ອັດ​ຕາ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຫວຽດ​ນາມ ໃນ​ໄລ​ຍະ 10 ປີ​ທີ່​ຜ່ານ​ມາ​ແມ່ນເປັນໜ້າ​ປະ​ທັບ​ໃຈ

10:39 | 30/04/2022

ຍສໝ - ຕາມ​ມາດ​ຕະ​ຖານ​ປະ​ເທດ​ມີ​ລາຍ​ຮັບ​ປານ​ກາງ​ຕ່ຳ​ຂອງ​ທະ​ນາ​ຄານ​ໂລກ, ອັດ​ຕາ​ຄວາມ​ທຸກ​ຍາກ​ຢູ່​ຫວຽດ​ນາມ ໄດ້​ຫຼຸດ​​ຈາກ 16,8% ລົງເປັນ 5% ໃນ​ໄລ​ຍະ 2010-2020, ມີ​ກວ່າ 10 ລ້ານ​ຄົນ ໄດ້ຮັບການ​ໜູນ​ຊ່ວຍ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ.

ຫວຽດນາມ ຂອບ​ໃຈ​ບັນດາ​ຄວາມ​ມານະ​ພະຍາຍາມ​ທາງ​ການ​ທູດ​ຂອງ​ເພື່ອນ​ມິດ​ ອາ​ເມ​ລິ​ກາ ທີ່​ສະໜິດສະໜົມ McAuliff ຫວຽດນາມ ຂອບ​ໃຈ​ບັນດາ​ຄວາມ​ມານະ​ພະຍາຍາມ​ທາງ​ການ​ທູດ​ຂອງ​ເພື່ອນ​ມິດ​ ອາ​ເມ​ລິ​ກາ ທີ່​ສະໜິດສະໜົມ McAuliff
ຫວຽດ​ນາມ ມີ​ຄວາມ​ປາດ​ຖ​ະ​ໜາຢາກ​ປະ​ກອບ​ສ່​ວນ​ເຂົ້າ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ໂລກ ເພື່ອ​ແນ​ໃສ່​ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ ຫວຽດ​ນາມ ມີ​ຄວາມ​ປາດ​ຖ​ະ​ໜາຢາກ​ປະ​ກອບ​ສ່​ວນ​ເຂົ້າ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ໂລກ ເພື່ອ​ແນ​ໃສ່​ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ

ສະ​ນັ້ນ, ໃນ 10 ປີ​ຜ່ານ​ມາ, ອັດ​ຕາ​ຄວາມ​ທຸກ​ຍາກ​ຢູ່​ຫວຽດ​ນາມ ໄດ້​ຫຼຸດ​ລົງ​ຢ່າງ​ໜ້າ​ປະ​ທັບ​ໃຈ. ນີ້​ແມ່ນ​ຂໍ້​ມູນ​ຂອງ​ທະນາຄານ​ໂລກ​ປະຈຳ​ຫວຽດນາມ ຍົກອອກໃນ ການປະກາດບົດ​ລາຍ​ງານ​ການ​ຕີ​ລາຄາສະພາບ​ຄວາມ​ທຸກ​ຍາກ ​ແລະ ຄວາມ​ສະ​ເໝີ​ພາບລະຫວ່າງຍິງ-ຊາຍ​ຢູ່​ຫວຽດນາມ ​ໃນ​ປີ 2022 – ຈາກ​ໄລຍະ​ສຸດ​ທ້າຍ​ເຖິງ​ໄລຍະ​ຕໍ່​ໄປ, ​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 28 ເມສາ, ຢູ່​ຮ່າ​ໂນ້ຍ.

ອັດ​ຕາ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຫວຽດ​ນາມ ໃນ​ໄລ​ຍະ 10 ປີ​ທີ່​ຜ່ານ​ມາ​ແມ່ນເປັນໜ້າ​ປະ​ທັບ​ໃຈ
ພາບປະກອບ: TTXVN

​ໃນ​ບົດ​ລາຍ​ງານ, ທະນາຄານ​ໂລກ​ໄດ້​ຕີ​ລາຄາ​ຫວຽດນາມ ​ເປັນ​ປະ​ເທດ​ທີ່ຂະຫຍັນຂັນເຄື່ອນໃນວິວັດການ​ຫັນປ່ຽນ. ບັນດາຕົວເລກ​ສະ​ແດງ​ໃຫ້​ເຫັນ​ວ່າ, ຫວຽດ​ນາມ ພວມ​ໄປ​​ຖືກ​ທິດ, ມີ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ​ໃນ​ດ້ານ​ເສດ​ຖະ​ກິດ ແລະ ສັງ​ຄົມ. ຕາມ​ທະນາຄານ​ໂລກ ​ແລ້ວ, ຫວຽດນາມ ​ໄດ້​ມີ​ຄວາມ​ຄືບ​ໜ້າ​ດ້ານ​ເສດຖະກິດ - ສັງຄົມ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ບໍ່​ຮອດ​ເຄິ່ງສະຕະວັດ​ນັບ​ແຕ່​ສົງຄາມ​ສິ້ນ​ສຸດ​ລົງ”, ທະນາຄານ​ໂລກ​ຢືນຢັນ.

ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດຢູ່ລະດັບ​ສູງ​ແຕ່ມີລັກສະສະກວມ​ລວມ​ ແລະ ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຫວຽດ​ນາມ​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຫຼວງ​ຫຼາຍ. ເປັນທີ່ໜ້າສົນໃຈ, ອັດຕາ​ຄວາມ​ທຸກ​ຍາກ​ໃນ​ບາງ​ກຸ່ມ​ຄົນ​ທຸກ​ຍາກ​ຍາວນານ ​ໄດ້​ຫຼຸດ​ລົງ​ເກືອບ​ເຄິ່ງໜຶ່ງ​ໃນ​ລະຫວ່າງ​ປີ 2010 ຫາ 2020, ລວມທັງ​ກຸ່ມ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ຄອບຄົວ​ຢູ່​ພາກ​ເໜືອ​ກາງ ​ແລະ ພູ​ດອຍພາກເໜືອ. ຕາມ​ທະນາຄານ​ໂລກ​ແລ້ວ, ການ​ເຕີບ​ໂຕ​ຂອງ​ຫວຽດນາມ ​ໃນ​ທົດ​ສະ​ວັດ​ຜ່ານ​ມາ​ຢູ່ຫວຽດນາມ ມີລັກສະນະກວມລວມ​ຍ້ອນການ​ປັບປຸງ​ສະຫວັດດີ​ການ.

ບູນມີ

ເຫດການ
302 Found

Found

The document has moved here.