ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຮຽກ​ຮ້ອງ​ໃຫ້​ນະ​ຄອນ​ໂຮ່​ຈີ​ມິນ ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ

16:36 | 23/03/2022

ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 20 ມີ​ນາ, ຢູ່​ນະຄອນ​ໂຮ່ຈິ​ມິນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ​ໄດ້​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ຄະ​ນະພັກ​ ໂຮ່ຈີ​ມິນ ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການປະ​ຕິ​ບັດ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ນະຄອນ​ໂຮ່ຈິ​ມິນ ປີ 2021, ​ໜ້າ​ທີ່ຈຸດ​ສຸມ​ໃນ​ປີ 2022.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ້ອນ​ຮັບ​ຄ​ະ​ນະ​ວິ​ສາ​ຫະ​ກິດ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ້ອນ​ຮັບ​ຄ​ະ​ນະ​ວິ​ສາ​ຫະ​ກິດ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ
ນະ​ຄອນ ໂຮ່​ຈີ​ມິນ​ໄຂ​ງານ​ບຸນ​ເສື້ອ​ຍາວ ຄັ້ງ​ທີ 8 ນະ​ຄອນ ໂຮ່​ຈີ​ມິນ​ໄຂ​ງານ​ບຸນ​ເສື້ອ​ຍາວ ຄັ້ງ​ທີ 8
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຮຽກ​ຮ້ອງ​ໃຫ້​ນະ​ຄອນ​ໂຮ່​ຈີ​ມິນ ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ກ່າວ​ຄຳ​ເຫັ​ນ​ທີ່ກອງ​ປະ​ຊຸມ (ພາບ: TTXVN)

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ໄດ້​ໃສ່​ໃຈ​​ວ່າ: ນະ​ຄອນ ໂຮ່​ຈິ​ມິນ ຕ້ອງ​ຍູ້​ແຮງ​ການ​ປະ​ຕິ​ຮູບ​ດ້ານ​ບໍ​ລິ​ຫານ; ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ທີ່​ສະດວກ, ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງ; ສຸມໃສ່ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ພິ​ເສດ​ແມ່ນ​ດຶງ​ດູດ, ນຳ​ໃຊ້​ຜູ​້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ, ຍືນ​ຍົງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ທ່ານ​ກ່າວ​ວ່າ:

ສຸມ​ໃສ່​ໜູນ​ຊ່ວຍ, ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ, ປະຕິບັດ​ບັນດາ​ນະ​ໂຍບາຍ​ຟື້ນ​ຟູ​ເສດຖະກິດ, ພິ​ເສດ​ແມ່ນ​ບັນດາ​ນະ​ໂຍບາຍ​ກ່ຽວ​ກັບ​ປີ​ການ​ເງິນ, ​ເງິນຕາ ເຊິ່ງ​ສະພາ​ແຫ່ງ​ຊາດ​ໄດ້​​ຮັບຮອງ​ເອົາ. ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ທີ່​ແກ່​ຍາວ​ມາ​ເປັນ​ເວ​ລາ​ຫລາຍ​ປີ, ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳຈຸດ​ສຸມ​ຂອງ​ນະ​ຄອນ ໂຮ່​ຈິ​ມິນ. ຍູ້​ແຮງ​ຄວາມ​ຄືບ​ໜ້າ​ໃນ​ການວາງ​ແຜນກຳ​ນົດ​ນະຄອນ​ໂຮ່ຈິ​ມິນ, ການວາງ​ແຜນ​ກຳນົດບໍ​ລິ​ເວນ​ໃຕ້​ດິນ​ຕົວ​ເມືອງ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ໄດ້​ເຫັນ​ດີ​ກັບ​ແຜນ​ຮ່າງ​ພັດ​ທະ​ນາ​ນະ​ຄອນ​ໂຮ່​ຈິ​ມິນ​ກ​າຍເປັນ​ສູນ​ການ​ເງິນ​ສາ​ກົນ; ​ເນັ້ນ​ໜັກ​ວ່າ ຄວນ​ມີ​ມະຕິ​ສະບັບ​ໃໝ່​ກ່ຽວ​ກັບ​ການ​ທົດ​ລອງ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ສະ​ເພາະ​ເພື່ອ​ພັດທະນາ​ນະຄອນ​ໂຮ່ຈິ​ມິນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.