ລາວ-ອົງການ FAO ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມື

17:41 | 21/02/2020

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ຕ້ອນ­ຮັບ​ທ່ານ Qu Dongyu ຜູ້­ອຳ­ນວຍ­ການ​ໃຫຍ່​ອົງ ການ​ອາ­ຫານ ແລະ ການ​ກະ­ເສດ (FAO) ມີ​ສຳ­ນັກ­ງານ​ໃຫຍ່​ຕັ້ງ​ຢູ່​ນະ­ຄອນ­ຫຼວງ​ໂຣມ ປະ­ເທດ​ອີ​ຕາ​ລີ ພ້ອມ​ຄະ­ນະ ວັນ​ທີ 19 ກຸມ­ພາ 2020 ຢູ່​ຫ້ອງ​ວ່າ­ການ​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໃນ​ໂອ­ກາດ​ເດີນ­ທາງ​ມາ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຢູ່ ສປປ ລາວ ລະ­ຫວ່າງ​ວັນ​ທີ 18-20 ກຸມ­ພາ ນີ້ ເຊິ່ງ​ການ​ຢ້ຽມ­ຢາມ ສປປ ລາວ ຄັ້ງ​ທຳ​ອິດ ພາຍ­ຫຼັງ​ທ່ານ​ໄດ້​ຮັບ​ຕຳ­ແໜ່ງ​ເປັນ​ຜູ້­ອຳ­ນວຍ­ການ​ໃຫຍ່​ຂອງ​ອົງ­ການ FAO ຄົນ​ໃໝ່.

ລາວ-ອົງການ FAO ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມື

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ຕ້ອນ­ຮັບ​ທ່ານ Qu Dongyu ຜູ້­ອຳ­ນວຍ­ການ​ໃຫຍ່​ອົງ ການ​ອາ­ຫານ ແລະ ການ​ກະ­ເສດ (FAO)

ໂອ­ກາດ​ນີ້ ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ກໍ​ໄດ້​ຕີ​ລາ­ຄາ​ສູງ​ຕໍ່​ການ​ຢ້ຽມ­ຢາມ ສປປ ລາວ ຂອງ​ທ່ານ Qu Dongyu ແລະ ຄະ­ນະ​ໃນ​ຄັ້ງ​ນີ້ ເຊິ່ງ​ເປັນ​ການ​ສືບ­ຕໍ່​ຮັດ​ແໜ້ນ​ສາຍ​ພົວ­ພັນ​ການ​ຮ່ວມ​ມື ລະ­ຫວ່າງ ລາວ ແລະ ອົງ­ການ FAO ໃຫ້​ແໜ້ນ​ແຟ້ນ​ຂຶ້ນ​ກວ່າ​ເກົ່າ ພ້ອມ​ນີ້​ສອງ​ຝ່າຍ​ຍັງ​ໄດ້​ແລກ­ປ່ຽນ ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ໂຄງ­ການ​ຮ່ວມ​ມື​ໃນ​ໄລ­ຍະ​ຜ່ານ​ມາ ແລະ ແນວ­ທາງ​ການ​ຮ່ວມ​ມື​ໃນ­ຕໍ່­ໜ້າ ໂດຍ​ສະ­ເພາະ ຂໍ້​ລິ​ເລີ່ມ​ຈາກ​ມື​ສູ່​ມື ຂອງ​ຜູ້­ອຳ­ນວຍ­ການ​ໃຫຍ່​ຄົນ​ໃໝ່ ເພື່ອ​ນຳ​ເອົາ​ການ​ຊ່ວຍ­ເຫຼືອ​ຈາກ​ບັນ­ດາ​ຄູ່​ຮ່ວມ​ພັດ­ທະ­ນາ ມາ­ສູ່​ບັນ­ດາ​ປະ­ເທດ​ທີ່​ມີ​ຄວາມ​ຈຳ­ເປັນ ນອກ​ນີ້ ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ຍັງ​ໄດ້​ສະ­ແດງ​ຄວາມ​ຂອບ­ໃຈ​ອົງ­ການ FAO ທີ່​ໄດ້​ປະ­ກອບ­ສ່ວນ​ລະ­ດົມ​ຂົນ­ຂວາຍ​ທຶນ​ເຂົ້າ​ໃນ​ການ​ປັບ­ປຸງ ແລະ ພັດ­ທະ­ນາ​ວຽກ​ງານ​ໃນ​ຂົງ­ເຂດ​ກ່ຽວ­ຂ້ອງ ໂດຍ​ຜ່ານ​ໂຄງ­ການ​ຕ່າງໆ​ທີ່​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ຮ່ວມ​ກັບ​ຂະ­ແໜງ­ການ​ພາກ​ລັດ​ຂອງ​ລາວ ລວມ​ເຖິງ ໂຄງ ການ​ຊ່ວຍ­ເຫຼືອ​ໃນ​ອະ­ນາ­ຄົດ ພ້ອມ​ທັງ​ໄດ້​ລາຍ​ງານ​ວຽກ​ງານ​ບຸ­ລິ­ມະ­ສິດ​ຕ່າງໆ​ຂອງ​ລັດ­ຖະ­ບານ ໂດຍ​ສະ ເພາະ ການ​ສຸມ​ໃສ່​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ 5 ປີ ຄັ້ງ​ທີ 8 (2016-2020) ກໍ​ຄື ການ​ກະ­ກຽມ​ໃຫ້­ການ​ສ້າງ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ 5 ປີ ຄັ້ງ​ທີ IX (2021-2025) ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວາ­ລະ 2030 ເພື່ອ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ ຄວາມ​ພະ­ຍາ­ຍາມ​ເຮັດ​ໃຫ້​ປະ­ເທດ​ລາວ​ຫຼຸດ​ພົ້ນ​ອອກ​ຈາກ​ສະ­ຖາ­ນະ​ພາບ​ປະ­ເທດ​ດ້ອຍ​ພັດ­ທະ­ນາ ໂດຍ​ສະ­ເພາະ ການ​ລຶ­ບລ້າງ​ຄວາມ­ທຸກ​ຍາກ ແລະ ການ​ລຶ­ບລ້າງ​ໄພ​ອຶດ­ຫິວ ການ​ປັບ­ປຸງ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ໃຫ້​ດີ​ຂຶ້ນ ເຊິ່ງ​ລ້ວນ​ແຕ່​ເປັນ​ວຽກ​ທີ່​ຕິດ​ພັນ​ໂດຍ​ກົງ​ກັບ​ບຸ­ລິ­ມະ­ສິດ ແລະ ເປົ້າ​ໝາຍ​ຂອງ​ອົງ­ການ FAO ການ​ສືບ­ຕໍ່ ແລະ ຮັດ​ແໜ້ນ​ການ​ຮ່ວມ​ມື​ກັບ​ອົງ­ການ​ມີ​ຄວາມ​ສຳ­ຄັນ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເຫດການ
302 Found

Found

The document has moved here.