ເປີດສາຍການບິນດ່ານັ້ງ - ບາງກອກ (ໄທ) ຄືນໃໝ່

19:36 | 29/03/2022

ຕອນເຊົ້າວັນທີ 27 ມີນາ, ບໍລິສັດການບິນ Vietjet ໄດ້ເປີດສາຍການບິນດ່ານັ້ງ-ບາງກອກ (ໄທ) ຄືນໃໝ່ດ້ວຍ 3 ຖ້ຽວບິນ/ອາທິດ, ຖ້ຽວບິນໜຶ່ງໃຊ້ເວລາບິນປະມານ 1 ໂມງ 40 ນາທີ. ຍົນບິນແຕ່ບາງກອກ ໃນເວລາ 10 ໂມງ 50 ນາທີ ຮອດດ່ານັ້ງ ຕອນເວລາ 12 ໂມງ 30 ນາທີ.

ເປີດເສັ້ນທາງບິນສາກົນ ໄປຍັງ 20 ປະເທດ ແລະ ເຂດແຄ້ວນ ຄືນໃໝ່ ເປີດເສັ້ນທາງບິນສາກົນ ໄປຍັງ 20 ປະເທດ ແລະ ເຂດແຄ້ວນ ຄືນໃໝ່
ກວາງນິງ ເຊື່ອມຕໍ່ຖ້ຽວບິນການຄ້າ ກັບນະຄອນໂຮ່ຈິມິນ ຄືນໃໝ່ ແຕ່ວັນທີ 27 ຕຸລາ ກວາງນິງ ເຊື່ອມຕໍ່ຖ້ຽວບິນການຄ້າ ກັບນະຄອນໂຮ່ຈິມິນ ຄືນໃໝ່ ແຕ່ວັນທີ 27 ຕຸລາ
ພາບປະກອບຄັດຈາກ: ສຳນັກຂ່າວສານຫວຽດນາມ.
ພາບປະກອບຄັດຈາກ: ສຳນັກຂ່າວສານຫວຽດນາມ.

ຢູ່ດ່ານັ້ງ, ຍົນບິນແຕ່ເວລາ 13 ໂມງ 15 ນາທີ ຮອດບາງກອກ ຕອນເວລາ 14 ໂມງ 55 ນາທີ. ປະຈຸບັນ Vietjet ແມ່ນບໍລິສັດການບິນ ທີ່ມີຖ້ຽວບິນຫຼາຍທີ່ສຸດລະຫວ່າງຫວຽດນາມ ແລະໄທ ດ້ວຍ 5 ຖ້ຽວບິນ/ອາທິດ ລະຫວ່າງນະຄອນໂຮ່ຈີມິນ ແລະບາງກອກ; ສ່ວນຖ້ຽວບິນລະຫວ່າງຮ່າໂນ້ຍ-ບາງກອກ ຈະເພີ່ມຂຶ້ນເປັນ 7 ຖ້ຽວ/ອາທິດ ນັບແຕ່ວັນທີ 12 ເມສາເປັນຕົ້ນໄປ. ບັນດາສາຍການບິນ ແຕ່ຫວຽດນາມ ໄປຍັງສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຢູ່ໄທ, ຄື: ພູເກັດ, ຊຽງໃໝ່ ກໍ່ຈະເປີດຖ້ຽວບິນຄືນໃໝ່ໃນເດືອນພຶດສະພາ 2022.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.