FAO ສົມທົບກັບແຂວງ ກວາງນາມ ໃນຂົງເຂດກະສິກຳ

14:00 | 14/04/2022

ຍສໝ - FAO ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ກວາງ​ນາມ ໃນການສ້າງ​ກະສິກຳ​ສະຫຼາດ, ຫັນ​ຂະ​ແໜງ​ກະສິກຳເປັນ​ດີ​ຈີ​ຕອນ, ໜູນ​ຊ່ວຍ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເຂດ​ຄຸ້ມ​ຄອງ​ອະນຸລັກຫຼາຍຮູບຫຼາຍແບບຊີວະສາດ ແລະ ຊ່ວຍ​ປະຊາຊົນ​ເຂດ​ພູດ​ອຍ ໃນການສ້າງ​ຮູບ​ແບບ​ເສດຖະກິດ​ທີ່​ເໝາະ​ສົມ ​ເພື່ອ​ຫຼຸດຜ່ອນ​ຄວາມທຸກ​ຍາກ.

FAO ໜູນຊ່ວຍຫວຽດນາມ ສ້າງຄູ່ຮ່ວມມືຂຽວໃຫ້ພື້ນຖານກະສິກໍາໃໝ່ FAO ໜູນຊ່ວຍຫວຽດນາມ ສ້າງຄູ່ຮ່ວມມືຂຽວໃຫ້ພື້ນຖານກະສິກໍາໃໝ່
ລາວ-ອົງການ FAO ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ລາວ-ອົງການ FAO ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມື

ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ນາມ ໂຮ່ກ່ວາງບຶວ ໄດ້​ມີ​ການເຮັດວຽກ​ກັບ​ຄະ​ນະປະຕິບັດງານຂອງ​ຫ້ອງ​ການ​ອົງ​ການ​​ອາ​ຫານ ແລະ ການກະ​ເສດ ​ສະ​ຫະ​ປະ​ຊາ​ຊາດ (FAO) ປະ​ຈຳ​ຫວຽດ​ນາມ ໂດຍ​ທ່ານ Rémi Nono Womdim ຜູ້ຕາງໜ້າ​ອົງການ FAO ປະຈຳ ຫວຽດນາມ ນຳ​ໜ້າ.

FAO ສົມທົບກັບແຂວງ ກວາງນາມ ໃນຂົງເຂດກະສິກຳ
FAO ສົມທົບກັບແຂວງ ກວາງນາມ ໃນຂົງເຂດກະສິກຳ.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ Rémi Nono Womdim ​ໃຫ້​ຮູ້​ວ່າ: ມີ​ຫຼາຍ​ເນື້ອ​ໃນ​ສຳຄັນ​ຂອງ​ການ​ຮ່ວມ​ມື​ຂອງ FAO ກັບ ຫວຽດນາມ ​ໄລຍະ 2022 – 2026 ​ເຊັ່ນ: ການ​ຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ; ການຫັນປ່ຽນລະບົບການຜະລິດ, ການສະໜອງ ແລະ ການບໍລິໂພກແບບຍືນຍົງ; ສ້າງ​ຊີວິດ​ການ​ເປັນ​ຢູ່​ທີ່​ໝັ້ນຄົງ​ໃຫ້​ແກ່​ປະຊາຊົນ...

ທິດ​ທາງ​ຂອງ FAO ແມ່ນ​ພ້ອມ​ກັບ​ຫວຽດ​ນາມ ດ້ວຍ​ຫລາຍ​ໂຄງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ກະ​ສິ​ກຳ. FAO ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ກວາງ​ນາມ ສ້າງ​ກະສິກຳ​ສະຫຼາດ, ຫັນ​ຂະ​ແໜງ​ກະສິກຳເປັນ​ດີ​ຈີ​ຕອນ, ໜູນ​ຊ່ວຍ​ຊີວິດ​ການ​ເປັນ​ຢູ່​​ຂອງ​ປະຊາຊົນ​ເຂດ​ຄຸ້ມ​ຄອງ​ອະນຸລັກຫຼາຍຮູບຫຼາຍແບບຊີວະສາດ ​ແລະ ຊ່ວຍ​ປະຊາຊົນ​ເຂດ​ພູດ​ອຍ ໃນການສ້າງ​ຮູບ​ແບບ​ເສດຖະກິດ​ທີ່​ເໝາະ​ສົມ ​ເພື່ອ​ຫຼຸດຜ່ອນ​ຄວາມທຸກ​ຍາກ.

FAO ​ແລະ ລັດຖະບານ​ກວາງ​ນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ ​ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຊຸກຍູ້​ການ​ພັດທະນາ​ກະສິກຳ ​ແລະ ຊົນນະບົດ​ຂອງ​ແຂວງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.