ພິທີປິດງານບ​ຸນເຟດສະຕີວານ ເຫ້ວ 2018

10:50 | 03/05/2018

ຕອນຄ່ຳວັນທີ 2/5/2018 ທີ່ ຈະຕຸລັດ ເງາະໂມນ, ດ້າຍໂນ້ຍ, ນະຄອນເຫ້ວ, ແຂວງ ເທື່ອທຽນເຫ້ວ ໄດ້ຈັດພິທີປິດງານເຟດສະຕີວານເຫ້ວ 2018, ງານບຸນຄັ້ງນີ້ດຶງດູດນັກທ່ອງທ່ຽວຫຼາຍພັນຄົນທັງໃນແລະຕ່າງປະເທດເຂົ້າຮ່ວມ. ນີ້ແມ່ນງານລ້ຽງສິນລະປະທີ່ມີຄວາມສຸກໂດຍການເຂົ້າຮ່ວມຂອງຄະນະສິລະປະກອນຂອງຫຼາຍປະເທດ.

ພິທີປິດງານບ​ຸນເຟດສະຕີວານ ເຫ້ວ 2018

​ພິ​ທີ​ປິດ​ງານ​ບຸນ​ເຟດ​ສະ​ຕີ​ວານ​ເຫ້ວ 2018. (ພາບ: ​ເຢີນ​ຈິ)

ຫຼັງ 6 ວັນ ​ທີ່​​ໄດ້​ຈັດ​ງານບຸນເຟ​ດ​ສ​ະຕີ​ວານ ຄັ້ງ​ທີ 10 ປີ 2018 (27/4-02/5), ປະ​ຊາ​ຊົນ, ນັກ​ທ່ອງ​ທ່ຽວ​ຕ່າງ​ແຂວງ ແລະ ຕ່າງ​ປະ​ເທດ ຕ່າງ​ມີ​ຄວາມຕື່ນ​ເຕັ້ນ​ໃນ​ບັນ​ຍາ​ກາດ​ຂອງ​ງານ​ບຸນ. ໂດຍ​ຫົວ​ຂໍ້ "ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ, ເຫ້ວ - ແມ່ນ​ໜື່ງ​ສະ​ຖານ​ທີ່​ໄປ​ສູ່ 5 ມໍ​ລະ​ດົກ​ອື່ນ", ໃນ​ງານ​ໄດ້​ໂຮມ​ບັນ​ດາ​ລາຍ​ການ​ສິນ​ລະ​ປະ​ລາ​ກ​ສີ​ສັນ, ເຕັມ​ໄປ​ດ້ວຍ​ເຄື່ອງ​ໝາ​ມ​ຂອງວັດ​​ຖະ​ນະ​ທຳ​ອັນ​ເດັ່ນ​ຂອງ ຫວຽດ​ນາມ ແລະ ຂອງໂລ​ກ.

ມີນັກ​ສິນ​ລະ​​ປະ,ນັກ​ສະ​ແດງ​ມື​ອາ​ຊີບ ເກືອບ 1.400ຄົນ​ເຂົ້າ​ຮ່ວມ, (ໃນ​ນັ້ນ ມີນັກ​ສິນ​ລະ​ປະ 388ຄົນ ຈາກ 24 ຄະ​ນະສິນ​ລະ​ປະຕ່າງ​ເທດ, ມີ ນັກ​ສະ​ແດງ, ນັກ​ສິນ​ລະ​ປະ, ນັກ​ຮ້ອງພາຍ​ໃນເກືອບ 1.000ຄົນ) ແລະ ນັກ​ສິນ​ລະ​ປະ​ຫຼາຍ​ພັນ​ຄົນ, ນັກ​ສະ​ແດງ​ມະ​​ຊົນເຂົ້າ​ຮ່ວມ ໃນ 38 ລາຍ​ການ​ສິ​ນ​ລະ​ປະ​ອັນ​ເດັ່ນ(​ຈາກ 80 ລາ​ຍການ​ສະ​ແດງ) ແລະ ​ມີ​ເກືອບ 50 ການ​ສະ​ແດງ​ສິນລະ​ປະ​ຂອງ​ມວນ​ຊົນ ​ເຮັດ​ໃຫ້ງານ​ບຸນ​ທີ່​ເຕັ​ມ​ໄປ​ດ້ວຍ​ສີ​ສັນ . ທຸກໆ​ຢ່າງໃນ​ງານ​ບຸນ​ໄດ້​ເຮັດ​ໃຫ້​ງານ​ມີ​ຄວາມອຸ​ດົມ​ສົມ​ບູນ, ຫຼາກ​ຫຼາຍ, ມີ​ຄວາມ​ດູດ​ດື່ມ​ສູງ​ຈາກ​ລາຍ​ການ​ສິນ​ລະ​ປະ, ສ້າງ​ມຸມມອງ​ຂອງ​ງານ​ບຸນ​ລະ​ດັບ​ຊາດ​ຂື້ນ​ສູ່​ສາ​ກົນ ເຮັດ​ໃຫ້​ການ​ແລກ​ປ່ຽນ​ສິນ​ລະ​ປະ​ເພີ່ມ​ຂື້ນ.

ງາ​ນ​ບຸນ​ເຟດ​ສ​ະຕີ​ວານ​ເຫ້ວ 2018 ດຶງ​ດູດ​ຄົນ​ເຂົ້າ​ຮ່ວມ​ເກືອບ 1,2 ລ້ານ​ຄົນ ແລະ ອີງ​ຕາມ​ສະ​ຖິ​ຕິ​ຂອງ​ພະ​ແນ​ກ​ທ່ອງ​ທ່ຽວ​ຂອງ​ແຂວງ​ເທື່​ອ​ທຽນ​ເຫ້ວ ນັກ​ທ່ອງ​ທ່ຽວ​ຕົວ​ຈິງ​ແມ່ນ​ປະ​ມານ 400.000ຄົນ.

ງາ​ນ​ບຸນ​ເຟດ​ສ​ະຕີ​ວານ​ເຫ້ວ 2018 ໄດ້​ປິດ​ລົງ​ດ້ວຍ​ບັນ​ຍາ​ກາດ​ການ​ແລກ​ປ່ຽນ​ສິນ​ລະ​ປະ ແລະ ຄວາມ​ສາ​ມັກ​ຄີ​ຂອງມວນ​ມະ​ຫາ​ຊົນ, ພ້ອມ​ກັນ​ກ້າວ​ເດີນ​ໄປ​ສູ່​ເປົ້າ​ໝາຍ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​, ຍາວ​ນາ​ນ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.