ວັນ​ບຸນ ​ວັງ​ເຫ້ວ​ນາມ - ຈຸດ​ຄວາມ​ງາມ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ເຫ້ວ

14:00 | 06/04/2022

ຍ​ສ​ໝ - ວັນ​ທີ 4 ເມ​ສາ, ພະ​ແນກວັດ​ທະ​ນະ​ທຳ ແລະ ກິ​ລາ ແຂວງ ເທື່ອ​ທ້ຽວເຫ້ວ, ສູນ Festival ເຫ້ວ ໄດ້​ສົມ​ທົບ​ກັບ​ຄະ​ນະ​ອຸ​ປະ​ຖຳ​ວັງ ເຫ້ວ​ນາມ ຈັດ​ຕັ້ງ​ວັນ​ບຸນ ວັງ​ເຫ້ວ​ນາມ.

ຫວຽດ​ນາມ ມີ​ຄວາມ​ປາດ​ຖ​ະ​ໜາຢາກ​ປະ​ກອບ​ສ່​ວນ​ເຂົ້າ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ໂລກ ເພື່ອ​ແນ​ໃສ່​ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ ຫວຽດ​ນາມ ມີ​ຄວາມ​ປາດ​ຖ​ະ​ໜາຢາກ​ປະ​ກອບ​ສ່​ວນ​ເຂົ້າ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ໂລກ ເພື່ອ​ແນ​ໃສ່​ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ
ສາລາ ກິມເງິນ- ຈຸດ​ພົ້ນ​ເດັ່ນ​ຂອງ​ການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ເມື່ອ​ມາ​ຢ້ຽມ​ຢາມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ ສາລາ ກິມເງິນ- ຈຸດ​ພົ້ນ​ເດັ່ນ​ຂອງ​ການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ເມື່ອ​ມາ​ຢ້ຽມ​ຢາມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ
ວັນ​ບຸນ ​ວັງ​ເຫ້ວ​ນາມ - ຈຸດ​ຄວາມ​ງາມ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ເຫ້ວ
ພິ​ທີ​ແຫ່​ຂະ​ບວນ (ພາບ: baophapluat.vn)

ວັນ​ບຸນວັງ​ເຫ້ວ​ນາມ (ຫຼື​ວັງ​ຮ່ອນ​ແຈ໊ນ) ແມ່ນ​ວັນ​ບຸນ​ທີ່​ເປັນ​ມູນ​ເຊື້ອ​ໄດ້​ຕິດ​ພັນ​ກັບ​ປັດ​ໄຈ​ວັດ​ທະ​ນະ​ທຳ ສັກ​ກະ​ລະ​ບູນ​ຊາ ເຈົ້າ​ແມ່ ອີ​ອາ​ນາ. ວັນ​ບຸນ​ເຄີຍ​ໄດ້​ຈັດ​ຕັ້ງ​ໃນ​ເດືອນ​ມີ​ນາ ແລະ ເດືອນ​ກໍ​ລະ​ກົດ​ທຸກ​ປີ.

ທ່ານ​ຟານ​ແທັງ​ຫ໋າຍ, ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ ແລະ ກິ​ລາ ແຂວງ ເທື່ອ​ທຽນ​ເຫ້ວ ໃຫ້​ຮູ້​ວ່າ ວັນ​ບຸນ​ວັງ​ຮ່ອນ​ແຈ໊ນ ປີ 2022 ມີ​ຮູບ​ພາບ​ທີ່​ໃໝ່​ອ່ຽມ ແລະ ເປັນ​ເອ​ກະ​ລັກ​ສ​ະ​ເພາະ. ໄປ​ຄຽງ​ຄູ່​ກັບ​ພິ​ທີ​ແຫ່ເທວະ​ດາ​ດ້ວຍ​ເຮືອ​ທີ່​ເປັນ​ມູນ​ເຊື້ອແລ້ວ, ວັນ​ບຸນ​ຈະ​ວາດ​ພາບຄືນ ແລະ ສ້າງ Carnival ພື້ນເມືອງ​ທີ່​ດຶງ​ດູດ​ໃຈ, ແຜ່​ກະ​ຈາຍ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ບັນ​ດາ​ຊຸດ​ອາ​ພອນ​ແຕ່​ກີ້ແຕ່ກອນ​ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ, ສົມ​ທົບ​ກັບ​ວາດ​ຟ້ອນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະຂອງ​ຄວາມ​ເຊື່ອຖື​ບູ​ຊາ​ເຈົ້າ​ແມ່ ທີ່​ມີ​ຂອບ​ຂະ​ໜາດງານບຸນ​ໃຫຍ່​ທີ່​ສຸດ ຫວຽດ​ນາມ ຜ່ານ​ວັນ​ບຸນ​ແຫ່​ທາງ​ບົກ​ເພື່ອ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ ແລະ ແຂ​ກ​ທ່ອງ​ທ່ຽວ​ຄົ້ນ​ຫາ, ເຂົ້າ​ຊົມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.