັດທະນະທຳເກີຕູ ແລະ ຂ້າພະເຈົ້າກໍ່ໄດ້ຊອກຮູ້ຫຼາຍທີ່ສຸດກ່ຽວກັບວັດທະນະທຳດັ່ງກ່າວ.
ນັກຂ່າວ: ນັກຈິດຕະກອນ ເລທຽດເກືອງ ແນະນຳກໍ່ບົນພື້ນຖານຫຼາຍປີມານີ້, ລາວໄດ້ຕິດຕາມວັດທະນະທຳເກີຕູ ໃນວີິວັດການເຮັດວຽກແມ່ນບໍ່? ບັນດາແນວຄິດນັ້ນໄດ້ສ້າງຂຶ້ນແນວໃດ?
ເລງອກທ້ວນ: ກ່ອນນັ້ນ, ເຮົາກໍ່ໄດ້ມີບັນດາແນວຄວາມຄິດ, ກໍ່ປະມານເກືອບ 5 ປີ. ໃນວິວັດການດຳເນີນທຸລະກິດ, ຂ້າພະເຈົ້າໄດ້ໄປຫຼາຍແຫ່ງ, ໄປຕ່າງປະເທດ, ອ່ານໜັງສືພິມ, ເບິ່ງຂ່າວສື່ມວນຊົນ, ແລ້ວເອົາຂໍ້ມູນຈາກຕ່າງປະເທດກ່ຽວກັບວັດທະນະທຳ. ຂ້າພະເຈົ້າກໍ່ໃສ່ໃຈ, ຄ່ອຍໆປູກລ້ຽງໃນຈິນຕະການຂອງຕົນ, ຈົນຮອດເວລາໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມນັ້ນ ເບິ່ງຄືວ່າ ກໍ່ຮອດເວລາເຕີບໃຫຍ່ແລ້ວ. ມີຍ້ອນມີຈຸດເວລາພັກ ດັ່ງນັ້ນ ຂ້າພະເຈົ້າໄດ້ເຮັດບັນດາຜະລິດຕະພັນຄືໃນປັດຈຸບັນ.
ວັດທະນະທຳເກີຕູ ຕາມທີ່ຂ້າພະເຈົ້າຮູ້ສຶກໄດ້ ມັນມີຈຸດດີ ເຖິງວ່າ ເຂົາເຈົ້າບໍ່ໄດ້ຮຽນຢູ່ໃນໂຮງຮຽນ ແຕ່ເຂົາເຈົ້າກໍ່ຖອດຖອນໄດ້ຈາກວັດທະນະທຳໃນການດຳລົງຊີວິດ. ຍົກຕົວຢ່າງຄື ເຂົາເຈົ້າບູຊາເທວະດາຟ້າແຖນ, ຄືໂຕໄກ່ ໄດ້ຕິດຢູ່ໃນເຮືອນ ໝາຍຄວາມວ່າໄກ່ໂຕນັ້ນແມ່ນສິ່ງສັກກະລະບູຊາທີ່ສຸດສຳລັບເຂົາ, ມັນຈະນຳມາເຊິ່ງຄວາມເບີກບານ, ຂັບໄລ່ຜີສາງ ສິ່ງທີ່ຊົ່ວຮ້າຍ... ເປັນຫຍັງເຂົາເຈົ້າຈຶ່ງຕັ້ງຢູ່ຫຼັງຄາເຮືອນ ຫຼື ຢູ່ຕົ້ນກະຖິນ? ເມື່ອປະຊາຄົມເຕົ້າໂຮມກັນເພື່ອຟ້ອນ ແລະ ເຕັ້ນອ້ອມໄກ່ໂຕນັ້ນ... ສ່ວນຫຼາຍ (ສັນຍາລັກດັ່ງກ່າວ) ເຂົາເຈົ້າໄດ້ເອົາມາຈາກການດຳລົງຊີວິດ, ໃນວັດທະນະທຳຂອງເຂົາ. ນຳມາເຊິ່ງຈຸດວັດທະນະທຳໃນການດຳລົງຊີວິດປັດຈຸບັນ ສະແດງອອກຜ່ານທ່ອນໄມ້.
ພິເສດ, ເລື່ອງການນຳໃຊ້ໄມ້ຂອງຊາວເຜົ່າເກີຕູ ມີຈຸດທີ່ດີທີ່ສຸດ ເຊິ່ງຂ້າພະເຈົ້າຍັງຄົງຕິດຕາມ ແລະ ເຮັດ ນັ້ນແມ່ນ ເຂົາເຈົ້າບໍ່ທຳລາຍຕັດໄມ້ປ່າເພື່ອມາແກະສະຫຼັກ. ເມື່ອເຂົາເຈົ້າຢາກເຮັດຮູບໄມ້, ໄມ້ທີ່ເຮັດນັ້ນແມ່ນຕົ້ນທີ່ຫັກໃນປ່າ ຫຼື ໄມ້ໃນປ່າທີ່ໄດ້ປູກ. ເມື່ອນຳໃຊ້ໄມ້ທຳມະຊາດ ເພື່ອເຮັດບ່ອນຝັງສົບ ຫຼື ບໍ່ວ່າສິ່ງໃດທີ່ສຳຄັນໃນວົງຄະນະຍາດ, ຊາວເຜົ່າເກີຕູຕ້ອງຈູດທູບໄຕ້ທຽນ ແລະ ຂໍເທວະດາຟ້າແຖນ ແລະ ເຂົາເຈົ້າຕ້ອງຮູ້ສຶກໄດ້ວ່າ ເທວະດາໄດ້ອະນຸຍາດໃຫ້ເຂົານຳໃຊ້ໄມ້ດັ່ງກ່າວ ຈົ່ງສາມາດຕັດໄມ້ໄດ້.
ເສັ້ນທາງທີ່ຂ້າພະເຈົ້າພວມໄປແມ່ນນຳໃຊ້ໄມ້ທີ່ຖືກປະຖິ້ມ, ພິເສດແມ່ນໄມ້ທີ່ຖືກນ້ຳຖ້ວມນ້ຳແກ່ວງ, ຕ້ອງແມ່ນໄມ້ທີ່ຖືກເຂົາເຈົ້າຖິ້ມແລ້ວ ເຮົາຈິ່ງໄປເອົາ ແລະ ສ້າງເປັນບັນດາຜະລິດຕະພັນທີ່ມີວັດທະນະທຳເກີຕູ ແລະ ໂຮ້ຍອ້າຍ, ພິເສດແມ່ນວັດທະນະທຳກ໋ວາງນາມ ເຂົ້າໄມ້ດັ່ງກ່າວ.
ນັກຂ່າວ: ດ້ວຍຜະລິດຕະພັນກ່ວາ 20 ຢ່າງທີ່ນຳມາງານວາງສະແດງແນວພັນຄັ້ງນີ້ ພ້ອມກັບບັນດານັກສິລະປິນອື່ນໆ, ອ້າຍໄດ້ຄັດເລືອກ Style ແນວໃດໃຫ້ຕົນເອງ?
ເລງອກທ້ວນ: ໃນໄລຍະເບື້ອງແມ່ນຍັງບໍ່ທັນຮູ້, ແຕ່ພາຍຫຼັງເຂົ້າຮ່ວມຢ່າງເລິກເຊິ່ງແລ້ວ ເຮົາກໍ່ມີຄວາມເຂົ້າໃຈໄດ້. ວິວັດການຂ້າພະເຈົ້າໄດ້ກຳເນີດ ແລະ ເຕີບໃຫຍ່ ຢູ່ແຄມແມ່ນ້ຳ, ເຮືອນຊານ, ໝູ່ບ້ານ, ທິວທັດທຳມະຊາດ, ສິ່ງແວດລ້ອມ ຂ້າພະເຈົ້າຮູ້ສຶກໄດ້ ແລະ ມັນເຂົ້າສູ່ຈິນຕະນາການຂອງ ຂ້າພະເຈົ້າຢ່າງເລິກເຊິ່ງ.
ແຕ່ກອ່ນ ຂ້າພະເຈົ້າໄດ້ກຳເນີດຢູ່ແຄມແມ່ນ້ຳໂກກໍ່, ຢູ່ອ້ອມແອ້ມມີເຮືອຫຼາຍລຳ. ເຮືອກໍ່ມີຫຼາຍສີສັນ: ສີຟ້າຂອງນ້ຳທະເລ, ສີຂາວຂອງຟອງຄຶ້ນ, ສີເຫຼືອງຂອງແສງແດດ... ມີຫຼາຍສີຢູ່ໃນເຮືອລຳໜຶ່ງ ໄດ້ເຂົ້າສູ່ຈິດສຳນຶກຂອງຂ້າພະເຈົ້າ. ປັດຈຸບັນ ຂ້າພະເຈົ້າຢາກເຮັດບັນດາຜະລິດຕະພັນດັ່ງກ່າວ ແລ້ວ ຢາກເລົ່າເລື່ອງໃດໜຶ່ງທີ່ກ່ຽວຂ້ອງຜະລິດຕະພັນນັ້ນ? ໃນຂະນະນັ້ນ ໃນຈິດສຳນຶກພັດຫວນຄືນບັນດາຄວາມຊົງຈຳກ່ຽວກັບສີສັນນັ້ນມາ, ແລ້ວບັນດາຄວາມຊົງຈຳນັ້ນເປັນຫຍັງນ້ຳສີບໍ່ເຮັດໃໝ່ ເຊິ່ງແມ່ນນ້ຳສີເກົ່າ ຍ້ອນວ່າ ໃນຄາວນ້ອຍ ຕອນລ່ອງເຮືອ, ເຮົາເຫັນວ່ານ້ຳສີຖືກຈືດຈາງໄປຕາມວັນເວລາ, ເບິ່ງມີຄວາມຮູ້ສຶກຕື້ນຕັນໃຈຫຼາຍ. ນ້ຳຕາ, ຢາດເຫື່ອ, ເຫື່ອແຮງຂອງມະນຸດກໍ່ບັນຈຸໃນເຮືອລຳດັ່ງກ່າວ. ເພາະສະນັ້ນ ຂ້າພະເຈົ້າຮູ້ໄດ້ເຖິງຄຸນຄ່າຂອງໄມ້ນັ້ນຫຼາຍທີ່ສຸດ. ຂ້າພະເຈົ້າເອົາສີສັນນັ້ນເພື່ອເປັນພື້ນຖານໃຫ້ແກ່ເລື່ອງລາວໃນມື້ນີ້ ເພື່ອສ້າງບັນດາຜະລິດຕະພັນເຂົ້າຮ່ວມງານວາງສະແດງ. ມີຈຸດທີ່ຄ້າຍຄືກັນກັບຄວາມຊົງຈຳຄາວຍັງນ້ອຍຂອງຂ້າພະເຈົ້າຢູ່ໃນນັ້ນ.
ນັກຂ່າວ: ຄືຂ້າພະເຈົ້າວາດພາບແມ່ນ ບັນດາຜະລິດຕະພັນຂອງອ້າຍຢາກສະແດງອອກ ເຖິງວ່າທັນສະໄໝແຕ່ຍັງອີງໃສ່ແບບພື້ນເມືອງ ແລະ ມີລັກສະນະພື້ນເມືອງເປັນຕົ້ນ...
ເລງອກທ້ວນ: ສ່ວນຫຼາຍອີງໃສ່ແບບພື້ນເມືອງເປັນຕົ້ນຕໍ. ແຕ່ກີ້ແຕ່ກ່ອນ ພໍ່ແມ່ເຮົາໄດ້ນຳໃຊ້ສິ່ງທີ່ໃກ້ຕົວ, ແທດຈິງ ເພື່ອສ້າງມໍລະດົກຄືໃນປັດຈຸບັນ. ຂ້າພະເຈົ້າຄິດວ່າ ໃນຍຸກທັນສະໄໝນີ້ ມີສິ່ງທີ່ດີງາມຫຼາຍຢ່າງ, ເປັນຫຍັງເຮົາບໍ່ເຮັດໃຫ້ມັນຄືກັນກັບປູ່ຍ່າຕາຍາຍຂອງເຮົາເຮັດ? ນັ້ນແມ່ນພາສາ ແລະ ເລື່ອງລາວຂອງເຮົາ. ແລະຄາວຍັງນ້ອຍ ເຮົາໄດ້ດຳລົງຊີວິດຢູ່ແຄມແມ່ນ້ຳ ດ້ວຍສີສັນ, ຜົນສະທ້ອນຂອງມູນເຊື້ອ.
ນັກຂ່າວ: ອ້າຍຄິດວ່າຈະເຮັດຫຍັງກັບບັນດາຜະລິດຕະພັນຂອງຕົນ?
ເລງອກທ້ວນ: ພາຍຫຼັງຮ່າໂນ້ຍ ແມ່ນບັນດາຜົນງານນີ້ຈະໄດ້ນຳເຂົ້າໄປໄຊງ່ອນ, ຫຼັງຈາກນັ້ນຈະກັບຄືນມາບ້ານເກີດເມືອງນອນໂຮ້ຍອານເພື່ອໃຫ້ທຸກຄົນຮູ້ຈັກເຖິງໂຮ້ຍອານ, ກ໋ວາງນາມ ທີ່ມີຊັບພະຍາກອນ ແລະ ມໍລະດົກວັດທະນະທຳທີ່ໃຫຍ່ຫຼວງທີ່ສຸດ. ຕາມແງ່ມູມຂອງຂ້າພະເຈົ້າ, ຂ້າພະເຈົ້າມີຄວາມປາດຖະໜາຢາກໃຫ້ທຸກຄົນຮູ້ກ່ຽວກັບວັດທະນະທຳ ເກີຕູ ແລະ ຮູ້ຈັກເຖິງ ກ໋ວາງນາມ. ແລະ ຮູ້ຈັກເຖິງບັນດາໄມ້ທີ່ຖືກປະຖິ້ມໃຫ້ລ່ອງລອຍໃນແມ່ນ້ຳ ແລະ ນຳໄປເຊິ່ງວັດທະນະທຳຂອງແມ່ນ້ຳ. ນັ້ນແມ່ນບັນດາພະລັງານທີ່ຕັ້ງໜ້າທີ່ສຸດ.
ນັກຂ່າວ: ຂໍຂອບໃຈ.
ໂດຍກຳເນີດຢູ່ ກ໋ວາງນາມ. ດ້ວຍການແຕ້ມ, ສະຖາປັດຕະຍະກຳ, ແກະສະຫຼັກ, ເລຫງອກທ້ວນ ບໍ່ແມ່ນມືອາຊີບ” ແຕ່ມີຄວາມຫຼົງໄຫຼກ່ຽວກັບວັດທະນະທຳພື້ນເມືອງ ແລະ ມີຄວາມດຸໝັ່ນຝຶກຝົນຫຼໍ່ຫຼອມ ແລະ ພັດທະນາວັດທະນະທຳພື້ນເມືອງ. ເລງອກທ້ວນ ໄດ້ຮັບລາງວັນແນວຄວາມຄິດການອອກແບບເຮືອນໃນຝັນ 2017 (ການປະກວດໂດຍວາລະສານສະຖາປັດຕະຍະກຳ - ສະມາຄົມສະຖາປະນິກຫວຽດນາມ ແລະ ກຸ່ມບໍລິສັດ ແທັກບ່ານ ຈັດຂຶ້ນ. |
ບຸນຄົງ