ເປີດຖະໜົນຍ່າງກາງຄືນພະລາຊະວັງ ເຫ້ວ

06:30 | 25/04/2022

ຖະໜົນຍ່າງກາງຄືນພະລາຊະວັງ ເຫ້ວ ເປີດເຄື່ອນໄຫວ ແຕ່ເວລາ 19 ໂມງ ຫາເວລາ 23 ໂມງໃນວັນສຸກ, ວັນເສົາ ປະຈຳອາທິດ.

ວັນ​ບຸນ ​ວັງ​ເຫ້ວ​ນາມ - ຈຸດ​ຄວາມ​ງາມ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ເຫ້ວ ວັນ​ບຸນ ​ວັງ​ເຫ້ວ​ນາມ - ຈຸດ​ຄວາມ​ງາມ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ເຫ້ວ
ພິທີປິດງານບ​ຸນເຟດສະຕີວານ ເຫ້ວ 2018 ພິທີປິດງານບ​ຸນເຟດສະຕີວານ ເຫ້ວ 2018
ເປີດຖະໜົນຍ່າງກາງຄືນພະລາຊະວັງ ເຫ້ວ
ຖະໜົນຍ່າງກາງຄືນພະລາຊະວັງ ເຫ້ວ ເປີດເຄື່ອນໄຫວ

ຕອນຄ່ຳວັນທີ 22 ເມສາ, ຢູ່ສະໜາມຫຼວງ ງໍ້ມົນ, ຄະນະກຳມະການປະຊາຊົນນະຄອນ ເຫ້ວ ແລະ ສູນອະນຸລັກຮັກສາມໍລະດົກກຸງເກົ່າ ເຫ້ວ, ແຂວງ ເທື່ອທຽນ - ເຫ້ວ ໄດ້ຈັດພິທີໄຂຖະໜົນຍ່າງກາງຄືນພະລາຊະວັງ ເຫ້ວ.

ຖະໜົນຍ່າງກາງຄືນພະລາຊະວັງ ເຫ້ວ ເປີດເຄື່ອນໄຫວ ແຕ່ເວລາ 19 ໂມງ ຫາເວລາ 23 ໂມງໃນວັນສຸກ, ວັນເສົາ ປະຈຳອາທິດ. ຖະໜົນຍ່າງກາງຄືນພະລາຊະວັງ ເຫ້ວ ແມ່ນຜະລິດຕະພັນສົມທົບລະຫວ່າງຖະໜົນຍ່າງ ແລະ ບັນດາລາຍການສະແດງສິລະປະ, ເຂດວາງສະແດງ, ຂາຍຜະລິດຕະພັນອາຊີບທີ່ເປັນມູນເຊື້ອ ແລະ ອາຫານການກິນ ເຫ້ວ. ທ່ານ ວໍເລເຍິດ, ປະທານຄະນະກຳມະການປະຊາຊົນນະຄອນ ເຫ້ວ, ໃຫ້ຮູ້ວ່າ:

“ຖະໜົນຍ່າງກາງຄືນພະລາຊະວັງ ເຫ້ວ” ມີສີສັນວັດທະນະທຳມໍລະດົກ ແລະ ມີຈຸດພິເສດແມ່ນບັນດາລາຍການສະແດງສິລະປະທີ່ມີລັກສະນະມໍລະດົກວັດທະນະທຳພື້ນເມືອງ ເພື່ອປະກອບສ່ວນເຂົ້າໃນສິລະປະຖະໜົນຍ່າງນີ້. ນອກຈາກ ການລະຫຼີ້ນພື້ນເມືອງ, ລາຍການສະແດງທີ່ເປັນເອກະລັກສະເພາະຂອງນະຄອນ ແລ້ວ ບັນດາຜະລິດຕະພັນ, ໝູ່ບ້ານອາຊີບເຄື່ອງສິລະປະຫັດຖະກຳຂອງ ເຫ້ວ ກໍ່ຈະໄດ້ນຳມາວາງຂາຍຢູ່ເຂດນີ້”.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.