ບໍລິການລົດເມຟຣີ “Hanoi City tour” ໃຫ້ແກ່ຜູ້ແທນຊີເກມ 31

11:05 | 14/05/2022

ຍ​ສ​ໝ - ສັ້ນທາງ​ລົດ​ເມ “Hanoi City tour” ​ແມ່ນ​ເສັ້ນທາງ​ລົດ​ເມ​ສອງ​ຊັ້ນ​ແຫ່ງ​ທຳ​ອິດ​ຂອງ​ຮ່າ​ໂນ້ຍ ໂດຍໄປຜ່ານ 25 ​ເສັ້ນທາງ, ​ໃນ​ນັ້ນ​ມີ 15 ຈຸດຢຸດ, ​ເຊິ່ງ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ພົ້ນ​ເດັ່ນ​ຂອງ​ນະຄອນຫຼວງ.

ຈຳໜ່າຍຊຸດສະແຕມ “ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 – SEA Games 31” ຈຳໜ່າຍຊຸດສະແຕມ “ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 – SEA Games 31”
ມີ​ບໍ​ລິ​ສັດ​ທ່ອງ​ທ່ຽວຫຼາຍ​ແຫ່ງ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ​ພ້ອມ​ກັນເປີດ​ຂາຍ tour ໄປ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ ມີ​ບໍ​ລິ​ສັດ​ທ່ອງ​ທ່ຽວຫຼາຍ​ແຫ່ງ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ​ພ້ອມ​ກັນເປີດ​ຂາຍ tour ໄປ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ
ບໍລິການລົດເມຟຣີ “Hanoi City tour” ໃຫ້ແກ່ຜູ້ແທນຊີເກມ 31
ພາບ​ປະ​ກອບ: baotintuc.vn

ໂດຍປະຕິບັດ​ແຜນການ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ກ່ຽວ​ກັບ​ການຈັດ​ຕັ້ງ​ງານ​ມະຫາ​ກຳ​ກິລາ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້​ຄັ້ງ​ທີ 31 (SEA Games 31), ພະແນກ​ທ່ອງ​ທ່ຽວ​ສົມທົບ​ກັບ​ບໍລິສັດໃຫຍ່​ຂົນ​ສົ່ງ​ຮ່າ​ໂນ້ຍ ຜັນ​ຂະ​ຫຍາຍບັນດາລາຍ​ການ​ການ​ບໍ​ລິ​ການ​ລົດ​ເມ​ສອງ​ຊັ້ນ “Hanoi City tour” ໂດຍ​ບໍ່​ເສຍ​ຄ່າ ເພື່ອ​ຊ່ວຍ​ໃຫ້​ແຂກ​ຄົ້ນ​ຫາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ໃຈ, ບັນ​ດາ​ທັດ​ສະ​ນີ​ສະ​ພາບ​ຂອງ​ນະ​ຄອນ ຮ່າ​ໂນ້ຍ.

ຕາມນັ້ນແລ້ວ, ກໍລະນີບ​ໍ່​ຕ້ອງ​ເສຍ​ເງິນແມ່ນບັນດາຜູ້ແທນເຂົ້າຮ່ວມງານມະຫາກຳກິລາຊີເກມຄັ້ງທີ 31 ຢູ່ຮ່າໂນ້ຍ ລວມມີບັນດາແຂກ, ຄະນະຜູ້ແທນ, ນັກກິລາ, ຄູຝຶກ, ນັກຂ່າວສາກົນ ແລະ ຫວຽດນາມ. ລົດເມແລ່ນແຕ່ 9 ໂມງເຊົ້າຫາ 5 ໂມງແລງທຸກໆວັນ, ໃນເດືອນພຶດສະພາ 2022.ສັ້ນທາງ​ລົດ​ເມ “Hanoi City tour” ​ແມ່ນ​ເສັ້ນທາງ​ລົດ​ເມ​ສອງ​ຊັ້ນ​ແຫ່ງ​ທຳ​ອິດ​ຂອງ​ຮ່າ​ໂນ້ຍ ໂດຍໄປຜ່ານ 25 ​ເສັ້ນທາງ, ​ໃນ​ນັ້ນ​ມີ 15 ຈຸດຢຸດ, ​ເຊິ່ງ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ພົ້ນ​ເດັ່ນ​ຂອງ​ນະຄອນຫຼວງ​ຄື: ໂຮງ​ລະຄອນ​ໃຫຍ່, ໂບດໃຫຍ່​ຮ່າ​ໂນ້ຍ, ອະນຸສາວະລີ​ເຈົ້າ​ຊີວິດ​ເລ​ໄທ​ໂຕ, ຫຼັກ​ທຸງ​ຮ່າ​ໂນ້ຍ, ສຸ​ສານປະທານ​ໂຮ່​ຈີ​ມິນ, ວິ​ຫານ ກວນ​ແທງ, ວັດ ເຈິນກວັກ, ຫໍພິພິທະ​ພັນ ​ໂຮ່ຈີ​ມິນ, ກຳແພງພະລາຊະວັງ ທັງ​ລອງ, ວັນ​ມຽວກວັກ​ຕື​ຢາມ, ຄຸກ​ຮ​ວາ​ລໍ, ຫໍ​ພິ​ພິທ​ະ​ພັນ​ແມ່​ຍິງ ຫວຽດ​ນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.