FAO ໜູນຊ່ວຍຫວຽດນາມ ສ້າງຄູ່ຮ່ວມມືຂຽວໃຫ້ພື້ນຖານກະສິກໍາໃໝ່

12:25 | 20/12/2021

ຍສໝ - ຫວ່າງແລ້ວນີ້, ກະຊວງກະສິກໍາ ແລະພັດທະນາຊົນນະບົດຫວຽດນາມ ສົມທົບກັັບອົງການອາຫານ ແລະການກະເສດ ຂອງສະຫະປະຊາຊາດ (FAO) ຈັດຕັ້ງກອງປະຊຸມຄົບຄະນະກ່ຽວກັບໂຄງການໜູນຊ່ວຍສາກົນ (ISG) 2021 ພາຍໃຕ້ຫົວຂໍ້ “ຄູ່ຮ່ວມມືຂຽວໃຫ້ພື້ນຖານກະສິກໍາໃໝ່”.

ມະຫາວິທະຍາໄລ ເຊິອຸນໃຕ້ ໜູນຊ່ວຍຫວຽດນາມ 1,250,000 ວອນ ແລະ ສິ່ງທີ່ຈຳເປັນທາງການແພດ ມະຫາວິທະຍາໄລ ເຊິອຸນໃຕ້ ໜູນຊ່ວຍຫວຽດນາມ 1,250,000 ວອນ ແລະ ສິ່ງທີ່ຈຳເປັນທາງການແພດ
UNFPA ໜູນຊ່ວຍຫວຽດນາມ ຍູ້ແຮງລະບົບການຈົດທະບຽນ ແລະ ສະຖິຕິພົນລະເມືອງ UNFPA ໜູນຊ່ວຍຫວຽດນາມ ຍູ້ແຮງລະບົບການຈົດທະບຽນ ແລະ ສະຖິຕິພົນລະເມືອງ

ທ່ານ ເລມິງຮວານ, ລັດຖະມົນຕີກະຊວງກະສິກໍາ ແລະພັດທະນາຊົນນະບົດ ໃຫ້ຮູ້ວ່າ ກະຊວງກະສິກໍາ ແລະພັດທະນາຊົນນະບົດຫວຽດນາມ ພວມສ້າງຮ່າງ ຍຸດທະສາດພັດທະນາກະສິກໍາຊົນນະບົດ ໄລຍະ 2021-2030, ວິໄສທັດຮອດປີ 2050 ໃຫ້ສົມບູນແບບ.

FAO ໜູນຊ່ວຍຫວຽດນາມ ສ້າງຄູ່ຮ່ວມມືຂຽວໃຫ້ພື້ນຖານກະສິກໍາໃໝ່
ພາບປະກອບ: TTXVN

ຍຸດທະສາດັ່ງກ່າວ ທັງມີລັກສະນະສືບທອດບັນດາໝາກຜົນທີ່ບັນລຸໄດ້ໃນ ບັນດາອາຍຸການຜ່ານມາ, ທັງສັງລວມມີບັນດາທັດສະນະສໍາຜັດໃໝ່, ແນວຄິດໃໝ່, ທ່າອ່ຽງໃໝ່, ຄຸນຄ່າໃໝ່ເພື່ອເໝາະສົມກັບສະພາບການໃໝ່ ທີ່ເຕື້ອງເຖິງ 3 ເສົາຄໍ້າແມ່ນ “ກະສິກໍານິເວດ”, “ຊົນນະບົດທັນສະໄໝ”, “ຊາວກະສິກອນສະຫຼາດສະຫຼຽວ”.

ກະຊວງກະສິກໍາ ແລະພັດທະນາຊົນນະບົດຫວຽດນາມ ກໍ່ພວມດັດປັບສໍາເລັດແຜນການດໍາເນີນງານແຫ່ງຊາດ ຫັນປ່ຽນໄປສູ່ລະບົບອາຫານ, ທັນຍາຫານທີ່ໂປ່ງໃສ, ມີຄວາມຮັບຜິດຊອບ ແລະຍືນຍົງຢູ່ຫວຽດນາມ ໃນໄລຍະ 2021-2030.

ສ່ວນທ່ານ Rémi Nono Womdim, ຫົວໜ້າຜູ້ຕາງໜ້າອົງການ FAO ປະຈໍາຫວຽດນາມ ເນັ້ນໜັກວ່າ ໃນຫຼາຍປີຜ່ານມາ, FAO ໄດ້ຮ່ວມເດີນທາງ ແລະສະນັບສະໜູນບັນດາການຫັນປ່ຽນທາງດ້ານ ນະໂຍບາຍຂອງຂະແໜງກະສິກໍາຢູ່ຫວຽດນາມ. FAO ຈະສືບຕໍ່ໜູນຊ່ວຍ ເລື່ອງຫັນປ່ຽນບັນດາລະບົບອາຫານ, ທັນຍາຫານ ຕາມທິດທີ່ມີປະສິດທິຜົນ ແລະກວມລວມກວ່າເກົ່າ, ປັບຕົວໃຫ້ເໝາະສົມ ແລະຍືນຍົງກວ່າ, ພ້ອມທັງບໍ່ປະໃຫ້ຊາວຫວຽດນາມຜູ້ໃດ ຖືກປະໄວ້ຢູ່ທາງຫຼັງ.

ບູນມີ

ເຫດການ
302 Found

Found

The document has moved here.