![]() |
ນີ້ແມ່ນການເຄື່ອນໄຫວກິລາທີ່ມີຄວາມໝາຍໂດຍສະຖານທູດຫວຽດນາມ ປະຈຳລາວ ຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ 2 ກັນຍາ. ໄດ້ມີການເຂົ້າຮ່ວມຂອງນັກກິລາເກືອບ 60 ຄົນ ເຊິ່ງເປັນພະນັກງານ, ລັດຖະກອນຂອງສະຖານທູດ, ອົງການຕາງໜ້າ, ສະມາຄົມຊາວຫວຽດນາມ ແລະ ວິສາຫະກິດຫວຽດນາມ ຢູ່ລາວ. ຜ່ານບັນດາການເຄື່ອນໄຫວກິລາດັ່ງກ່າວ, ພະນັກງານບັນດາອົງການຜູ້ຕາງໜ້າ, ປະຊາຄົມ ແລະ ວິສາຫະກິດ ຫວຽດນາມ ຢູ່ ລາວ ໄດ້ມີໂອກາດພົບປະ, ແລກປ່ຽນ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ສ້າງກຳລັງໃຈ, ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອເຮັດວຽກງານລວມ. ໃນບັນຍາກາດທີ່ເບີກບານມ່ວນຊື່ນ, ຕື່ນເຕັ້ນ ແລະ ມີຄວາມເຂັ້ມແຂງ, ການແຂ່ງຂັນຂອງນັກກິລາສມັກເລ່ນໄດ້ດຳເນີນໄປຢ່າງໜ້າສົນໃຈ. ໃນຕອນທ້າຍຂອງການແຂ່ງຂັນ, ຄະນະຈັດຕັ້ງໄດ້ມອບ 6 ລາງວັນ ປະກອບມີ ລາງວັນທີ 1, ທີສອງ, ທີສາມ ໃຫ້ແກ່ນັກກິລາຄູ່ຊາຍ ແລະ ຄູ່ຊາຍ-ຍິງ ໃຫ້ແກ່ນັກກິລາ. (ພາບ: VOV) |
![]() | ຟົດຟື້ນລາງວັນ Pickleball ເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມ ຍສໝ - ຕາມນັກຂ່າວສຳນັກຂາວສ່ານຫວຽດນາມ ປະຈຳ ລາວ, ຕອນບ່າຍວັນທີ 8 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ຈັດຕັ້ງງານແຂ່ງຂັນ Pickleball ເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ (1945 – 2025) ແລະ ວັນຊາດ (2 ... |
![]() | ບໍລິສັດຫຸ້ນສ່ວນທ່າກຳປັ່ນສາກົນ ລາວ-ຫວຽດ ເບິ່ງແຍງຊີວິດຄົນງານເປັນຢ່າງດີ ຍສໝ - ບໍລິສັດຫຸ້ນສ່ວນທ່າກຳປັ່ນສາກົນ ລາວ-ຫວຽດ ແມ່ນວິສາຫະກິດມີການລົງທຶນຕ່າງປະເທດ ດຳເນີນທຸລະກິດໃນຂົງເຂດຂົນສົ່ງສິນຄ້າຢູ່ທ່າກຳປັ່ນ ຫວູງອາງ (ແຂວງ ຮ່າຕິ້ງ). ນີ້ແມ່ນຫົວໜ່ວຍທີ່ໄດ້ປະຕິບັດບັນດາລະບອບ, ນະໂຍບາຍ ແລະ ເກື້ອກູນໃຫ້ຜູ້ແຮງງານເປັນຢ່າງດີ, ໄດ້ສະເໜີໃຫ້ກຽດເປັນ “ວິສາຫະກິດເພຶ່ອໃຫ້ຄົນງານ ໃນປີ 2025”. |