ຫວຽດນາມ ຮຽກຮ້ອງຈີນ ຖອນກຳປັ່ນທັງໝົດອອກຈາກເຂດເສດຖະກິດຈຳເພາະຂອງ ຫວຽດນາມ

08:45 | 23/08/2019

ຍສໝ - ຫວຽດນາມ ໄດ້ພົວພັນກັບຝ່າຍຈີນ ກ່ຽວກັບບັນຫານີ້ເປັນ ຫລາຍເທື່ອແລ້ວ, ຮຽກຮ້ອງຈີນ ຢຸດຕິການລະເມີດໃນທັນທີ, ຖອນກຳປັ່ນທັງໝົດອອກຈາກເຂດເຂດຖະກິດຈຳເພາະຂອງຫວຽດນາມ

ຫວຽດນາມ ຮຽກຮ້ອງຈີນ ຖອນກຳປັ່ນທັງໝົດອອກຈາກເຂດເສດຖະກິດຈຳເພາະຂອງ ຫວຽດນາມ

ທ່ານນາງ ເລທິ້ທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. (ພາບ: laodong.vn)

ທີ່ການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມດຳເນີນໃນວັນທີ 22 ສິງຫາ 2019 ຢູ່ ຮ່າໂນ້ຍ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິ້ທູຮັ່ງ ເນັ້ນຫນັກວ່າ: ໃນຊຸມມື້ຜ່ານມາ, ກຸ່ມກຳປັ່ນສຳຫລວດ ໄຮ້ຢາງ 8 ຂອງຈີນ ໄດ້ກັບຄືນ ແລະ ສືບຕໍ່ມີການກະທຳລະເມີດເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບຂອງຫວຽດນາມ;ຫວຽດນາມ ໄດ້ພົວພັນກັບຝ່າຍຈີນ ກ່ຽວກັບບັນຫານີ້ເປັນ ຫລາຍເທື່ອແລ້ວ, ຮຽກຮ້ອງຈີນ ຢຸດຕິການລະເມີດໃນທັນທີ, ຖອນກຳປັ່ນທັງໝົດອອກຈາກເຂດເຂດຖະກິດຈຳເພາະຂອງຫວຽດນາມ, ບໍ່ມີການກະທຳລະເມີດ ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ນາບຂູ່ເຖິງສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຢູ່ ທະເລຕາເວັນອອກກໍຄືຢູ່ ພາກພື້ນ ຫວຽດນາມ ສະເຫນີບັນດາປະເທດກ່ຽວຂ້ອງ ແລະ ປະຊາຄົມສາກົນ ປະກອບສ່ວນຕັ້ງຫນ້າ, ແທດຈິງ ເຂົ້າໃນການຮັກສາຄວາມເປັນລະບຽບຮຽບຮ້ອຍ, ສັນຕິພາບ, ຄວາມໝັ້ນຄົງໃນພາກພຶ້ື້ນ, ຄວາມປອດໄພການເດີນທະເລ ແລະ ການບິນ, ເຄົາລົບກົດໝາຍວ່າດ້ວຍທະເລ, ເໝາະສົມກັບກົດໝາຍສາກົນ ເປັນຕົ້ນແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982; ຫວຽດນາມ ມີ ພື້ນຖານດ້ານນິຕິທຳ ແລະ ພະຍານຫລັກຖານປະຫວັດສາດຢ່າງຄົບຖ້ວນເພື່ອຢັ້ງຢືນອະທິປະໄຕສຳລັບ ໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ, ສອດຄອ່ງກັບກົດໝາຍສາກົນ. ກ່ຽວກັບການລະເມີດຂອງກຸ່ມກຳປັ່ນໄຮ້ຢາງ 8, ພວກຂ້າພະເຈົ້າໄດ້ເວົ້າເປັນຫລາຍເທື່ອແລ້ວວ່າ ນີ້ແມ່ນເຂດທະເລຂອງຫວຽດນາມ ໄດ້ກຳນົດຕາມສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982.”

(ໄຊພອນ)

ເຫດການ
302 Found

Found

The document has moved here.