ມີ​ບໍ​ລິ​ສັດ​ທ່ອງ​ທ່ຽວຫຼາຍ​ແຫ່ງ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ​ພ້ອມ​ກັນເປີດ​ຂາຍ tour ໄປ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ

11:21 | 20/02/2022

ຍ​ສ​ໝ - ມີ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວຫຼາຍ​ແຫ່ງ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ ພ້ອມ​ກັນ​ເປີດຂາຍ tour ໄປ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ (outbound) ພາຍຫຼັງ​ລັດ​ຖະ​ບານ​ອະ​ນຸ​ຍາດ​ເປີດ​ທຸກ​ຖ້ຽວ​ບິນ​ປົກ​ກະ​ຕິ​ສາ​ກົນ ​ນັບ​ແຕ່​ວັນ​ທີ 15 ກຸມ​ພາ.

ບັນ​ດາ​ບໍ​ລິ​ສັດ​ການ​ບິນ​ພ້ອມ​ແລ້ວ​ທີ່​ຈະ​ເຊື່ອມ​ຕໍ່​ຖ້ຽວ​ບິນ​ສາ​ກົນ ບັນ​ດາ​ບໍ​ລິ​ສັດ​ການ​ບິນ​ພ້ອມ​ແລ້ວ​ທີ່​ຈະ​ເຊື່ອມ​ຕໍ່​ຖ້ຽວ​ບິນ​ສາ​ກົນ
ທ່ານ​ນາ​ຍົກ​ລ​ັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ປະ​ທານ, ຜູ້​ບໍ​ລິ​ຫານ​ກຸ່ມ​ບໍ​ລິ​ສັດ Pfizer Albert Bourla ທ່ານ​ນາ​ຍົກ​ລ​ັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ປະ​ທານ, ຜູ້​ບໍ​ລິ​ຫານ​ກຸ່ມ​ບໍ​ລິ​ສັດ Pfizer Albert Bourla
ມີ​ບໍ​ລິ​ສັດ​ທ່ອງ​ທ່ຽວຫຼາຍ​ແຫ່ງ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ​ພ້ອມ​ກັນເປີດ​ຂາຍ tour ໄປ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ
ພາບ​ປະ​ກອບ: VOV

ບໍ​ລິ​ສັດ​​ທ່ອງ​ທ່ຽວ Saigontourist ໄດ້​ຕັດ​ສິນ​ໃຈ​ເລີ່ມ​ເຄື່ອນ​ໄຫວ​ການ​ຕະຫຼາດ (outbound) ດ້ວຍ 2 tour ຫຼັກ ເຊິ່ງເຄີຍ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ທີ່​ສຸດ ເມື່ອ​ຍັງ​ບໍ່​ເກີດ​ໂລກ​ລະ​ບາດ ນັ້ນ​ແມ່ນ​ການ​ທ່ອງ​ທ່ຽວ​ຢູ່​ເຂດ​ຝັ່ງ​ທາງ​ທິດ​ຕາ​ເວັນ​ຕົກ ອາ​ເມ​ລິ​ກາ ສົມ​ທົບ​ກັບ​ການ​ຢ້ຽມ​ຢາມ​ພີ່​ນ້ອງ 5 ວັນ 4 ຄື​ນ.

ສ່ວນ​ບໍ​ລິ​ສັດ​ການ​ທ່ອງ​ທ່ຽວ Vietravel, ນອກ​ຈາກ 2 ຜະ​ລິດ​ຕະ​ພັນ​ໄປ​ຍັງ ອາ​ເມ​ລິ​ກາ ແລະ Maldiver ແລ້ງ ກໍຍັງ​ມີ tour ເອີ​ລົບ (ໂຮນ​ລັງ - ເຢຍ​ລະ​ມັນ - ແບບ​ຊິກ - ຝ​ລັ່ງ) 11 ວັນ ແລະ ບັນ​ດາ tour ໄປ​ຍັງ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄື: ໄທ, ກຳ​ປູ​ເຈຍ 4 – 5 ວັນ. ພິ​ເສດ​ຫົວ​ໜ່ວຍນີ້​ຍັງ​ເປີດ tour ໄປ​ຍັງ ກາ​ຕາ ​ຮັບ​ຊົມ Worldcup ໃນ​ເດືອນ​ພະ​ຈິກ ແລະ ເດືອນ​ທັນ​ວາ ປີ 2022.

ຢູ່ BenThanh Tourist, ບັນ​ດາ tour ແຂກ​ທ່ອງ​ທ່ຽວລາຍຍ່ອຍ ແລະ tour ຄະ​ນະ MICE ໄປ​ຍັງ Maldives, Dubai, ອາ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ໄທ, ກຳ​ປູ​ເຈຍ, ຟີ​ລິບ​ປິນ...) ກໍ່​ໄດ້​ກຽມ​ພ້ອມ, ແຂກ​ທ່ອງ​ທ່ຽວ​ສາ​ກົນ​ສາມາດເລີ່ມ​ເດີນ​ທາງ​ແຕ່​ເດືອນ​ມີ​ນາ ປີ 2022.

ບໍ​ລິ​ສັດ​ທ່ອງ​ທ່ຽວ Golden Smile Travel ກໍ່​​​ເລືອກເອົາ tour Dubai - Abu Dhahi ເພື່ອ​ເປີດ​ຂາຍ​ໃນ​ໂອ​ກາດນີ້ ຍ້ອນ​ວ່າ ປະ​ເທດ​ອາ​ຣັບ​ບິ ຊາ​ອຸ​ດິ ເອ​ກະ​ພາບ​ ໃນ​ປັດ​ຈຸ​ບັນ​ມີ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ຢ່າງ​ສະດວກສະບາຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.